ສະຫະລັດ ຈະເສີມຂະຫຍາຍ ລະບົບ ຕໍ່ຕ້ານ ລູກສອນໄຟ

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel ຖະແຫຼງຕໍ່ພວກນັກຂ່າວ ລຸນຫຼັງທີ່ໄດ້ປະກາດວ່າ ສະຫະລັດມີແຜນການຕິດຕັ້ງ ລະບົບຕໍ່ຕ້ານລູກສອນໄຟຕື່ມອີກ 14 ບ່ອນ (15 ມີນາ 2013)

ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Chuck Hagel ​
ໄດ້​ປະກາ​ດ​ແຜນ​ການ​ຮັບ​ມື ຕໍ່​ການ​ຂົ່ມຂູ່ທາງ​ດ້ານ​ທະຫານ​ທີ່
​ເພີ້ມທະວີ​ຂຶ້ນ ຂອງ​ເກົາຫລີ​ເໜືອດ້ວຍ​ການຕິດ​ຕັ້ງລະບົບ​ຕໍ່ຕ້ານ​
ລູກ​ສອນ​ໄຟ​ທີ່​ຍິງ​ຈາກ ພາກພື້ນດິນ ​ຕື່ມ​ອີກ 14 ບ່ອນ ຢູ່​ລັດ
Alaska​.

ທ່ານ Hagel ກ່າວ​ທີ່ນະຄອນຫລວງວໍ​ຊິງ​ຕັນ ໃນ​ວັນ​ສຸກ​ວານ​ນີ້ວ່າ ​ແຜນການ​ດັ່ງກ່າວ ​ແມ່ນຮວມ​ທັງສະຖານີ​ເຣດາຕິດຕາມແຫ່ງໃໝ່ ຢູ່​ທີ່ ຍີ່ປຸ່ນ ແລະ​ຍັງ​ກ່າວ​ອີກ​ວ່າ ການ​ຕິດ​ຕັ້ງນີ້​ແມ່ນແນ​ໃສ່​ເພື່ອ​ “​ໃຫ້ລໍ້າໜ້າ ການນາບ​ຂູ່​" ​ທີ່​ມາ​ຈາກຄວາມ​ກ້າວໜ້າ​ທາງ​ດ້ານ​ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂອງເກົາຫລີ​ເໜືອ.

ທ່ານ​ໄດ້​ກ່າວ​ອີກ​ວ່າ ສະຫະລັດມີລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟທີ່​ຕິດຕັ້ງ ແລ້ວ 30 ​ແຫ່ງ​ໃນ​ລັດ California ​ແລະ​ລັດ Alaska ​ແລະ​ລະບົບ ອາວຸດ​ໃໝ່​ເຫລົ່າ​ນີ້ ຈະໃຊ້​ການ​ໄດ້​ ໃນ​ປີ 2017.

​ເກົາຫລີ​ເໜືອ ​ໄດ້​ຂົ່ມຂູ່​ທີ່​ກໍ່ສົງຄາມ​ເກົາຫລີ​ຄັ້ງ​ທີສອງ ​ດ້ວຍອາວຸດ​ນິວ​ເຄລຍ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່ລົງ​ໂທດ​ຂອງສະຫະ​ປະຊາ​ຊາດ ທີ່ເລີ້ມ ມີ​ຜົນ​ບັງຄັບ​ໃຊ້ຫລັງ​ຈາກພຽງ​ຢາງ ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ໄລຍະ ຍາວ ​ໃນ​ເດືອນ​ທັນວາປີ​ກາຍ ​ແລະ​ທົດ​ລອງ​ອາວຸດນິວ​ເຄລຍ ຄັ້ງ​ທີ ສາມ​ໃນ​ເດືອນ​ແລ້ວ​ນີ້.

​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ອົງການຂ່າວ Yonhap ຂອງ​ເກົາຫຼີ​ໃຕ້ ​ໄດ້​ອ້າງ​ຄໍາ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທະຫານ ທີ່​ກ່າວ​ວ່່າ ທະຫານ​ເກົາຫລີເໜືອຈຸ​ນຶ່ງ ​ໄດ້​ຍິງທົດ​ລອງ​ຍິງ​ລູກ​ຈະ​ຫລວດ​ລະຍະ​ສັ້ນ ໄປ​ໃສ່​ທະ​ເລ​ຍີ່ປຸ່ນ ​ໃກ້​ກັບ​ຊາຍ​ແດນ​ຂອງ​ເກົາຫລີ​ໃຕ້.

ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ​ໂທລະ​ພາບ​ຂອງເກົາຫລີ​ເໜືອ ​ໃນ​ວັນສຸກ​ວານ​ນີ້ ​ໄດ້​ຖ່າຍ​ທອດ​ຮູບ​ພາບ​ຂອງຜູ້​ນໍາ​ເກົາຫລີ​ເໜືອ ທ່ານ Kim Jong-un ກວດສອບ​ກາ​ນຊ້ອມ​ລົບຍິງປືນ​ໃຫຍ່ ທີ່ໃຊ້​ລູກແທ້ ຢູ່​ໃກ້​ຊາຍ​ແດນ​ເກົາ ຫລີ​ໃຕ້. ​ໂທລະພາບ KCNA ກ່າວ​ວ່າ ການ​ຊ້ອ​ມລົບ​ເກີດດັ່ງກ່າວ​ນີ້ມີ​ຂື້ນ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ. ​