ເມືອງ Moore ເລີ້ມທໍາການມ້ຽນມັດ ແລະສ້າງສາຄືນໃໝ່ (ວີດິໂອ/ສະໄລດ໌)

ອາສາສະມັກພາກັນໄປເກັບເອົາເສື້ອຜ້າ ແລະສິ່ງຂອງໃຊ້ສອຍອື່ນໆ ໃນເຮືອນຫລັງນຶ່ງ ທີ່ຖືກລົມຫົວກຸດ ທໍາລາຍຊຶ່ງຕັ້ງຢູ່ຄົນລະຟາກທາງກັບ ໂຮງຮຽນປະຖົມ Plaza Towers ຢູ່ເມືອງ Moore ລັດ Oklahoma ໃນວັນທີ 22 ພຶດສະພາ, 2013.

ຍັງ​ມີ​ການດໍາ​ເນີນຄວາມພະຍາຍາມສືບ​ຕໍ່ມາ ​ເພື່ອຊ່ວຍເຫລືອ
ປະຊາຊົນໃນລັດ Oklahoma ທີ່ຖືກກະທົບໂດຍລົມຫົວກຸດ
ຫລືທໍ​ເນໂດ ຢ່າງ​ຂະໜານ​ໃຫຍ່ ໃນວັນຈັນຜ່ານມານັ້ນ. ລົມ
ຫົວກຸດທີ່ຮ້າຍແຮງດັ່ງກ່າວ ໄດ້ພັດ​ປະ​ທະໄປທົ່ວເນື້ອທີ່ກວ້າງ
ປະມານສາມກິໂລແມັດ ແລະຍາວ ເກືອບຮອດ 30 ກິໂລແມັດ
ຢູ່ໃນພາກກາງຂອງລັດ Oklahoma ທີ່ເຮັດໃຫ້ຄົນເສຍຊີວິດ
ແລະຊັບສິນຖືກທໍາລາຍ ເປັນຈໍານວນມະຫາ ສານ. ຜູ້ສື່ຂ່າວ
ວີໂອເອ ສະລາຕິ​ກາ ໂຫ໊ກ (Zlatica Hoke) ມີລາຍງານເລື້ອງ
ນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ:

Your browser doesn’t support HTML5

ຟັງລາຍງານກ່ຽວກັບລົມຫົວກຸດ


ເມືອງ Moore ຊຶ່ງຕັ້ງຢູ່ໃກ້ນະຄອນ Oklahoma City ​ເມືອງ​ເອກ​ຂອງ​ລັດ ແມ່ນຖືກກະທົບ
ຮ້າຍ​ແຮງ​ທີ່​ສຸດ ໂດຍລົມທໍ​ເນ​ໂດຫົວ​ນັ້ນ ທີ່ໄດ້ເຮັດໃຫ້ບ້ານເຮືອນຖືກທໍາລາຍຢ່າງຮາບ
ຄາບ ແລະກໍທໍາລາຍຊີວິດຂອງຜູ້ຄົນ 24 ​ຄົນ. ທ່ານນາງ ແມຣີ ຟາ​ລລິນ (Mary Fallin)
ຜູ້ປົກຄອງລັດ Oklahoma ໃຫ້ຄໍາໝັ້ນສັນຍາໃນວັນອັງຄານຜ່ານມານີ້ວ່າ ລັດດັ່ງກ່າວ ຈະໄດ້ຮັບການຟື້ນຟູຄືນ:

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ຜູ້ຮັບເຄາະຮ້າຍ ຈາກລົມທໍນາໂດ ໄດ້ຮັບການຊ່ວຍເຫລືອ


ທ່ານນາງ ຟາ​ລລິນ ເວົ້າວ່າ “ຖ້າມກາງໂສກນາດຕະກໍາ ແລະການສູນເສຍຊີວິດນັ້ນ
ພວກເຮົາກໍຍັງ​ໄດ້ເຫັນ ຄວາມປັບ​ປ່ຽນ, ຄວາມກ້າຫານ ແລະຄວາມເຂັ້ມແຂງຂອງ
ປະຊາຊົນເຮົາ ແລະພວກເຮົາກໍຈະ ຜ່ານຜ່າສະພາບຫຍຸ້ງຍາກນີ້​ໄປໃຫ້ໄດ້, ພວກ
ເຮົາຈະຜ່ານຜ່າມັນໃຫ້ໄດ້, ແລະ ພວກເຮົາຈະສ້າງສາຄືນໃໝ່ ແລະພວກ​ເຮົາຈະ
ມີຄວາມເຂັ້ມແຂງກັບ ຄືນມາອີກ.”


ລົມຫົວກຸດໄດ້ເຮັດໃຫ້ປະຊາຊົນຈໍານວນ​ຫລວງຫລາຍ ຊຶ່ງລວມທັງທ້າວ ຄຣິສ ພາມເມີ
(Chris Palmer) ສູນເສຍບ້ານຢູ່ອາໄສ​ໄປ.

ທ້າວ ພາມເມີ ເວົ້າວ່າ “ມັນຈະໃຊ້ເວລາດົນ​ໃນ​ການທີ່ຈະສ້າງສາມັນກັບຄືນມາ
ຄືເກົ່າໄດ້ອີກ ພວກຄອບຄົວຕ່າງໆທີ່​ເຮົາ​ເຫັນ. ເຮົາ​ເຄີຍເຫັນ ແຕ່ຢູ່ໃນຮູບເງົາ
ທຸກສິ່ງທຸກຢ່າງທີ່​ເກີດ​ຂຶ້ນ ແຕ່ວ່າ ບາດເຮົາໄດ້ພົບ​ກັບມັນ​ດ້ວຍ​ຕົວ​ເອງແລ້ວ
ບໍ່ຮູ້ຈະເວົ້າຈັ່ງໃດເລີຍ.”


ເບິ່ງວິດິໂອອີກເລື້ອງນຶ່ງ ກ່ຽວກັບລາຍງານນີ້:



ທ່ານ ເຄຣກ ຟູເກດ (Craig Fugate) ຜູ້ບໍລິຫານການອົງການ ຄຸ້ມຄອງພາວະສຸກເສີນ
ຂອງລັດຖະບານກາງ ຫລື FEMA ເວົ້າວ່າ ທາງອົງການ ຈະເຮັດໃຫ້ແນ່ໃຈວ່າ ພວກສູນ
ເສຍບ້ານເຮືອນທັງໝົດນັ້ນ ໄດ້ມີບ່ອນຢູ່ອາໄສຢ່າງພຽງພໍ. ພ້ອມກັນນັ້ນ ທ່ານຍັງຮຽກ
ຮ້ອງໃຫ້ຜູ້ທີ່ລອດຊີວິດມາ​ໄດ້​ນັ້ນ ​ລາຍງານໃຫ້ຮູ້ວ່າ ພວກເຂົາເຈົ້າຢູ່ດີ ມີແຮງຢູ່.

ທ່ານ ຟູເກັດ ກ່າວວ່າ: “ຂໍ້ຫຍຸ້ງຍາກອັນນຶ່ງໃນຫລາຍໆຢ່າງ ກ່ຽວກັບເຫດການ
ປະເພດນີ້ກໍຄື ຍ້ອນວ່າ ຄວາມ​ຫາ​ຍະ​ນະ​ມັນ​ຮ້າຍ​ແຮງ​ໜັກໜ່ວງຫລາຍ ຈຶ່ງ
ເປັນການຍາກທີ່ຈະຮູ້ໄດ້ວ່າ ມີຈັກຄົນອາດຫາຍສາບສູນ. ຖ້າຫາກທ່ານເຄີຍ
ອາໄສຢູ່ເຂດນັ້ນ ແລະທ່ານໄດ້ຮັບຜົນກະທົບ ຈົ່ງບອກໃຫ້ຄົນອື່ນຮູ້ວ່າທ່ານ
ສະບາຍດີຢູ່ ເພື່ອວ່າພວກເຮົາຈະບໍ່ໄດ້ຊອກຫາ ຄົນທີ່ພວກເຮົາບໍ່ຈໍາເປັນ
ຕ້ອງຊອກ.”


ເຈົ້າໜ້າທີ່ໄດ້ຂໍໃຫ້ ຊາວ​ເມືອງແລະພວກອາສາສະມັກ ໃຫ້ພາກັນອອກໄກຈາກເສັ້ນທາງ
ໃຫຍ່ ທີ່ເນັ່ງຜ່ານຂົງເຂດທີ່ໄດ້ຮັບຄວາມເສຍຫາຍນັ້ນ ເພື່ອອໍານວຍຄວາມສະດວກ ໃຫ້
ການພະຍາຍາມກູ້​ໄພ ດໍາ​ເນີນໄປຢ່າງວ່ອງໄວຂຶ້ນ. ພວກເຂົາເຈົ້າເວົ້າວ່າ ລະບົບເຕືອນ
ໄພໄດ້ດັງ​ຂຶ້ນ​ໄວ ​ແລະ​ອໍ​ານວຍ​ໃຫ້​ມີ​ເວລາ​ໃນການກະກຽມຫລົບ​ໄພຢ່າງພຽງພໍ ກ່ອນລົມ
ຫົວກຸດມາເຖິງ. ທ່ານນາງ ຊູ​ເສິນ ​ເພຽສ໌ (Susan Pierce) ຫົວໜ້າເຂດໂຮງຮຽນຫລວງ
ເມືອງ Moore ເວົ້າວ່າ ຫລາຍໆ​ຊີວິດ​ລອດ​ມາ​ໄດ້ ຍ້ອນ​ໄດ້ມີ​ການ​ປະຕິບັດຕາມລະບຽບ
ການຫລົບໄພທໍ​ເນ​ໂດ ຢູ່​ໃນ​ທຸກໆ​ໂຮງຮຽນ.

ທ່ານນາງ ​ເພຽສ໌ ເວົ້າວ່າ: “​ເຈົ້າ​ໜ້າ​ທີ່ບໍລິຫານ, ພະນັກງານ, ນາຍຄູ ແລະ ນັກຮຽນ
ຂອງພວກເຮົາ ໄດ້ພາກັນ​ຈັດ​ຕັ້ງປະຕິບັດແຜນການຮັບມືກັບວິກິດການຂອງ​ພວກ​
ເຮົາ ໃນທັນທີໂລດ. ພວກເຮົາໄດ້ເຝົ້າຕິດຕາມເບິ່ງການ​ພະຍາກອນອາກາດຕະ
ຫລອດມື້ ແລະເມື່ອຮອດຍາມທີ່ຕ້ອງໄປບ່ອນຫລົບໄພ ພວກເຮົາກໍເຮັດໃນທັນ
ໃດ​ໂລດ.”


ປະທານາທິບໍດີ ບາຣັກ ໂອບາມາ ທີ່​ມີ​ແຜນ​ຈະ​ໄປ​ຢ້ຽມຢາມ​ເມືອງ Moore ​ໃນ​ວັນ​ອາທິດ
​ຈະ​ມາ​ນີ້ ໃຫ້ຄໍາໝັ້ນສັນຍາວ່າ ລັດຖະບານກາງຈະໃຫ້ຄວາມຊ່ວຍເຫລືອ ​ແກ່ການດໍາ
ເນີນຄວາມພະຍາຍາມໃນການຟື້ນຟູຄືນ ຢ່າງ​ເຕັມທີ່ ຊຶ່ງພາລະໜ້າທີ່ໃນຕໍ່ໜ້ານີ້ ແມ່ນ
ຫຍຸ້ງຍາກຫລາຍ. ໃນຂະນະດຽວກັນ ລັດ Oklahoma ແລະລັດໃກ້ຄຽງ ກໍກໍາລັງກຽມ
ຮັບມື ກັບລົມຫົວກຸດ ແລະພາຍຸຝົນທີ່ຮ້າຍແຮງ ຕື່ມ​ອີກຢູ່ໃນຫລາຍມື້ຂ້າງໜ້ານີ້.

ເບິ່ງປະມວນພາບກ່ຽວກັບເລື້ອງນີ້:

ເມືອງ Moore ກໍາລັງຟື້ນຟູ ຈາກການທໍາລາຍ ຂອງລົມທໍເນໂດ