ຊາວອະເມຣິກັນ ພາກັນ ສະຫລອງວັນພັກບຸນ Thanksgiving

  • ສິງ ບູຣົມມະວົງ

ປະທານາທິບໍດີໂອບາມາ ກັບລູກສາວ ໃນພິທີໂຜດໄກ່ງວງ ກ່ອນວັນບຸນຂອບຄຸນພະເຈົ້າ ທີ່ທໍານຽບຂາວ, ວັນທີ 24 ພະຈິກ.

ປະຊາຊົນ​ອະ​ເມ​ລິ​ກັນຫລາຍລ້ານ​ຄົນ​ພາກັນ​ສະ​ເຫລີ​ມສະ
ຫລອງ​ວັນພັກ​ບຸນ Thanksgiving ປະ​ຈໍາ​ປີ​ໃນ​ວັນ​ພະຫັດ
ມື້​ນີ້ ດ້ວຍ​ການ​ກິນ​ລ້ຽງ​ກັນ​ຕາມ​ປະ​ເພນີ​ກັບ​ຄອບຄົວ​ແລະ ເພື່ອນ​ຝູງ.

ວັນThanksgiving ຊຶ່ງ​ມີ​ຂຶ້ນ​ໃນ​ສະຫະລັດ​ໃນ​ວັນ​ພະຫັດ​ທີ
4 ຂອງເດືອນ​ພະຈິກ​ທຸກໆ​ປີແມ່ນ​ເປັນເວລາທີ່​ຜູ້​ຄົນ​ເດີນ
ທາງຍາມ​ພັກ​ຫລາຍ​ທີ່​ສຸດ​ຂອງ​ປີ. ຈຸດ​ສໍາຄັນ​ຂອງວັນພັກ
ທີ່​ວ່ານີ້​ແມ່ນການ​ກິນ​ອາຫານຊຸມເຂົ້າກັນ ຊຶ່ງ​ອາຫານ​ຫລັກ
ຕາມ​ທໍາ​ມະ​ດາ​ແລ້ວ ແມ່ນໄກ່​ງວງ ມັນຝລັ່ງ ​ເຄື່ອງ​ຍັດໄສ້​
ໄກ່ງວງ ທີ່​ເຮັດ​ດ້ວຍ​ເຂົ້າ​ຈີ່​ມຸ່ນ ນໍ້າ sauce ໝາກ cranberry​ ແລະ​ ເຂົ້າໜົມ pie​ ເຮັດ​ດ້ວຍ​ໝາກອຶ ທີ່​ເອີ້ນວ່າ pumpkin pie.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ໂອ​ບາ​ມາ ​ໄດ້​ກ່າວຄໍາປາ​ໄສ​ທາງ​ວິທະຍຸ​ປະ​ຈໍາ​ສັບ
ປະດາ​ຂອງ​ທ່ານ​ໃນ​ວັນ​ພະຫັດມື້​ນີ້ ​ເພື່ອ​ໃຫ້​ກຽດແກ່​ວັນພັກ​ບຸນ​ດັ່ງກ່າວ ຊຶ່ງ​ທ່ານ​ໄດ້​ຮຽກ
ຮ້ອງ​ໃຫ້​ປະຊາຊົນ​ອະ​ເມຣິກັນຮ່ວມ​ປຸ້ມລຸມ​ກັນ ​ແລະ​ຊ່ອຍ​ເຫລືອ​ແລະ​ສະໜັບສະໜຸນ​ຊຶ່ງ​
ກັນ​ແລະ​ກັນໃນ​ຂະນະ​ທີ່​ປະ​ເທດ​ກໍາລັງ​ບຶກ​ບືນ​ສູ້​ຊົນ​ກັບ​ສົງຄາມ​ແລະ​ການ​ຫວ່າງງານຢູ່​ນີ້.

ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ທ່ານ​ຫວັງ​ວ່າ ພວກ​ສະມາຊິກ​ສັງກັດ​ພັກ Democrats ພັກ
Republican ​ແລະ​ພວກ​ທີ່​ບໍ່​ສັງກັດ​ພັກ​ໃດ ສາມາດ​ດໍາ​ເນີນ​ງານ​ຮ່ວມ​ກັນ​ໄດ້ ​ໃນ​ອີກ
ຫລາຍ​ເດືອນ​ຂ້າງ​ໜ້າ​ນີ້​ເພື່ອທໍາ​ຄວາມ​ກ້າວໜ້າ​ທາງ​ດ້ານ​ເສດຖະກິດ​ແລະ​ເລື່ອງ​ອື່ນໆ.