ສຫລ ຍິງລູກສອນໄຟ ຈາກພາກພື້ນດິນ ຄັ້ງທຳອິດ ທີ່ຖືກຫ້າມ ໂດຍສົນທິສັນຍາ ກັບ ຣັດເຊຍ

ກະຊວງປ້ອງກັນປະເທດ ສະຫະລັດ ໄດ້ທຳການທົດລອງຍິງ ລູກສອນໄຟ ນຳວິຖີ ຈາກພາກພື້ນດິນ ທີ່ໄດ້ຖືກດັດແກ້ ໃຫ້ເປັນລະບົບທຳມະດາ ຢູ່ທີ່ ເກາະແຊນ ນິໂຄລັສ ລັດຄາລີຟໍເນຍ, ວັນທີ 18 ສິງຫາ 2019. (Photo courtesy of Defense.gov)

ຣັດ​ເຊຍ​ ໄດ້​ຕ້ອງ​ຕິ​ ສ​ະ​ຫະ​ລັດ ໃນ​ວັນ​ອັງ​ຄານມື້ນີ້ ທີ່​ໄດ້​ທົດ​ລອງ​ລູກ​ສອນ​ໄຟ ຍິງຈາກ​
ພາກ​ພື້ນ​ດິນ ຊຶ່ງ​ມາ​ຈົນ​ຮອດ​ເມື່ອ​ສາມ​ອາ​ທິດ​ກ່ອນນັ້ນ ແມ່ນ​ໄດ້​ຖືກ​ຫ້າມ​ໂດຍສົນ​ທິ​
ສັນ​ຍາ​ ຄວບ​ຄຸມ​ອາ​ວຸດ​ ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

“ສະ​ຫະ​ລັດ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ ​ໄດ້​ເອົາ​ທິດ​ທາງ​ເພື່ອ​ເພີ້ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ທາງດ້ານ
​ທະ​ຫານ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ເຊີ​ເກ ຣີ​ຢາບ​ກັອ​ບ
ອີງ​ຕາມ​ລາຍ​ງານ ອົງ​ການ​ຂ່າວ​ທາ​ສ (TASS) ຂອງ​ທາງ​ການ​ຣັດ​ເຊຍ.

ທ່ານຣີ​ຢາບ​ກັອ​ບ ກ່າວ​ວ່າ ຣັດ​ເຊຍ​ຈະ​ບໍ່​ຖືກ​ແກ່​ດຶງ​ເຂົ້າ​ສູ່ “ການ​ແຂ່ງ​ຂັນ​ອາ​ວຸດ​ທີ່​ໃຊ້
​ເງິນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ ທ່ານຣີ​ຢາບ​ກັອ​ບ ມີ​ຂຶ້ນ​ນຶ່ງມື້ ຫຼັງ​ຈາກ​ທຳ​ນຽບ​ຫ້າ​ແຈ​ໄດ້
ປະ​ກາດ ​ກ່ຽວ​ກັບ​ການ​ທົດ​ລອງ​ດັ່ງ​ກ່າວ.

​ທຳ​ນຽບ​ຫ້າ​ແຈ​ ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ວ່າ ລູກ​ສອນ​ໄຟ​ທີ່​ຍິງ​ທົດ​ລອງ​ໃນ​ມື້​ວັນ
​ອາ​ທິດ​ແລ້ວ ຢູ່ທີ່​ເກາະແຊນ ນິ​ໂຄ​ລັ​ສ ໃນລັດ​ຄາ​ລີ​ຟໍ​ເນຍນັ້ນ “ໄດ້​ຖືກ​ເປົ້າໝາຍ ຢ່າງ ​
ແມ່ນ​ຍຳ ຫຼັງ​ຈາກ​ຖືກ​ຍິງ​ ໃນ​ໄລ​ຍະ​ໄກ​ເຖິງ 500 ກິ​ໂລ​ແມັດ.”

ຖະ​ແຫຼງ​ການ​ກ່າວ​ຕື່ມ​ວ່າ “ຂໍ້​ມູນ​ທີ່​ເກັບ​ກຳ​ແລະ​ບົດ​ຮຽນ​ທີ່​ຖອດ​ຖອນ​ຈາກ​ການ​ຍິງ​ທົດ
​ລອງ​ໃນ​ຄັ້ງ​ນີ້ ຈະ​ຊ່ວຍ​ແຈ້ງ​ໃຫ້​ຝ່າຍ​ພັດ​ທະ​ນາ​ ຂອງ​ກະ​ຊວງ​ປ້ອງ​ກັນ​ປະເທດ ຮູ້​ກ່ຽວ
​ກັບ​ຄວາມ​ສາ​ມາດ​ຂອງ​ລູກ​ສອນ​ໄຟ ​ໄລ​ຍະ​ປານ​ກາງ​ໃນ​ອະ​ນາ​ຄົດ​.”

ກ່ອນ​ໜ້ານີ້ ສະ​ຫະ​ລັດ​ແມ່ນ​ບໍ່​ສາ​ມາດ​ທຳ​ການ​ທົດ​ລອງ​ໃດໆ​ກ່ຽວ​ກັບ​ລູກ​ສອນ​ໄຟ​ທີ່​ຍິງ​
ຈາກ​ພາກ​ພື້ນ​ດິນ ທີ່​ມີ​ລັດ​ສະ​ໝີ 500 ຫາ 5,500 ກິ​ໂລ​ແມັດ ຍ້ອນ ​ສົນ​ທິສັນ​ຍາ​ກຳ​ລັງ​
ນິວ​ເຄ​ລຍ ​ໄລ​ຍະ​ປານ​ກາງ​ ຫຼື INF ຊຶ່ງ​ເປັນ​ສົນ​ທິ​ສັນ​ຍາ​ຄວບ​ຄຸມ​ອາ​ວຸດ​ກັບ​ຣັດ​ເຊຍ​ທີ່
ໄດ້​ມີ​ມາ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ​ແລ້ວນັ້ນ.

ວໍ​ຊິງ​ຕັນ​ໄດ້​ຖອນ​ຕົວ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ເມື່ອ​ວັນ​ທີ 2 ສິງ​ຫາ​ຜ່ານມາ ໂດຍ
​ກ່າວ​ວ່າ ຣັດ​ເຊຍ​ໄດ້​ລະ​ເມີດ​ສົ​ນ​ທິ​ສັນ​ຍານີ້​ມາ​ໄດ້​ຫຼາຍໆ​ປີ​ແລ້ວ.

ທຳ​ນຽບ​ຫ້າ​ແຈ​ໄດ້​ກ່າວ​ຢ້ຳ​ວ່າລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ​ຕົນ ​ແມ່ນ​ໄດ້​ອອກ​ແບບ​ເພື່ອບັນ​
ທຸກ ​ລະ​ເບີດ​ທຳ​ມະ​ດາ ບໍ່​ແມ່ນ​ອາ​ວຸດ​ນິວ​ເຄ​ລຍ.

ທ່ານ​ມາກ ແອັ​ສ​ເພີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ຂອງ​ສະ​ຫະ​ລັດ​ກ່າວ
​ວ່າ ຖ້າ​ກອງ​ທັບ​ສະ​ຫະ​ລັດ ​ພັດ​ທະ​ນາ​ລະ​ບົບ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ທີ່​ສາມາດ​ເຄື່ອນ ທີ່​ໄດ້
​ແລະ​ຍິງ​ຈ​າກ​ພາກ​ພື້ນ​ດິນນັ້ນ ທ່ານ​ຢາກ​ເຫັນ ​ລະ​ບົບ​ລູກ​ສອນໄຟ ໄລ​ຍະ​ກາງ​ທີ່​ບໍ່​ຕິດ
​ ນິວ​ເຄ​ລຍ​ດັ່ງ​ກ່າວ ນຳ​ໄປ​ຕິດ​ຕັ້ງ​ປະ​ຈຳ​ການ​ຢູ່​ໃນ​ເຂດ​ເອ​ເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ