ອັດຕາພາສີໃໝ່ຂອງ ສະຫະລັດ ຕໍ່ສິນຄ້າຈາກ ຈີນ ໄດ້ມີຜົນບັງຄັບໃຊ້ໃນວັນອັງຄານມື້ນີ້, ໂດຍ ຈີນ ໄດ້ປະກາດອັດຕາພາສີຕໍ່ສິນຄ້ານໍາເຂົ້າຂອງ ສະຫະລັດ ຢ່າງໄວວາ ເພື່ອເປັນການຕອບໂຕ້.
ຈີນກ່າວວ່າ ຈະເກັບພາສີ 15 ເປີເຊັນຕໍ່ຖ່ານຫີນ ແລະອາຍແກັສທຳມະຊາດຂອງ ສະຫະລັດ, ພ້ອມທັງເກັບພາສີ 10 ເປີເຊັນຕໍ່ນ້ຳມັນດິບ, ເຄື່ອງຈັກກະສິກຳ ແລະຍານພາຫະນະລົດຍົນຈຳນວນນຶ່ງ.
ແຟ້ມຮູບ-ສານຕົ້ນເຟນຕານອລ ປາກົດໃຫ້ເຫັນໃນພາບຂອງອົງການຂ່າວ ຣອຍເຕີ້ສ, ໃນນະຄອນເມັກຊິໂກ ຊິຕີ້, ປະເທດເມັກຊິໂກ, ວັນທີ 4 ຕຸລາ 2023.
ມາດຕະການຂອງ ສະຫະລັດ ກ່ຽວຂ້ອງກັບການເກັບພາສີ 10 ເປີເຊັນຕໍ່ສິນຄ້າຂອງ ຈີນ ທັງໝົດ, ທີ່ ທ່ານ ທຣໍາ ໄດ້ປະກາດອອກໄປ ໃນຄວາມພະຍາຍາມເພື່ອກົດດັນໃຫ້ ຈີນ ດໍາເນີນການປ້ອງກັນການລັກລອບຂົນສົ່ງ ຢາເຟນຕານອລ (fentanyl) ເຂົ້າມາໃນ ສະຫະລັດ.
ລັດຖະບານ ສະຫະລັດ ໄດ້ລະບຸວ່າ ຈີນເປັນແຫຼ່ງທີ່ສຳຄັນຂອງສານເຄມີທີ່ເປັນສານເຄມີຕົ້ນ ທີ່ກຸ່ມຄ້າຢາເສບຕິດໃນ ເມັກຊິໂກ ນໍາໃຊ້ເພື່ອຜະລິດຢາ ເຟນຕານອລ.
ຈີນ ກ່າວວ່າ ຕົນໄດ້ດຳເນີນບາດກ້າວເພື່ອປາບປາມຂະບວນການອຸດສາຫະກຳ ແລະການຄ້າຢາເສບຕິດທີ່ຜິດກົດໝາຍດັ່ງກ່າວ.
Your browser doesn’t support HTML5
Trump pauses new tariffs on Mexican, Canadian exports amid threats of trade war
ທ່ານ ທຣໍາ ກ່າວໂດຍຫວັງວ່າ “ຈີນ ຈະຍຸຕິການສົ່ງ ເຟນຕານອລ ມາສູ່ພວກເຮົາ, ແລະຖ້າພວກເຂົາບໍ່ເຮັດດັ່ງນັ້ນ, ອັດຕາພາສີ ກໍຈະເພີ້ມສູງຂຶ້ນອີກ.”
ໂຄສົກທຳນຽບຂາວ ທ່ານນາງ ແຄໂຣລາຍ ເລວິທ ກ່າວໃນວັນຈັນວານນີ້ວ່າ ທ່ານ ທຣໍາ ຈະທໍາການໂອ້ລົມກັບປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້.
ໃນວັນຈັນວານນີ້, ທ່ານ ທຣໍາ ໄດ້ປະກາດການຢຸດອັດຕາພາສີ 25 ເປີເຊັນຕໍ່ສິນຄ້າຈາກ ເມັກຊິໂກ ແລະ ການາດາ ໄວ້ຊົ່ວຄາວເປັນເວລານຶ່ງເດືອນ ລຸນຫຼັງທ່ານໄດ້ໂອ້ລົມກັບປະທານາທິບໍດີເມັກຊິໂກ ທ່ານນາງ ຄລາວເດຍ ເຊນບວມ ແລະນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ.
ແຟ້ມຮູບ-ລົດຂົນສົ່ງຄັນນຶ່ງ ແລ່ນຜ່ານຂົວ Ambassador ຈາກເມືອງວິນເຊີ, ນະຄອນ ອອນຕາຣິໂອ (Ontario), ໄປຍັງນະຄອນ ດີທຣອຍ, ລັດ ມິຊິແກນ, ວັນທີ 31 ມັງກອນ 2025.
ທ່ານນາງ ເຊນບວມ ກ່າວວ່າ ທ່ານນາງຈະສົ່ງທະຫານ 10,000 ຄົນ ສໍາລັບຄວາມພະຍາຍາມເພື່ອສະກັດກັ້ນການຫຼັ່ງໄຫຼເຂົ້າສູ່ ສະຫະລັດ ຂອງສານ ເຟນຕານອລ.
ທ່ານນາງ ເຊນບວມ ໂພສຂໍ້ຄວາມລົງໃນສື່ສັງຄົມ X ລຸນຫຼັງໂອ້ລົມກັບ ທ່ານ ທຣໍາ ວ່າ “ເມັກຊິໂກ ຈະເສີມສ້າງຊາຍແດນທາງພາກເໜືອໃຫ້ເຂັ້ມແຂງ ເພື່ອຢຸດການຄ້າຂາຍຢາເສບຕິດຈາກ ເມັກຊິໂກ ໄປ ສູ່ສະຫະລັດ, ໂດຍສະເພາະ ສານເຟນຕານອລ.”