ສະຫະລັດ ກໍາລັງຊອກຫາ ບັນຊີທະນາຄານລັບ ຂອງຄອບຄົວ Kim Jong Un (ເບິ່ງວິດີໂອ )
ຊາວເກົາຫລີເໜືອພາກັນຂໍ່ານັບຮູບປັ້ນ ຂອງສອງພໍ່ລູກ ມື້ລາງຜູ້ນໍາເກົາຫລີເໜືອ Kim Il Sung, ຊ້າຍ, ກັບ Kim Jong Il ໃນໂອກາດສະຫລອງ ຄົບຮອບວັນຄ້າຍວັນເກີດ ຂອງທ່ານ Kim Il Sung, ວັນທີ 13 ເມສາ 2013.
ເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດຄົນນຶ່ງ ກ່າວວ່າ ວໍຊິງຕັນ ກໍາ
ລັງພະຍາຍາມຂັດຂວາງ ຜູ້ນໍາເກົາຫລີເໜືອ ທ່ານ Kim Jong
Un ບໍ່ໃຫ້ເຂົ້າເຖິງເງິນຢູ່ໃນ ບັນຊີທະນາຄານລັບ ທີ່ຝາກໄວ້ຢູ່
ໃນທະນາຄານນອກປະເທດ ໃນຂະນະທີ່ກົດດັນໃຫ້ຜູ້ກ່ຽວຢຸດ
ເຊົາພັດທະນາ ອາວຸດນິວເຄລຍນັ້ນ.
ຫລັງຈາກພໍ່ຂອງທ່ານ Kim ແລະຜູ້ນໍາຄົນກ່ອນ ຄືທ່ານ Kim
Jong II ໄດ້ເສຍຊີວິດໄປໃນເດືອນທັນວາ ປີ 2011 ສື່ມວນ
ຊົນຕ່າງປະເທດຈໍານວນນຶ່ງ ລາຍງານວ່າ ມື້ລາງ ທ່ານ Kim
ອາດໄດ້ຝາກເງິນໄວ້ຢ່າງໜ້ອຍ 4 ພັນລ້ານໂດລາ ຢູ່ໃນທະນາ
ຄານຫລາຍແຫ່ງໃນຢູໂຣບ ໂຮມທັງຢູ່ທະນາຄານໃນສະວິດ
ເຊີແລນນໍາ.