ສະຫະລັດ ຈະບໍ່ຂາຍ ເຮືອບິນລົບ ໃຫ້ໄຕ້ຫວັນ

  • ໄພສານ ວໍຣະຈັກ

ເຮືອບິນລົບ F-16 ຂອງສະຫະລັດ

ມີລາຍງານຂ່າວວ່າ ທຳນຽບຂາວໄດ້ຕັດສິນໃຈ ຈະບໍ່ຂາຍເຮືອບິນລົບອາຍພົ່ນ F-16
ຮຸ່ນໃໝ່ໃຫ້ແກ່ໄຕ້ຫວັນ.

ໜັງສືພິມ Washington Post ແລະອົງການຂ່າວອື່ນໆລາຍງານວ່າ ລັດຖະບານທ່ານ
ໂອບາມາໄດ້ສະເໜີທີ່ຈະສ້ອມແປງ ແລະປັບປຸງຝູງເຮືອບິນລົບ F-16 ທີ່ມີອາຍຸເກົ່າແກ່
ຂອງໄຕ້ຫວັນ ໃຫ້ທັນສະໄໝ ໃນໂຄງການຂາຍອາວຸດໃຫ້ແກ່ໄຕ້ຫວັນທີ່ບໍ່ມີເຮືອບິນລົບ
ຊະນິດໃໝ່ໃດໆຮວມຢູ່ນຳນັ້ນ.

ພວກເຈົ້າໜ້າທີ່ຂອງລັດຖະບານສະຫະລັດໄດ້ແຈ້ງ ໃຫ້ຄະນະເຮັດວຽກຂອງລັດຖະສະ
ພາສະຫະລັດຊາບ ກ່ຽວກັບບັນຫາດັ່ງກ່າວ ໃນມື້ວັນສຸກວານນີ້ແຕ່ຍັງບໍ່ທັນ ມີການປະ
ກາດຢ່າງ ເປັນທາງການກ່ຽວກັບເລື່ອງນີ້ເທື່ອ.

ສະມາຊິກສະພາສູງຂອງພັກຣີພັບບລີກັນຈາກລັດເທັກຊັສ ທ່ານ John Cornyn ໄດ້
ອອກຖະແຫຼງຂ່າວສະບັບນຶ່ງໃນມື້ວັນສຸກວານນີ້ເວົ້າວ່າ ຖ້າລາຍງານຂ່າວເຫຼົ່ານີ້ຫາກເປັນ
ຄວາມຈິງແລ້ວ ການຕັດສິນໃຈທີ່ວ່ານີ້ແມ່ນການຍອມຈຳນົນ ໃຫ້ແກ່ພວກຄອມມູນິສຈີນ
ແລະເປັນການຕົບໜ້າພັນທະມິດທີ່ເຂັ້ມແຂງ ແລະເພື່ອນມິດທີ່ມີມາເປັນເວລາດົນນານ
ຂອງສະຫະລັດ.

ຈີນຖືວ່າໄຕ້ຫວັນເປັນແຂວງນຶ່ງທີ່ທໍລະຍົດຕໍ່ຕົນ ແລະຄັດຄ້ານຢ່າງແຂງຂັນຕໍ່ການຂາຍ
ເຮືອບິນລົບອາຍພົ່ນໃດໆກໍຕາມ ໃຫ້ແກ່ເກາະດັ່ງກ່າວນີ້.