ມີຮ່ອງຮອຍສະແດງໃຫ້ເຫັນວ່າ ໄດ້ມີຄວາມກ້າວໜ້າໃນການເຈລະຈາສັນຕິພາບ ລະຫວ່າງສະຫະລັດ ກັບກຸ່ມຕາລີບານ ທີ່ກຳລັງດໍາເນີນໄປຢູ່ໃນກາຕາຢູ່ໃນຂະນະນີ້ ຊຶ່ງພາໃຫ້ບາງຄົນຄິດວ່າ ເຂົາເຈົ້າອາດຈະສາມາດກຳນົດບາດກ້າວໃນການແກ້ໄຂທີ່ມີການເຈລະຈາທາງການເມືອງ ສຳລັບສົງຄາມໃນອັຟການິສຖານທີ່ແກ່ຍາວມາໄດ້ 17 ປີແລ້ວນັ້ນ.
ການເຈລະຈາດັ່ງກ່າວໄດ້ເລີ້ມໄຂຂຶ້ນໃນວັນຈັນຜ່ານມາ ໂດຍທີ່ທີມຂອງສະຫະລັດແມ່ນນຳພາໂດຍ ທ່ານ ຊາລເມ ຄາລີລຊາດ (Zalmay Khalilzad), ຜູ້ຕ້າງໜ້າພິເສດຂອງວໍຊິງຕັນ ດ້ານຄວາມປອງດອງຊາດອັຟການິສຖານ ແລະ ທູດພິເສດຂອງກາຕາ ກໍເຂົ້າຮ່ວມນຳ.
ທ. ຊາລເມ ຄາລີລຊາດ ອະດີດເອກອັກຄະລັດຖະທູດ ສຫລ ປະຈຳອັຟການິສຖານ ແລະ ຜູ້ຕ້າງໜ້າພິເສດຂອງວໍຊິງຕັນ ດ້ານຄວາມປອງດອງຊາດອັຟການິສຖານ ກ່າວຄຳປາໄສໃນນະຄອນວໍຊິງຕັນ ໃນວັນທີ 27 ເມສາ, 2016
ໃນຂະນະທີ່ການເຈລະຈາດຳເນີນມາຮອດມື້ທີ 4 ຊຶ່ງແມ່ນວັນພະຫັດວານນີ້ ແຫລ່ງຂ່າວທີ່ຢູ່ໃນຕຳແໜ່ງສູງຄົນນຶ່ງກ່າວຕໍ່ວີໂອເອວ່າ ທັງສອງຝ່າຍໄດ້ກວມໄປເຖິງເຫດຜົນພື້ນຖານຂອງຕົນ "ຢ່າງຫລວງຫລາຍ" ໃນຄວາມພະຍາຍາມທີ່ຈະບັນລຸຄວາມເຂົ້າໃຈໄດ້ກ່ຽວກັບສອງບັນຫາທີ່ຍາກທີ່ສຸດ ທີ່ນຳມາເຈລະຈາກັນຢູ່ໂດຮາ, ນະຄອນຫລວງຂອງກາຕານັ້ນ ບ່ອນທີ່ກຸ່ມກະບົດຂອງອັຟການິສຖານໄດ້ຕັ້ງຫ້ອງການດຳເນີນງານດ້ານການເມືອງຂອງຕົນ ຢູ່ນັ້ນ.
ກຸ່ມຕາລີບານໄດ້ປະກາດຢູ່ໃນໄລຍະເລີ້ມຕົ້ນຂອງການເຈລະຈາວ່າ ຄະນະຜູ້ຕາງໜ້າຂອງຕົນຈະພະຍາຍາມຫາທາງກຳນົດເວລາໃນການຖອນທະຫານຂອງສະຫະລັດ ແລະທະຫານຕ່າງຊາດທີ່ນຳໜ້າໂດຍກຸ່ມເນໂຕ້ ອອກຈາກອັຟການິສຖານໃຫ້ໄດ້ ໃນຂະນະທີ່ກຸ່ມຕາລີບານ ກໍຈະຮັບປະກັນວ່າ ແຜ່ນດິນຂອງອັຟການິສຖານຈະບໍ່ຖືກໃຫ້ນຳໃຊ້ເປັນບ່ອນກໍ່ໄພຂົ່ມຂູ່ຕໍ່ສະຫະລັດ ຫລື ປະເທດອື່ນໃດໆ ໝົດ.
ແຫລ່ງຂ່າວດັ່ງກ່າວຄາດຫວັງວ່າ ກຸ່ມຕາລີບານສາມາດທີ່ຈະປະກາດການຢຸດຍິງຊົ່ວຄາວໄດ້ ໃນເມື່ອວ່າ ມີຄວາມກ້າວໜ້າຕໍ່ການທີ່ຈະໄດ້ຕາມຂໍ້ຮຽກຮ້ອງຂອງຕົນໃນເລື້ອງຖອນທະຫານຕ່າງປະເທດອອກຈາກອັຟການິສຖານແລ້ວ.
ການເຈລະຈາສັນຕິພາບໄດ້ເລີ້ມຕົ້ນມີຂຶ້ນໃນລະດູຮ້ອນຜ່ານມາ ແລະປາກິສຖານ ໄດ້ກ່າວຢ້ຳ ໃນວັນພະຫັດວານນີ້ວ່າ ຕົນໄດ້ນຳເອົາທັງສອງຝ່າຍ ເຂົ້າມານັ່ງຢູ່ ໂຕະເຈລະຈາກັນ ເພື່ອຫາທາງຍຸຕິສົງຄາມທີ່ນັບມື້ ນັບນອງເລືອດຫລາຍຂຶ້ນ ຢູ່ອັຟການິສຖານ ຢ່າງສັນຕິວິທີ. ອິສລາມາບັດຢືນຢັດວ່າ ຕົນໄດ້ໂນ້ມນ້າວຈິດໃຈຂອງກຸ່ມຕາລີບານ ໃຫ້ມາທຳການເຈລະຈາທີ່ມີປະສິດທິຜົນກັບສະຫະລັດ ແລະທີມງານເຈລະຈາຂອງທັງສອງຝ່າຍ ຈະເປັນຜູ້ຮັບຜິດຊອບເອງຕໍ່ "ຜົນສຳເລັດ ແລະຄວາມຫລົ້ມແຫລວ" ຂອງການເຈລະຈານັ້ນ.
ໂຄສົກກະຊວງການຕ່າງປະເທດຂອງປາກິສຖານຢືນຢັນວ່າ ປາກິສຖານກໍເຂົ້າຮ່ວມໃນການເຈລະເຈຄັ້ງນີ້ ແຕ່ບໍ່ໄດ້ໃຫ້ລາຍລະອຽດແຕ່ຢ່າງ ໃດກ່ຽວກັບຂໍ້ຕົກລົງທີ່ອາດມີຂຶ້ນໄດ້ໃນການເຈລະຈານີ້.