ສະຫະລັດ ຕໍ່ອາຍຸ ຖານະຄຸ້ມ​ຄອງ​ຊົ່ວຄາວ ຫຼື TPS ໃຫ້ແກ່ ຊາວ​ຊີ​ເຣຍ

ຜູ້ຖືບັດອະນຸຍາດ ໃນຖານະໄດ້ຮັບການຄຸ້ມ​ຄອງ​ຊົ່ວຄາວ ຫຼື(TPS) ທ່ານໂມຮາເມດ ອາລາລາ (Mohammad Alala)ກັບພັນລະຍາ ທ່ານນາງ ໄດອາເນຍ (Dania) ຊຶ່ງທັງສອງມີລູກສອງຄົນ ທີ່ເກີດໃນສະຫະລັດ ຄື: ຕຽມ ແລະອາເມີ (Taim and Amr) ທີ່ພາກັນຫຼິ້ນຢູ່ນອກບ້ານ ໃນເມືອງໄມຣາມາຣ, ຟລໍຣິດາ (Miramar, Florida), 24 ມັງກອນ 2018.

ລັດຖະບານ​ຂອງ​ປະທານາທິບໍດີ ດໍໂນລ ທຣຳ ​ຈະຕໍ່ອາຍຸ ຖານະການຄຸ້ມ​ຄອງ​
ຊົ່ວຄາວ ຫຼື TPS ຂອງຊາວ​ຊີ​ເຣຍຫຼາຍ​ກວ່າ 7 ພັນ​ຄົນ ທີ່​ອາ​ໄສ​ຢູ່ໃນ​ສະຫະລັດ.

ຖານະການຄຸ້ມຄອງຊົ່ວຄາວ TPS ອະນຸຍາດ​ໃຫ້​ພວກຄົນເຂົ້າ​ເມືອງ​ແລະ​ຊາວ​
ອົບ​ພະຍົບ ​ໄດ້​ຢູ່​ຢ່າງ​ປອດ​ໄພ ​ໃນ​ສະຫະລັດ ຕາບໃດທີ່ ການ​ກັບ​ຄືນ​ເມືອ​ບ້ານ​ເກີດ
​ຂອງ​ພວກ​ເຂົາ​ເຈົ້າ​ຍັງ​ເປັນອັນຕະລາຍ​ຕໍ່​ພວກ​ເຂົາ​ເຈົ້າ.

ທ່ານ​ນາງ​ເຄີສເຈັນ ນຽລຊັນ (Kirstjen Nielsen) ​ລັດຖະມົນຕີ​ກະຊວງຮັກສາ
​ຄວາມ​ປອດ​ໄພ​ພາຍ​ໃນ ໄດ້ກ່າວ​ໄວ້​ໃນ​ວັນ​ພຸດ​ວານ​ນີ້ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ​
ແລ້ວ​ວ່າ ເງື່ອນໄຂຕ່າງໆໃນການກຳນົດຖານະສຳລັບຊີ​ເຣຍ ແມ່ນ​ຍັງ​ມີຢູ່ຄືເກົ່າ.”

ໃນນັ້ນ ​ແມ່ນ​ຮວມມີ​ທັງກາຂັດແຍ້ງ​ດ້ວຍ​ກຳລັງອາວຸດ ​ແລະ​ໃນ​ອັນ​ທີ່​ ກະຊວງ​ຮັກສາ
​ຄວາມ​ປອດ​ໄພ​ພາຍ​ໃນ ​ເອີ້ນ​ວ່າ “ເງື່ອນໄຂ​ພິ​ເສດ​ແລະ​ຊົ່ວຄາວ.”

ສົງຄາມ​ກາງ​ເມືອງ ການ​ກໍ່​ການ​ຮ້າຍ ​ແລະ​ການ​ກໍ່​ອາ​ຊະນາ​ກຳຕ້ານ​ມະນຸດຊາດຕ່າງໆ
​ເຊັ່ນ​ການໂຈມ​ຕີ​ດ້ວຍ​ແກັສພິດ ທີ່​ພາໃຫ້ລັດຖະບານ​ທ່ານ​ບາຣັກ ​ໂອ​ບາ​ມາ ອະນຸມັດ
ຖານະຄຸ້ມຄອງຊົ່ວຄາວ TPS​ ​ໃນປີ 2012 ໃຫ້ແກ່​ຊາວຊີ​ເຣຍ​ ທີ່​ໄດ້ຫຼົບ​ໜີ​ເຂົ້າ​ມາ​ຍັງ
​ສະຫະລັດ​ນັ້ນ.

ຖານະຄຸ້ມຄອງຊົ່ວຄາວ TPS ​ໄດ້​ຮັບ​ການ​ທົບທວນ ​ໃນ​ທຸກໆ 18 ​ເດືອນ ຕາມທີ່​ບັງຄັບ​
ໄວ້ໃນ​ກົດໝາຍ ​ແລະ​ກໍ​ໄດ້ມີການຕໍ່ອາຍຸມາເລື້ອຍໆ ສຳ​ລັບ​ຊາວ​ຊິີເຣຍ.

ພວກຜູ້ຄົນ ພາກັນປະທ້ວງ ເພື່ອຊາວໜຸ່ມທີ່ຖືກນຳເຂົ້າມາຍັງສະຫະລັດແບບຜິດກົດໝາຍ ຫຼື (DACA) ແລະຖານະການຄຸ້ມຄອງຊົ່ວຄາວ ຫຼື (TPS) ໃນລັດຖະສະພາ, 5 ທັນວາ 2017.

ພຽງ​ແຕ່​ສຳລັບຊາວ​ຊີ​ເຣຍ ທີ່ຢູ່​ໃນ​ສະຫະລັດ​ ນັບ​ຕັ້ງ​ແຕ່ ວັນ​ທີ 1 ສິງຫາ ປີ 2016
ເທົ່າ​ນັ້ນ ຊຶ່ງເປັນຕອນສຸດທ້າຍ​ ຂອງ​ໄລຍະ 18 ​ເດືອນ ໃນການທົບທວນເທື່ອຫລ້າສຸດ
​ແມ່ນ​ແມ່ນໄດ້ອະນຸຍາດ​ພາຍ​ໃຕ້​ຖານະຄຸ້ມຄອງຊົ່ວຄາວ TPS.

ພວກ​ສະໜັບສະໜຸນ ກ່າວ​ວ່າ ການສະໜອງຕອບ​ນີ້ ​ແມ່ນ​ບໍ່​ພຽງພໍ ​ເມື່ອເວົ້າເຖິງ
​ລະດັບ​ຂອບເຂດຂອງຄວາມເສຍຫາຍຢູ່​ໃນ​ຊີ​ເຣຍ, ໂດຍເຕືອນ​ວ່າ ​ຊາວ​ຊີ​ເຣຍ
ທີ່ບໍ່ມີຄຸນສົມບັດຄົບຖ້ວນຕາມ​ກົດ​ລະບຽບທີ່​ວາງ​ໄວ້ນັ້ນ ຈະ​ຖືກ​ສົ່ງ​ກັບ​ຄືນ​ສູ່​
ສະ​ພາບ​ການທີ່ເປັນອັນຕະລາຍ.

“ມັນ​ບໍ່​ມີ​ການປົກຄອງດ້ວຍຕົວບົດ​ກົດໝາຍ ຢູ່​ໃນ​ເຂດ​ທີ່​ລັດຖະບານ​ຄຸ້ມ​ຄອງ
ຫຼື ​ໃນ​ເຂດ​ທີ່ພວກຕໍ່ຕ້ານ​ຄຸ້ມ​ຄອງ ​ໃນ​ຊີ​ເຣຍ. ພວກ​ຜູ້​ຄົນ​ທັງຫຼາຍທີ່​ກັບ​ຈາກ
ສະຫະລັດຕອນ​ນັ້ນກໍ​ຈະ​ຖືກ​ມອງ​ເບິ່ງແບບ​ມີຄວາມ​ສົງ​ໄສ ​ໂດຍລັດຖະບານ​ຊີ​ເຣຍ
​ແລະ​ພວກ​ເຂົາ​ເຈົ້າ​ກໍ​ຈະຖືກ​ຈັບ​ກຸມ,”
ນັ້ນຄືຄຳເວົ້າຂອງ​ອະດີດ​ເອກ​ອັກຄະ​ລັດຖະທູດ
ສະຫະລັດປະຈຳ​ຊີ​ເຣຍ ທ່ານ​ໂຣ​ເບີດ ຟ​ອດ ​ທີ່ໄດ້​ກ່າວ​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໄວ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ