ລມຕ ຕ່າງປະເທດ ສຫລ ແລະ ຣັດເຊຍ ຈະພົບປະກັນ ເລື່ອງຊີເຣຍ ແລະຢູເຄຣນ

ທະຫານຢູເຄຣນ ຍ່າງຜ່ານຊາກຫັກພັງ ຂອງໂຮງງານ ພາຍຫລັງທີ່ໄດ້ສູ້ລົບ ກັບພວກສະໜັບສະໜຸນ ການແຍກຕົວໄປຂຶ້ນກັບຣັດເຊຍ ຢູ່ເມືອງ Avdiivka ໃນເຂດ Donetsk ຂອງຢູ່ເຄຣນ ໃນວັນທີ 31 ມີນາ 2017.

ທ່ານ Rex Tillerson ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ສະຫະລັດ ມີ​ກຳນົດ​ທີ່
​ຈະ​ພົບ​ປະ​ກັບ ທ່ານ Sergei Lavrov ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຣັດ​
ເຊຍ ​ໃນ​ວັນ​ພຸດ​ມື້ອື່ນ​ນີ້ ​ເພື່ອ​ສົນທະນາ​ກັນ​ເລື່ອງ​ຊີ​ເຣຍ, ຢູ​ເຄຣນ ​ແລະ​ບັນ​ຫາ​ອື່ນໆ ອີກ.

ກະຊວງການ​ຕ່າງປະ​ເທດ ສະຫະລັດ ​ກ່າວ​ຢູ່​ໃນ​ຖະ​ແຫຼງການ ​ໃນ​ວັນ​ຈັນ​ວານ​ນີ້ວ່າ
“ກ່ຽວກັບ​ເລື່ອງ​ຊີ​ເຣຍ ທ່ານລັດຖະມົນຕີ ມີ​ຄວາມ​ຕັ້ງ​ໃຈ​ຈະ​ສົນທະນາກ່ຽວ​ກັບ​ຄວາມ​ພະຍາຍາມ ​ເພື່ອຫລຸດຜ່ອນ​ຄວາມ​ຮຸນ​ແຮງ​ລົງ, ສະໜອງການຊ່ວຍ​ເຫລືອ​ດ້ານ​ມະນຸດ
ສະ​ທໍາ​ແກ່​ປະຊາ ຊົນ​ຊີ​ເຣຍ ​ແລະ ວາງຂັ້ນຕອນເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງ​ທາງ​ການ​ເມືອງ.”

ຄໍາ​ປະກາດ​ດັ່ງກ່າວ​ໄດ້ນຳ​ອອກ​ເຜີຍ​ແຜ່ໃນ​ຂະນະ​ທີ່ທ່ານ Jim Mattis ລັດຖະມົນຕີ
​ກະຊວງ ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ເວົ້າວ່າ ສະຫະລັດ​ຈະ​ກວດກາແຜນການ​ຂອງ
ຣັດ​ເຊຍ ​ໃນ​ການ​ສັ້າງຕັ້ງ​ເຂດ "ຫລຸ​ດຜ່ອນ​ຄວາມ​ຮຸນ​ແຮງ" ຢູ່​ໃນ​ຊີ​ເຣຍ ນັ້ນຢ່າງ​ລະອຽດ.


​ເມື່ອ​ຖືກ​ຖາມ​ກ່ຽວກັບ​ຄວາ​ຄິດ​ລິ​ເລີ້ມດັ່ງກ່າວ ທ່ານ Mattis ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ
"ຄວາມຫຍຸ້ງຍາກ​ສຸດ ຍາມ​ໃດ​ກໍ​ແມ່ນຢູ່​ໃນລາຍ​ລະອຽດ" "ພວກ​ເຮົາ​ຈະ​ຕ້ອງ​ເບິ່ງ​ຂໍ້​ສະ
​ເໜີນັ້ນ ​ວ່າ​ມັນ​ຈະ​ໃຊ້​ການ​ໄດ້​ຫລືບໍ່."

ຣັດ​ເຊຍ, ​ເທີ​ກີ ​ແລະ​ອີຣ່ານ​ໄດ້ເຫັນ​ດີ​ນໍາກັນກ່ຽວ​ກັບຂໍ້​ຕົກລົງ​ທີ່​ລັດຖະບານມົສກູນໍາສະ
​ເໜີ ​ໃນ​ອາທິດ​ແລ້ວນີ້ ​ເພື່ອ​ໃຫ້​ຕັ້ງໃນອັນທີ່​ເອີ້ນວ່າເຂດ "ຫລຸ​ດຜ່ອນ​ຄວາມ​ຮຸນ​ແຮງ" ຢູ່
​ໃນ​ຊີ​ເຣຍ​ ໃນ​ການ​ພະຍາຍາມທີ່​ຈະ​ຢຸດຕິ​ຂໍ້​ຂັດແຍ້​ງລົງ.

ຄໍາ​ສະ​ເໜີນັ້ນ​ໄດ້​ຮຽກຮ້ອງ​ໃຫ້ເອົາມາດ​ຕະການ​ ໃນ​ການ​ຫລຸດຜ່ອນ​ການ​ສູ້​ລົບ​ກັນ ​ຢູ່​ໃນ
4 ​ຂົງ​ເຂດທີ່​ຖືກ​ກໍານົດ​ໄວ້​ຢູ່​ໃນ​ຊີ​ເຣຍ ຊຶ່ງເປັນ​ເຂດທີ່​ພວກ​ກະບົດ​ທີ່ບໍ່ມີ​ສ່ວນພົວ​ພັນ​ກັບ
ກຸ່ມ​ຫົວ​ຮຸນແຮງ​ລັດ​ອິສລາມ ຫລື IS ຄວບ​ຄຸມພື້ນທີ່ຢູ່​ນັ້ນ.

​ແຜນການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນພາຍຫລັງ​ທີ່​ມີ​ການເຈລະຈາ​ສັນຕິພາບ​ຮອບ​ຫລ້າ​ສຸດ
​ລະຫວ່າງ ຣັດ​ເຊຍ, ອີ່ຣ່ານ, ​ແລະ​ເທີ​ກີ ທີ່​ຈັດ​ຂຶ້ນຢູ່​ໃນນະຄອນ Astana ຂອງ
Kazakhstan. ສະຫະລັດ​ໄດ້​ສົ່ງ​ເຈົ້າໜ້າທີ່​ຂັ້ນສູງ​ທ່ານ​ນຶ່ງ​ໄປ​ຮ່​ວມກອງ​ປະຊຸມ​ດັ່ງກ່າວ
​ແຕ່​ກໍ​ບໍ່​ໄດ້​ເປັນ​ພາ​ຄື ຂອງ​ສັນຍາ​ສະບັບ​ນີ້.

​ແຜນ​ລິ​ເລີ້ມດັ່ງກ່າວ ມີ​ຜົນ​ບັງຄັບ​ໃຊ້​ໃນ​ທ່ຽງຄືນ​ຂອງ​ວັນ​ສຸກແລ້ວນີ້. ຣັດ​ເຊຍ​ເວົ້າວ່າ
​ເຂດ​ດັ່ງ​ກ່າວ​ໄດ້​ຖືກ​ປິດ​ ບໍ່​ໃຫ້​ເຮືອບິນຂອງ​ກອງ​ກໍາລັງ​ປະສົມ ທີ່​ນໍາພາໂດຍ​ສະຫະລັດ
ບິນ​ເຂົ້າ​ໄປ.

ການ​ເຈລະຈາ​ທີ່​ນະຄອນ Astana ​ບໍ່​ແມ່ນ​ອັນ​ດຽວກັນ​ກັບຄວາມ​ພະຍາຍາມຂອງ​ສະ
ຫະ​ປະ ຊາ​ຊາດ ທີ່​ຈະນຳ​ເອົາພັກ​ຝ່າຍ​ຕ່າງໆ ທີ່​ກໍາລັງ​ຕໍ່ສູ້​ກັນຢູ່​ນັ້ນ ຫັນໜ້າ​ມາ​ເຈລະຈາ
ກັນ ​ເພື່ອ​ແນ​ໃສ່ຢຸດຕິ​ສົງຄາມ ​ແລະ​ເລີ້ມຕົ້ນມີ​ການ​ປ່ຽນ​ແປງ​ທາງ​ການ​ເມືອງ ​ໂດຍ​ທີ່​ມີ
​ລັດຖະທໍາ​ມະ ນູນ ​ແລະ​ການ​ເລືອກ​ຕັ້ງຕ່າງໆ ຂຶ້ນ. ​

ທ່ານ Staffan de Mistura ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດປະ​ຈໍາ​ຊີ​ເຣຍ ​ກ່າວ​ໃນ
​ວັນ​ຈັນ​ວານ​ນີ້ວ່າ ທ່ານ​ຫວັງ​ວ່າ ​ແຜນການ​ໃນ​ການ​ຫລຸດຜ່ອນ​ຄວາມ​ຮຸນ​ແຮງ​ທີ່ Astana
ຈະ​ໄດ້​ຖືກ​ນໍາ​ໄປ​ປະຕິບັດຢ່າງ​ເຕັມ​ສ່ວນ ​ແລະ​ຊ່ວຍ​ໃນ​ການ​ສ້າງ​ລັກສະນະ​ທ່າ​ທີທີ່​ດີ
​ໃຫ້​ແກ່ການ​ເຈ ລະຈາ ລະຫວ່າງ​ລັດຖະບາຍ​ຊີ​ເຣຍ ​ແລະ​ພວກ​ກະບົດ ຮອບໜ້າທີ່​ນໍາ
ພາ​ໂດຍ ສະຫະ​ປະຊາ​ຊາດ ທີ່ຈະ​ເລີ້ມຕ​ຂຶ້ນ​ໃນ​ວັນ​ທີ 16 ພຶດສະພາ ທີ່​ນະຄອນ Geneva.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ