ທ່ານແມັກເຄນ ຮຽກຮ້ອງ ໃຫ້ທໍາການ ໂຈມຕີທາງອາກາດ ຕໍ່ຊີເຣຍ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານ John McCain ສະມາຊິກສະພາສູງສະຫະລັດ ກ່າວຕໍ່ບັນ ດານັກຂ່າວ ທີ່ຕຶກສະພາສະຫະລັດ. ວັນທີ 6 ມີນາ 2012.


















ທ່ານ John McCain ສະມາ ຊິກ​ສະພາ​ສູງ​ສະຫະລັດ ຮຽກຮ້ອງ​ໃຫ້​ສະຫະລັດ​ທໍາ​ການ​
ໂຈມ​ຕີ​ທາງ​ອາກາດ​ຕໍ່​ຊີ​ເຣຍ ​ເພື່ອ​ປົກປ້ອງ​ສູນ​ກາງ​ປະຊາຊົນແຫ່ງ​ຕ່າງໆ​ແລະ​ສ້າງ​ຕັ້ງເຂດ
ປອດ​ໄພຂຶ້ນ​ໃຫ້​ແກ່​ພວກ​ຝ່າຍ​ຄ້ານ​ຕໍ່ຕ້ານ​ອໍານາດການ​ປົກຄອງ​ຊີ​ເຣຍນັ້ນ.

ທ່ານ John Mc Cain ຊຶ່ງ​ເປັນສະມາຊິກ​ ສັງກັດ​ພັກ Republican ທີ່​ມີ​ອິດ​ທິພົນຈາກ
ລັດ Arizona ​ໄດ້​ກົດ​ດັນ​ໃຫ້​ມີ​ການ​ແຊກ​ແຊງ​ທາງ​ທະຫານ​ຂອງ​ຕ່າງປະ​ເທດ​ໃນ​ການ​ກ່າວ​
ຖະ​ແຫລ​ງຕໍ່​ສະພາ​ສູງສະຫະລັດ​ໃນວັນ​ຈັນ​ວານ​ນີ້.

ທ່ານ​ກ່າວ​ວ່າ ການ​ສ້າງ​ຕັ້ງເຂດປອດ​ໄພຂຶ້ນ​ນັ້ນ​ສາມາດ​ຊ່ອຍ​ພວກ​ກອງທັບ​ຊີ​ເຣຍ​ເສລີ​ແລະ​
ກຸ່ມ​ປະກອບ​ອາວຸດ​ອື່ນໆ​ເພື່ອ​ທໍາ​ການ​ເຝິກ​ແອບແລະ​ຈັດ​ຕັ້ງ​ເຂົາ​ເຈົ້າ​ເອງ ​ແລະ​ອາດ​ຈະ​ຊ່ອຍ​
ໃນ​ການຈັດ​ສົ່ງ​ການ​ຊ່ອຍ​ເຫລືອ​ໃນ​ດ້ານ​ມະນຸດສະ​ທໍາ​ແລະ​ທາງ​ທະຫານ​ໄປ​ໃຫ້​ນັ້ນ.

ທ່ານ McCain ຍັງ​ເວົ້າ​ເຊ່ນ​ກັນ​ວ່າ ສະຫະລັດ​ມີ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ຄວາມ​ປອດ​ໄພ
ແຫ່ງ​ຊາດ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຍຸຕິຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ​ແລະ​ບັງຄັບ​ໃຫ້​ປະທານາທິບໍດີ
Bashar al-Assad ​ແຫ່ງ

ຊີ​ເຣຍລາ​ອອກ​ຈາກ​ອໍານາດ​ໄປ. ທ່ານ​ກ່າວ​ຕື່ມ​ວ່າ ຊີ​ເຣຍຈະ​ກາຍ​ເປັນປະ​ເທດ​ທີ​ມີ​ບັນຫາ
ຂັດ​ແຍ້​ງກັນ​ໃນ​ດ້ານ​ອາວຸດ​ຢ່າງ​ເຕັມ​ສ່ວນ ​ແລະ​ວ່າ ທ່ານ​ອັສສັດຈະ​ຕ້ອງ​ຮູ້ຈັກ​ວ່າທ່ານ​ຈະ
ບໍ່​ຊະນະ​ໃນ​ເລື້ອງ​ນີ້.

ທ່ານ John McCain ​ໄດ້​ເປັນ​ຜູ້​ສະມັກຮັບ​ເລືອກ​ຕັ້ງປະທານາທິບໍດີສະຫະລັດ​ຂອງ​ພັກ
Republican ໃນ​ປີ 2008 ​ເວລາທ່ານ​ເສຍ​ໄຊ ໃຫ້​ແກ່​ທ່ານ​ບາຣັກ ​ໂອ​ບາ​ມາສັງກັດ​ພັກ
ເດ​ໂມກຣັດນັ້ນ.