ຫົວໜ້າຫ້ອງການສິດທິມະນຸດ ສະຫະປະຊາດ ກ່າວໃນວັນອັງຄານມື້ນີ້ວ່າ ການເອົາບາດກ້າວທີ່ກ້າຫານແມ່ນຈຳເປັນໃນການຕອບໂຕ້ ຕໍ່ອັນທີ່ກຳລັງເກີດຂຶ້ນຢູ່່ໃນເມືອງ Aleppo ທາງພາກເໜືອຂອງຊີເຣຍ ບ່ອນທີ່ມີການໂຈມຕີຊຶ່ງແນໃສ່ເປົ້າໝາຍໃສ່ທີ່ໝັ້ນພວກຕໍ່ຕ້ານ ທາງພາກຕາເວັນອອກຂອງເມື່ອງດັ່ງກ່າວ ກຳ ລັງເປັນຜົນ “ກະທົບຢ່າງຮ້າຍແຮງ” ຕໍ່ພົນລະເຮືອນ.
ທ່ານ Zeid Ra’ad Al Hussein ກ່າວວ່າ “ການປະເຊີນໜ້າກັບຄວາມຮຸນແຮງແລະການທຳລາຍລ້າງທີ່ໜ້າຢ້ານກົວ ແລະການເອົາບາດກ້າວພິເສດຕ້ອງໄດ້ລົງມືປະຕິບັດ.”
Your browser doesn’t support HTML5
White House Press Sec Josh Earnest on Suspending Talks with Russia
ທ່ານໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບເອົາກົດລະບຽບ ເພື່ອປ້ອງກັນບໍ່ໃຫ້ບັນດາປະເທດສະມາຊິກ ຈາກການໃຊ້ສິດຍັບຢັ້ງເພື່ອກີດກັ້ນ ຮ່າງຍັດຕິຕ່າງໆ ເວລາທີ່ມີຄວາມເປັນຫ່ວງອັນຮ້າຍແຮງ ທີ່ການກໍ່ອາຊະຍາກຳສົງຄາມ ການກໍ່ໂທດກຳຕ້ານມະນຸດຊາດ ຫລືການຂ້າລ້າງເຊື້ອຊາດເຜົ່າພັນທີ່ອາດເກີດຂຶ້ນ.
Your browser doesn’t support HTML5
State Dept Press Office Director Trudeau on Suspended Participation in Channels with Russia
ບັນດາສະມາຊິກຖາວອນໃນສະພາຄວາມໝັ້ນ ສາມາດໃຊ້ສິດຍັບຢັ້ງ. ເຂົາເຈົ້າແມ່ນ ຮວມທັງຣັດເຊຍ ທີ່ເປັນພັນທະມິດຂອງຊີເຣຍ ຕິດຕາມມາດ້ວຍຈີນ ທີ່ໄດ້ກີດກັ້ນຂໍ້ຍັດ ຕິຫລາຍຢ່າງ ທີ່ໄດ້ແນໃສ່ລັດຖະບານຊີເຣຍ ນັບແຕ່ການຂັດແຍ້ງໄດ້ເກີດຂຶ້ນໃນເດືອນມີນາ ປີ 2011 ເປັນຕົ້ນມາ. ຊຶ່ງປະເທດໃດປະເທດນຶ່ງຈະສະເໜີສະພາບການໃນຊີເຣຍ ໃຫ້ແກ່ສານອາຍາສາກົນໄດ້.
ພວກນັກລົບເສຣີຊີເຣຍ ຍິງລູກຈະຫລວດຈາກເມືອງ Haltaya ໃນແຂວງ Hama.
ສະຫະລັດກໍມີສິດຍັບຢັ້ງເຊັ່ນດຽວກັນ. ສະຫະລັດສະໜັບສະໜຸນພວກຕໍ່ຕ້ານລັດຖະ ບານທ່ານ Assad ຊຶ່ງເປັນຝ່າຍກົງກັນຂ້າມໃນບັນຫາຂັດແຍ້ງ ກັບຣັດເຊຍ ທີ່ໄດ້ເຮັດໃຫ້ປະເທດມະຫາອຳນາດທັງສອງ ຮຽກຮ້ອງໃຫ້ອີກຝ່າຍນຶ່ງກົດດັນພັກຝ່າຍຕ່າງໆໃນບັນຫາຂັດແຍ້ງໄປສູ່ຄວາມພະຍາຍາມໃນການເຈລະຈາສັນຕິພາບ ແລະການຢຸດຍິງ.
ໃນເດືອນແລ້ວນີ້ປະເທດທັງສອງໄດ້ເຫັນດີນຳຂໍ້ຕົກລົງ ທີ່ແນໃສ່ເພື່ອຫລຸດຜ່ອນຄວາມຮຸນແຮງ ແລະເລັ່ງລັດໃນການຈັດສົ່ງການຊ່ວຍເຫລືອດ້ານມະນຸດສະທຳເຂົ້າໄປໃນເມຶອງ Aleppo ແຕ່ວ່າຂໍ້ຕົກລົງດັ່ງກ່າວ ໄດ້ແຕກຫັກລົງຢ່າງວ່ອງໄວ ຊຶ່ງສະຫະລັດ ແລະຣັດເຊຍ ຕ່າງກໍໄດ້ຖິ້ມໂທດໃສ່ກັນແລະກັນ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ແລະລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergey Lavrov ຕອບຄຳຖານບັນດານັກຂ່າວ.
ສະຫະລັດໄດ້ໂຈະການເຈລະຈາຢຸດຍິງໃນວັນຈັນວານນີ້ ໂດຍປະກາດວ່າຄວາມອົດ ທົນກັບຣັດເຊຍໄດ້ “ໝົດລົງໄປ” ໂດຍອ້າງວ່າ ຍັງມີການສືບຕໍ່ໂຈມຕີທາງທະຫານຕໍ່ເປົ້າໝາຍພົນລະເຮືອນ. ຣັດເຊຍກ່າວວ່າ ຕົນເສຍໃຈໃນການຕັດສິນໃຈຂອງສະຫະ ລັດ ແລະໄດ້ສະແດງຄວາມບໍ່ພໍໃຈຕໍ່ອັນທີ່ຣັດເຊຍກ່າວວ່າ ເປັນ ຄວາມລົ້ມແຫລວຂອງສະຫະລັດທີ່ຈະແຍກພວກຕໍ່ຕ້ານນິຍົມແນວທາງປານກາງ ອອກຈາກພວກຫົວຮຸນແຮງນັ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Syria US Russia