ທ້າວ Snowden ໜີອອກຈາກ ຮ່ອງກົງ ໄປຍັງ ປະເທດທີ່ສາມແລ້ວ (ວີດິໂອ)

ຮູບພາບຂອງ Edward Snowden ອະດີດພະນັກງານສັນຍາ ຈ້າງ ຂອງອົງການຄວາມໝັ້ນຄົງແຫ່ງຊາດສະຫະລັດ ປະກົດອອກ ໃນຈໍໂທລະພສບ ຢູ່ຍ່ານການຄ້າແຫ່ງ ນຶ່ງ ໃນຮ່ອງກົງ

ໜັງສື​ພິມ The South China Morning Post ລາຍ​ງານ​ວ່າ ທ້າວ Edward Snowden ຜູ້​ເປີດ​ເຜີຍ​ຄວາມ​ລັບກ່ຽວ​ກັບ​ການ​ສອດ​ແນມ​ປະຊາຊົນຂອງລັດຖະບານ​ສະຫະລັດ ​ໄດ້​ໜີ​ອອກ​ຈາກ​ຮ່ອງ​ກົງໄປ​ແລ້ວ ໂດຍທາງ​ເຮືອບິນ​ໄປ​ສູ່​ນະຄອນຫຼວງ Moscow ຂອງຣັດ​ເຊຍ ​ເພື່ອມຸ້ງ​ໜ້າໄປ​ຍັງ​ປາຍທາງ​ປະ​ເທດ​ທີ່​ສາມ.

ໜັງສືພິມ​ດັ່ງກ່າວ​ເວົ້າ​ອີກ​ວ່າ ​ເຮືອບິນ​ສາຍ​ການບິນ Aeroflot ​ທີ່ອະດີດ​ພະນັກງານສັນ ຍາ​ຈ້າງ​ຂອງ​ອົງການ​ຄວາມ​ໝັ້ນຄົງ​ແຫ່ງຊາດຂີ່​ໄປ​ນັ້ນ ​ໄດ້​ອອກ​ຈາກ​ຮ່ອງ​ກົງໄປ​ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ​ແລະ​ມີ​ກໍານົດ​ຈະ​ເດີນ ທາງ​ໄປ​ເຖິງ Moscow ຫຼັງຈາກ 5 ​ໂມງ​ແລງ​ ຕາມ​ເວລາ​ທ້ອງ​ຖິ່ນ.

ລາຍ​ງານ​ຂອງສື່​ມວນ​ຊົນ​ຕ່າງໆ ເວົ້າ​ວ່າ ທ້າວ Snowden ອາດ​ໄປ​ຂໍລີ້​ໄພ​ຢູ່ ປະ​ເທດ Iceland ຫຼື Ecuador. ​ໂຄສົກ​ກະຊວງ​ພາຍ​ໃນ​ຂອງ​ປະ​ເທດ Iceland ບອກ​ວີ​ໂອ​ເອ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ທ້າວ Snowden ຍັງ​ບໍ່ໄດ້​ຍື່ນ​ຄໍາ​ຮ້ອງ​ຂໍ​ລີ້​ໄພ​ທາງ​ເປັນ​ທາງ​ການ ​ແລະ​ວ່າ​ຜູ້​ທີ່​ຈະ​ຢື່ນຄໍາ​ຮ້ອງ​ ຂໍ​ດັ່ງກ່າວ​ໄດ້ ​ຈະ​ຕ້ອງ​ຢູ່​ໃນ​ປະ​ເທດ​ນັ້ນ​ແລ້ວ.

​ເມື່ອ​ວັນ​ເສົາ​ວານ​ນີ້ ​ເຈົ້າໜ້າ​ທີ່​ທໍານຽບຂາວ​ເວົ້າ​ວ່າ ທາງ​ວໍ​ຊິງ​ຕັນ​ໄດ້​ຂໍ​ຮ້ອງ ​ໃຫ້​ຮ່ອງ​ກົງ​ສົ່ງ ທ້າວ Snowden ​ຄືນໃຫ້​ຕົນ ຊຶ່ງ​ຜູ້ກ່ຽວ​ປະ​ເຊີນ​ກັບ​ຂໍ້​ຫາ​ຈາລະ​ກໍາ ຍ້ອນ​ໄດ້ເປີດ​ເຜີຍ​ຄວາມ​ລັບ​ຂອງ​ໂຄງ ການ​ສອດ​ແນມ​ຂອງ​ສະຫະລັດ.

ທ່ານ Tom Donilon ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ໄດ້​ອ້າງ​ເຖິງ​ສົນທິສັນຍາ​ວ່າ​ດ້ວຍ
ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ​ແລະ​ຄວາມ​ສໍາພັນ​ທາງ​ການ​ທູດອັນ​ດີ​ ທີ່​ມີມາ​ແຕ່​ດົນ​ນານ ກັບຮ່ອງ​ກົງ ​ເມືອງ​ທີ່​ປົກຄອງ​ຕົນ​ເອງ​ເຄິ່ງນຶ່ງຂອງ​ຈີນ ​ແລະ​ເວົ້າ​ວ່າ ພວກ​ເຮົາ​ຄາດ​ວ່າ​ເຈົ້າໜ້າ​
ທີ່​ຮ່ອງ​ກົງ​ຈະ​ປະຕິບັດ​ຕາມສົນທິສັນ​ຍາ​ດັ່ງກ່າວ​ໃນ​ກໍລະນີ​ນີ້ ​ແຕ່​ລັດຖະບານ​ຮ່ອງ​ກົງ​ເວົ້າ​ເມື່ອ​ວັນ ອາທິດ​ມື້​ນີ້​ວ່າ ການ​ຮ້ອງ​ຂໍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນດັ່ງກ່າວ​ຂອງ​ສະຫະລັດ ຍັງບໍ່​ພຽງ
ພໍ​ກັບ​ເງື່ອນ​ໄຂຕ່າງໆ​ທາງ​ກົດໝາຍ.

ເບິ່ງວີດີໂອ:

Your browser doesn’t support HTML5

Snowden ໜີອອກຈາກຮ່ອງກົງແລ້ວ