ທ່ານ Netanyahu ປະຕິເສດ ຕໍ່ຄຳເຊື້ອເຊີນ ຂອງ ປ. ໂອບາມາ

ນາຍົກລັດຖະມົນຕີ Israel ທ່ານ Benjamin Netanyahu ກຳລັງຕຽມຕົວເຂົ້າກອງປະຊຸມປະຈຳອາທິດ ໃນ Jerusalem, 24 ມັງກອນ, 2016.

ທຳນຽບ ນາຍົກລັດຖະມົນຕີ Israel ທ່ານ Benjamin Netan-
yahu
​ໄດ້ກ່າວໃນວັນອັງ ຄານມື້ນີ້ວ່າ ທ່ານໄດ້ປະຕິເສດຕໍ່ການ
ພົບປະ ​ກັບປະທານາທິບໍດີ​ສະຫະລັດ ທ່າ​ນບາຣັກ ໂອ​ບາ​ມາ
ທີ່ວໍຊິງຕັນ ​ໃນ​ທ້າຍ​ເດືອນ​ນີ້ ຍ້ອນທ່ານຢາກຫລີກເວັ້ນຈາກການ
ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນຂອງສະ
ຫະລັດ ທີ່ກຳລັງດຳເນີນຢູ່ໃນເວລານີ້.

ທຳນຽບຂາວ ​ໄດ້​ກ່າວໃນວັນຈັນວານນີ້ວ່າ Israel ​ໄດ້​ເລື່ອນ
ເວລາໃນການພົບປະ​ອອກ​ໄປ​ເປັນວັນ​ທີ 17 ຫຼື​ບໍ່ກໍ​ວັນ​ທີ 18​
ມີນາ ​ທີ່​ທາງ​ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ ​ໄດ້​ຕົກລົງ​ທີ່​ຈະ
​ພົບ​ປະກັນ ​ບໍ່ວັນມື້ໃດກໍມື້ນຶ່ງໃນໄລຍະສອງວັນດັ່ງກ່າວ.

​ໂຄສົກ ​ຂອງ​ສະພາຄວາມໝັ້ນຄົງ​ແຫ່ງ​ຊາດ​ ທ່ານ Ned Price ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຫວັງ
ວ່າ ຈະ​ໄດ້​ເປັນ​ເຈົ້າພາບ​ຈັດການພົບປະສອງ​ຝ່າຍຂຶ້ນ. ພວກ​ເຮົາ​ກໍມີ​ຄວາມແປກ​ໃຈທີ່​ໄດ້ຮູ້ຂ່າວເລື້ອງ​ນີ້ ​ຜ່ານລາຍງານຂອງສື່ມວນຊົນ ​ທີ່ກ່າວວ່າ ​ນາຍົກລັດຖະມົນຕີ ​ແທນ​ທີ່​ຈະ​ຮັບເອົາ​ການ​ເຊື້ອ​ເຊີ​ນຂອງພວກ​ເຮົາ ທ່າ​ນກັບ​ເລືອກ​ທີ່​ຈະ​ຍົກ​ເລີກ​ການ​ພົບ​ປະກັນ​ຄັ້ງ​ນີ້.”

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden (ກາງ) ຢ້ຽມຢາມ Sheikh Zayed ໂບດສາສະໜາອິສລາມ ໃນ Abu Dhabi, United Arab Emirates, 07 ມີນາ, 2016.

ການ​ເຄື່ອນໄຫວດັ່ງກ່າວ ມີ​ຂຶ້ນ​ໃນ​ຂະນະ​ທີ່ີທ່ານ Joe Biden
​ຮອງປະທານາທິບໍດີ​ສະຫະລັດ ຈະ​ໄປ​ຮອດ Israel ​ໃນ​ແລງ​ວັນ
​ອັງຄານ​ມື້​ນີ້ ລະຫວ່າງ​ການ​ຢ້ຽມຢາມ​ຫຼາ​ຍໆປະ​ເທດ​ໃນ​ພາກ​ຕາ
​ເວັນ​ອອກ​ກາງ. ທ່ານ Biden ຈະ​ພົບ​ປະ​ກັບ​ອະດີດປະທານາ
ທິບໍດີ Shimon Peres ​ໃນ​ວັນ​ອັງຄານມື້ນີ້ ​ແລະ​ຈະ​ພົບ​ປະ​ກັບ
​ທ່ານ Benjamin Netanyahu ຕາມ​ແຜນການ​ທີ່ໄດ້ວາງ​ໄວ້
ໃນວັນ​ພຸດ​ມື້​ອື່ນ​ນີ້.

ທ່ານ Biden ​ໄດ້​ເລີ້​ມການ​ເດີນທາງ​ຂອງ​ທ່ານ ​ໃນ​ວັນ​ຈັນ​ວານ​ນີ້
​ທີ່ປະເທດ ​ສະຫະລັດ Arab Emirates ບ່ອນ​ທີ່​ທ່ານ​ຈະ​ຢ້ຽມ
ຢາມ​ພວກ​ທະຫານ​ອາກາດສະຫະລັດ ທີ່​ໄດ້​ໄປ​ປະຈຳການຢູ່​ຖານ
ທັບອາກາດ Al-Dhafra ​ແລະ​ປະຕິຍານ​ວ່າ ສະຫະລັດ​ຈະ
“ບີບ​ຄັ້ນ​ພວກ​ກຸ່​ມລັດ​ອິສລາມ​ ໃຫ້​ພາຍ​ແພ້ ​ແລະ​ທຳລາຍ​ພວກ​ເຂົາ.” ທ່ານ​ໄດ້ກ່າວ​ເຖິງ​ພວກຫົວ​ຮຸນ​ແຮງ​ຂອງ​ກຸ່ມ​ລັດ​ອິສລາມ ນັ້ນ​ວ່າ​ແມ່ນພວກ “ອາ​ຊະ​ຍາກ​ອນ​ແລະ​ພວກຂີ້ຂາດ
ຕາຂາວ.”