ຫົວໜ້າພະແນກ ສາທາລະນະສຸກ ສະຫະລັດ ເວົ້າວ່າ ຂໍ້ຫ້າມ COVID ໃໝ່ ແມ່ນການຕອບໂຕ້ທີ່ເໝາະສົມ

ຫົວໜ້າພະແນກ ສາທາລະນະສຸກ ສະຫະລັດ ດຣ. ວິເວັກ ເມີທີ ກ່າວຄຳປາໄສ ໃນລະຫວ່າງກອງປະຊຸມລາຍງານປະຈຳວັນ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ.15 ກໍລະກົດ, 2021. (AP Photo/Susan Walsh)

ຫົວໜ້າ​ພະ​ແນ​ກ​ສາທາລະນະ​ສຸກ ຂອງລັດຖະບານ​ກາງສະຫະລັດ ດຣ. ວິເວັກ ເມີທີ ໃນວັນອາທິດວານນີ້ ໄດ້ກ່າວປ້ອງກັນຄໍາສັ່ງໃໝ່ຂອງປະທານາທິບໍດີ ໂຈ ໄບເດັນ ທີ່ຮຽກຮ້ອງໃຫ້ກຳມະກອນຫຼາຍລ້ານຄົນ ສັກຢາວັກຊີນປ້ອງກັນໄວຣັສ ໂຄໂຣນາພາຍໃຕ້ການຂົ່ມຂູ່ທີ່ອາດເປັນໄປໄດ້ຂອງການສູນເສຍວຽກງານ, ເຖິງ ແມ່ນວ່າມັນຈະມີການຄັດຄ້ານຢ່າງກ້ວາງຂວາງຈາກບັນດາຜູ້ປົກຄອງລັດສັງກັດພັກຣີພັບບລີກັນກໍຕາມ.

ທ່ານ ເມີທີ ໄດ້ກ່າວຕໍ່ລາຍການ This Week ຂອງໂທລະພາບ ABC ວ່າ “ນີ້ບໍ່ແມ່ນບາດກ້າວທີ່ບໍ່ປົກກະຕິ. ນີ້ແມ່ນການຕອບໂຕ້ທີ່ເໝາະສົມ.”

ດ້ວຍກໍລະນີໄວຣັສໂຄໂຣນາສາຍພັນ ແດລຕ້າ ໃໝ່ປະມານ 150,000 ກໍລະນີ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 1,500 ຄົນໄດ້ຖືກບັນທຶກໃນແຕ່ລະວັນໃນ ສະຫະລັດ ນັ້ນ,​ ໃນອາທິດທີ່ຜ່ານມາທ່ານ ໄບເດັນ ໄດ້ສັ່ງໃຫ້ບັນດາທຸລະກິດ ຕ່າງໆທີ່ມີພະນັກງານຫຼາຍກວ່າ 100 ຄົນ ຫຼື ຫຼາຍກວ່ານັ້ນ ອອກຄຳສັ່ງສັກຢາ ສຳລັບພະນັກງານຂອງເຂົາເຈົ້າ ຫຼື ຮຽກຮ້ອງໃຫ້ພະນັກງານທັງຫຼາຍທຳການ ກວດ COVID-19 ໃນແຕ່ລະອາທິດ ຖ້າເຂົາເຈົ້າປະຕິເສດການສັກຢາ.

ກຳມະກອນປະມານ 80​ ລ້ານຄົນ ໃນທົ່ວເສດຖະກິດ ສະຫະລັດ, ເຊິ່ງແມ່ນ ໃຫຍ່ທີ່ສຸດໃນໂລກນັ້ນ, ອາດຈະຖືກກະທົບໂດຍຄຳສັ່ງຂອງທ່ານ ໄບເດັນ, ເຊິ່ງ ມີຄວາມເປັນໄປໄດ້ທີ່ເຂົາເຈົ້າຈະສູນເສຍວຽກງານ ຖ້າເຂົາເຈົ້າປະຕິເສດການ ສັກຢາ ຫຼື ການກວດໂຣກ.

ທ່ານປະທານາທິບໍດີ ຍັງໄດ້ສັ່ງພະນັກງານປະມານ ສອງລ້ານຫ້າແສນຄົນ ທີ່ ຖືກຈ້າງງານໂດຍລັດຖະບານແຫ່ງຊາດໃຫ້ສັກຢາ ຖ້າເຂົາເຈົ້າຍັງບໍ່ໄດ້ສັກເທື່ອ, ແລະ ສິ້ນສຸດທາງເລືອກໃນເມື່ອກ່ອນ ທີ່ເຂົາເຈົ້າຕ້ອງໄດ້ກວດໂຣກໃນແຕ່ລະ ອາທິດ ຖ້າເຂົາເຈົ້າເລືອກທີ່ຈະບໍ່ສັກຢາ.

ບໍລິສັດໃຫຍ່ບາງແຫ່ງ ແມ່ນໄດ້ເລີ່ມອອກຄຳສັ່ງການສັກຢາວັກຊີນແລ້ວ ແລະ ບັນດາຜູ້ບໍລິຫານຢູ່ທຸລະກິດທີ່ສຳຄັນແມ່ນໄດ້ກ່າວໃຫ້ການສະໜັບສະໜູນໂດຍ ທົ່ວໄປ ສຳລັບຄຳສັ່ງຂອງທ່ານ ໄບເດັນ. ແຕ່ຜູ້ປົກຄອງລັດສັງກັດພັກຣີພັບບລີ ກັນ 19 ຄົນ, ທີ່ຫຼາຍຄົນໃນນັ້ນແມ່ນໄດ້ຕໍາໜິຕິຕຽນປະທານາທິບໍດີສັງກັດພັກ ເດໂມແຄຣັດນັ້ນ, ໄດ້ຄັດຄ້ານຕໍ່ຄຳສັ່ງຂອງທ່ານ ແລະ ເວົ້າວ່າເຂົາເຈົ້າກຳລັງພິ ຈາລະນາການໂຕ້ແຍ້ງທາງກົດໝາຍ.

ນຶ່ງໃນຜູ້ປົກຄອງລັດສັງກັດພັກຣີພັບບລີກັນ, ທ່ານ ພີດ ຣິກເກັດສ໌ ຈາກລັດເນບຣາສກາ, ໄດ້ກ່າວຕໍ່ລາຍການ FOX News Sunday ວ່າຄຳສັ່ງຂອງທ່ານ ປະທານາທິບໍດີ ແມ່ນ “ຫຼາຍເກີນຂອບ ເຂດ” ໂດຍລັດຖະບານແຫ່ງຊາດ.

ທ່ານ ຣິກເກັດສ໌ ໄດ້ກ່າວວ່າທ່ານໄດ້ຍິນຈາກກຳມະກອນຫຼາຍຄົນ ຜູ້ທີ່ຢ້ານວ່າ ເຂົາເຈົ້າຈະຖືກໄລ່ອອກຈາກວຽກ ຖ້າເຂົາເຈົ້າຖືກບັງຄັບໃຫ້ໄປສັກຢາ.

ອ່ານຂ່າວນີ້ເປັນພາສາອັງກິດ