ສານສູງສຸດ ສະຫະລັດ ຈະຮັບຟັງຄະດີ ການໃຊ້ຫ້ອງນ້ຳ ຜູ້ປ່ຽນເພດ

ພາບນັກຮຽນມັດທະຍົມ ທ້າວ Gavin Grimm ທີ່ປ່ຽນເພດ ຈາກແມ່ຍິງ ມາເປັນຜູ້ຊາຍ ນັ່ງຢູ່ໜ້າບ້ານຂອງລາວທີ່ເມືອງ Gloucester ລັດ Virginia.

ສານ​ສູງ​ສຸດ​ສະຫະລັດ ຈະ​ຮັບຟັງ​ເລື້ອງ​ກົດ​ລະບຽບກ່ຽວ​ກັບການ​ໃຊ້​ຫ້ອງ​ນໍ້າສຳ ລັບ​ພວກ ນັກ​ຮຽນ​ທີ່​ປ່ຽນ​ເພດ ຊຶ່ງນັບ​ເປັນ​ເທື່ອ​ທຳ​ອິດ​ທີ່​ສານ​ສູງ​ສຸດ ​ໄດ້ຕົກົງ​ເຫັນ​ດີ​ທີ່​ຈະຟັງ​ຄະດີ​ທີ່​ພົວພັນ​ກັບ​ສິດທິ​ຂອງ​ຜູ້​ປ່ຽນ​ເພດ.

ຄະດີ​ດັ່ງກ່າວ​ ພົວພັນ​ກັບ ທ້າວ Gavin Grimm ອາຍຸ 17 ປີ ທີ່ເກີດ​ມາ​ເປັນແມ່ຍິງ ​ແຕ່ ​ໄດ້ຖືກ​ລະບຸ​ວ່າ​ເປັນ​ຜູ້​ຊາຍ ​ແລະ​ກຳລັງ​ຟ້ອງ​ຮ້ອງເອົາ​ສິດ ​ການ​ໃຊ້​ຫ້ອງ​ນໍ້າ​ຜູ້​ຊາຍ​ ຢູ່ທີ່​ ໂຮງຮຽນ​ຂອງ​ລາວ.

ທ້າວ Grimm ​ໄດ້ຮັບ​ອະນຸຍາດ​ໃຫ້​ໃຊ້​ຫ້ອງ​ນໍ້າ​ຜູ້​ຊາຍ ມາເປັ​ນ​ເວລາ​ຫລາຍ​ອາທິດໃນ​ປີ 2014 ​ຢູ່​ໂຮງຮຽນ​ມັດທະຍົມຂອງ​ລາວ ໃນລັດ Virginia ​ແຕ່​ວ່າ​ຄະນະ​ກຳມະການບໍລິ ຫານ​ໂຮງຮຽນ​ໄດ້​ປ່ຽນ​ນະ​ໂຍບາຍ ຫລັງ​ຈາກ​ພໍ່​ແມ່​ຜູ້​ປົກ ຄອງ​ຈຳນວນ​ນຶ່ງ​ໄດ້ຕິຕຽນ.

ບັນດາ​ຜູ້​ພິພາກສາສານ​ສູງ​ສຸດ​ ໄດ້​ຕົກລົງ​ທີ່​ຈະຮັບຟັງການ​ຂໍ​ອຸທອນ​ຂອງ​ຄະນະ ການ​ບໍລິຫານໂຮງຮຽນ​ເຂດ​ເມືອງ Gloucester ກ່ຽວ​ກັບການ​ຕັດສິນ​ຂອງສານ​ຊັ້ນ​ຕົ້ນ​ ທີ່ອະນຸຍາດໃຫ້ທ້າວ Grimm ​ໃຊ້​ຫ້ອງ​ນໍ້າຜູ້ຊາຍ​ໄດ້. ​ເຂົາ​ເຈົ້າ​ໄດ້ໂຈະ​ ການ​ຕິດ​ສິນຂອງສານ​ຊັ້ນ​ຕົ້ນ​ ຈົນ​ກວ່າ​ວ່າໄດ້​ມີ​ການພິຈາລະນາ​ເລື້ອງ​ດັ່ງກ່າວ ໝາຍ​ຄວາມ​ວ່າ ທ້າວ Grimm ບໍ່​ສາມາດ​ທີ່​ຈະ​ໃຊ້​ຫ້ອງ​ນໍ້າ​ຜູ້​ຊາຍ​ໄດ້ ລະຫວ່າງ​ປີ​ສຸ​ດທ້າຍ​ຢູ່​ໃນ​ໂຮງຮຽນ​ມັດ ທະຍົມ.

ສານ​ສູງ​ສຸດຈະຮັບ​ຟັງ​ຄະດີ ​ແລະ​ທຳ​ການການ​ຕັດສິນ​ກ່ອນ​ທ້າຍ​ເ​ດືອນມິຖຸນາ​ປີ​ໜ້າ.

​ປະທານຄະນະ​ກຳມະການ​ບໍລິຫານໂຮງຮຽນ ເມືອງ Gloucester ທ່ານ Troy Andersen ຍິນ​ດີ​ກັບ​ການ​ຕັດສິນ​ໃຈ​ຂອງ​ສານ ​ທີ່​ຈະ​ຟັງ​ຄະດີ​ດັ່ງກ່າວນີ້.

ທ່ານ Andersen ກ່າວ​ວ່າ “ຄະນະ​ກຳມະການ​ບໍລິຫານ ຈະ​ເບິ່ງ​ໄປ​ໜ້າ​ທີ່​ຈະ​ອະທິບາຍ​ຕໍ່​ສານ​ວ່າ ນະ​ໂຍບາຍຫ້ອງ​ນໍ້າ ​ແລະ​ຫ້ອງ​ຖ່າຍ​ເຄື່ອງ​ໄດ້ຮັກ​ສາໃຫ້​ມີ​ຄວາມກໍ້າ​ເກີ່ງຢ່າງ​ລະມັດລະວັງສຳລັບ​ຜົນ​ປະ​ໂຫຍ​ດຂອງ​ນັກຮຽນ​ທັງ​ໝົດ ​ແລະ ​ພໍ່​ແມ່ຜູ້ປົກຄອງ ຢູ່​ລະ​ບົບ​ໂຮ​ງຮຽນ​ເມືອງ Gloucester​.”

ຢູ່​ໃນ​ຖະ​ແຫລ​ງການ ຫຼັງຈາກ​ການ​ປະກາດ​ ຂອງ​ສານ​ສູງ​ສຸດ ທ້າວ Grimm ກ່າວ​ວ່າ “ຂ້ອຍ​ບໍ່​ຄິດ​ບໍ່​ຝັນ​ວ່າ ການ​ໃຊ້​ຫ້ອງ​ນໍ້າຂອງ​ຂ້ອຍ ໄດ້​ກາຍ​ມາ​ເປັນ​ການ​ໂຕ້​ຖຽງ​ແຫ່ງ​ຊາດ. ສິ່ງ​ດຽວ​ທີ່​ຂ້ອຍ​ຂໍ​ຮ້ອງ​ກໍ​ຄື ຂ້ອຍຢາກ​ມີສິດທິ​ຄື​ກັນ​ກັບທີ່​ທຸກໆ​ຄົນ​ໄດ້​ຮັບ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ