ສານສູງສຸດສະຫະລັດກຳລັງກ້າວເຂົ້າສູ່ເດືອນສຸດທ້າຍການຕັດສິນສຳລັບສົກປີ 2017-
2018. ຄະດີທັງໝົດຊ້ອງໜ້າສານສູງສຸດສະຫະລັດທີ່ໄດ້ໂຕ້ຖຽງກັນມາ ທີ່ຍັງຕົກຄ້າງຢູ່ເພື່ອລົງຄວາມເຫັນໃນຫົວຂໍ້ໃຫຽ່ໆກໍມີຄື ເລື້ອງ ສິດທິຂອງພວກກະເທີຍ ສິດທິໃນການ
ແທ້ງລູກ ການຫ້າມເດີນທາງຂອງປະທານາທິບໍດີ ດໍໂນລ ທຣໍາ ການຊອກຫາວິທີເອົາ
ລັດເອົາປຽບ ໃນການປ່ອນບັດລົງຄະແນນສຽງ ແລະການໝູນໃຊ້ກົດໝາຍຂອງສະຫະ
ພັນແຮງງານ.ນີ້ແມ່ນຄະດີໃຫຍ່ຈຳນວນນຶ່ງ ທີ່ລໍຖ້າ ການຕັດສິນໃຈຂອງສານດັ່ງກ່າວ
ກ່ອນທ້າຍເດືອນມິຖຸນາທີ່ຈະມາເຖິງນີ້.
ສິດທິທາງສາສະໜາ ກັບ ສິດທິຂອງພວກກະເທີຍ ຫຼື LGBTQ.
ແມ່ຍິງຄົນນຶ່ງຖືລໍ້ກິ້ງແປ້ງເຮັດເຂົ້າໜົມ ໃຫ້ການສະໜັບສະໜູນທ່ານ ແຈັກ ຟິລິຟ ຢູ່ນອກສານສູງສຸດ ມັນທີ 5 ທັນວາ 2017.
ຄະດີນຶ່ງໃນຈຳນວນຄະດີທີ່ຮູ້ກັນດີທັງຫຼາຍ ຊ້ອງໜ້າສານດັ່ງກ່າວກໍແມ່ນສິດທິດ້ານສາສະໜາຂອງບັນດາເຈົ້າຂອງທຸລະກິດສ່ວນບຸກຄົນ ສູ້ກັບກົດໝາຍຕ້ານການຈຳແນກ
ລຳອຽງຂອງລັດ.
ຄະດີກົດໝາຍນຶ່ງຂອງລັດໂຄໂລຣາໂດ ໄດ້ໂຍນສິດທິໃຫ້ເຈົ້າຂອງຮ້ານເຮັດເຂົ້າໜົມ
ເຄກ ແຈັກ ຟິລິຟສ໌ ຊາວຄຣິສຄົນນຶ່ງຜູ້ທີ່ປະຕິເສດບໍ່ເຮັດເຂົ້າໜົມເຄກແຕ່ງງານໃຫ້ແກ່
ຄູ່ຮ່ວມເພດດຽວກັນ ຕ້ານກົດໝາຍຂອງລັດທີ່ຫ້າມບໍ່ໃຫ້ເຮັດທຸລະກິດ ເປີດແກ່ສາທາ
ລະນະຊົນຍ້ອນການລຳອຽງ ໂດຍຖືເອົາເພດມາເປັນພື້ນຖານ.
ພະນັກງານແມ່ຍິງ ສົນທະນາກ່ຽວກັບວິກິດການຖືພາ ທີ່ສູນກາງ ກຣຽວຣອຍ ລັດຄາລີຟໍເນຍ ທີ 8 ກຸມພາ 2018.
ຄະດີທີ່ຄ້າຍຄືກັນກຳລັງລໍຖ້າຢູ່່ ໃນ 21 ລັດ ທີ່ຕ້ານກົດໝາຍການລຳອຽງ ທີ່ສະເພາະ
ເຈາະຈົງໃສ່ປະຊາຄົມກະເທີຍ. ຮ້ານຂາຍດອກໄມ້ ນັກຖ່າຍພາບວີດີໂອ ແລະນັກສິນ
ລະປິນອອກແບບ ພາກັນຮວມຢູ່ໃນບັນດາທຸລະກິດທີ່ກຳລັງຖືກຟ້ອງຮ້ອງ ໃນການປະ
ຕິເສດ ບໍ່ໃຫ້ການບໍລິການແກ່ຄູ່ຮ່ວມເພດດຽວກັນ ທີ່ອີງຕາມພື້ນຖານທາງສາສໜາ.
ບັນດາສູນກາງແທ້ງລູກ ຕໍ່ສູ້ກັບ ເສລີພາບໃນການປາກເວົ້າ.
ພະນັກງານດັບເພີງຄົນນນຶ່ງ ຖືປ້າຍສະນັນສະໜູນສະຫະພັນ ທີ່ເມືອງໂອລິມເປຍ ທີ 26 ກຸມພາ 2011.
ສານຈະຕັດສິນວ່າ ລັດຄາລີຟໍເນຍ ສາມາດເຮັດໃຫ້ບັນດາສູນກາງວິກິດ ການຄວາມ
ເຊື່ອຖື ຕິດປ້າຍບອກໃຫ້ລູກຄ້າເຂົາເຈົ້າຮູ້ວ່າ ລັດບໍລິການໂດຍບໍ່ເສຍຄ່າ ຫຼືແທ້ງລູກໃນລາຄາຍ່ອມເຍົາ ແລະການບໍລິການປ້ອງກັນ ເຮັດບໍ່ໃຫ້ມິລູກ. ລັດບົ່ງວ່າ ໃຫ້ສະຖານທີ່
ທີມີໃບອະນຸຍາດທັງໝົດນີ້ ໃຫ້ມີການບໍລິການສຸຂະພາບກ່ອນອອກລູກ ຫຼືບໍລິການວາງ
ແຜນຄອບຄົວ.