ດາລາ ອາເມຣິກັນ ທີ່ມີຊື່ສຽງ ຖືກຈັບ ຍ້ອນປະທ້ວງ ຊູດານ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ດາລາຕຸກກະຕາຄຳ George Clooney (ກາງ) ແລະສະມາຊິກສະພາຕໍ່າ ຈາກລັດເວີຈີເນຍ ທ່ານ Jim Moran ຖືກນຳໂຕໄປຂຶ້ນລົດຕຳຫຼວດ ຫຼັງຈາກຖືກຈັບ ໃນການປະທ້ວງຢູ່ນອກສະຖານທູດຊູດານ (16 ມີນາ 2012)

ນາຍ Gorge Clooney ດາລາ​ທີ່​ໄດ້​ຮັບ​ຕຸກກະຕາ​ຄຳ​ຂອງ​ສະຫະລັດໄດ້​ຖືກຈັບ​ຢູ່​ກຸງ​ວໍ​ຊິງ​
ຕັນ ນອກ​ສະຖານທູດ​ຊູ​ດານຂະນະ​ທີ່​ທຳ​ການ​ປະ​ທ້ວງ​ກ່ຽວ​ກັບ​ສະຖານະ​ການ​ໃນ​ປະ​ເທດ​ຊູ
ດານ.

ໃນ​ວັນ​ສຸກ​ວານ​ນີ້ ຕຳຫຼວດ​ໄດ້​ຈັບ ​ນາຍ Clooney ສະມາຊິກ​ລັດຖະສະພາ​ ຫຼາຍໆຄົນຕະ
ຫຼອດທັງ​ ພວກ​ຜູ້ນຳ​ສາ​ສະໜາ ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຈຳນວນ​ນຶ່ງ ຮວມທັງ​ລູກ​ຊາຍ​ກົກ ​
ຂອງ​ມື້​ລາງທ່ານ Martin Luther King, Jr. ພວກ​ປະທ້ວງ​ບໍ່​ໄດ້​ເອົາ​ຫົວຊາ​ຕໍ່​ການ​ເຕືອນ​
3 ຄັ້ງຂອງ​ຕຳຫຼວດ ​ເພື່ອໃຫ້​ພາກັນ​ແຍ​ກຍ້າຍ​ໜີ​ໄປ​ຈາກບໍລິ​ເວນ​ສະຖານທູດ ​ແລະ​ພວກ​ເຂົາ​
ເຈົ້າກໍ​ໄດ້​ຖືກ​ຈັບ.

ນາຍ Clooney ​ເວົ້າວ່າ ຈຳ​ເປັນ​ຕ້ອງ​ໄດ້​ມີ​ການຈັດ​ສົ່ງ​ການ​ຊ່ອຍ​ເຫຼືອທາງ​ດ້ານມະນຸດ​ສະ​
ທຳເຂົ້າ​ໄປ​ໃນ​ປະ​ເທດ​ຊູ​ດານທັນທີ ກ່ອນ​ທີ່​ຈະ​ກາຍ​ເປັນ ​ໃນ​ອັນ​ທີ່​ລາວ​ເອີ້ນວ່າ “ວິ​ກິດ​ການ
ທາງ​ດ້ານ​ມະນຸດ​ສະ​ທຳ​ທີ່​ຮ້າຍ​ແຮງ​ສຸດ​ຂອງ​ໂລກ”. ລາວກ່າວ​ວ່າ ລັດຖະບານ​ຊູ​ດານຕ້ອງ
ໄດ້​ຍຸຕິ ​ການ​ສັງຫານ​ແບບ​ບໍ່ເລືອກ​ໜ້າ ພວກ​ຜູ້​ຊາຍ ​ແມ່ຍິງແລະ​ເດັກນ້ອຍ​ຂອງ​ຕົນ ຕະ
ຫຼອດທັງ​ຍຸຕິ​ການ​ຂົ່ມຂືນ​ສຳເລົາ​ແລະຂັດຂວາງ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າມີ​ອາຫານ​ການ​ກິນ.

http://www.voanews.com/templates/widgetDisplay.html?id=143015655&player=article

ນາຍ Clooney ​ໄດ້​ຖືກ​ປ່ອຍ​ໃນ​ເວລາ​ສອງ​ສາມ​ຊົ່ວ​ໂມງ​ຕໍ່​ມາ ຫຼັງຈາກ​ໄດ້​ຈ່າຍຄ່າ​ປັບ​ໄໝ
100 ​ໂດ​ລາ.

ນາງ Selma Telhagebril ຜູ້​ປະ​ທ້ວງ​ອາຍຸ 26 ປີ​ຈາກ​ນະຄອນຫຼວງຄາ​ທູມ ປະ​ເທດ
ຊູ​ດານ​ກ່າວ​ວ່າ ມັນ​ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້​ກ່ຽວ​ກັບ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນຢູ່​ໃນ​ປະ​ເທດ​ຊູ​ດານ.
ນອກນັ້ນ ນາງ​ຍັງ​ໄດ້​ຮຽກຮ້ອງ ​ໃຫ້​ມີ​ການ​ອອກ​ມະຕິ​ແກ້​ໄຂວິ​ກິດ​ການ ​ໂດຍ​ເວົ້າວ່າສິ່ງ​ທີ່​
ໄດ້​ເກີດ​ຂຶ້ນ​ໃນ​ຊູ​ດານ ຈະ​ບໍ່​ມີ​ໂອກາດ​ເກີດ​ຂຶ້ນຢູ່ ​ໃນ​ປະ​ເທດ​ຕາ​ເວັນ​ຕົກ.

ນາຍ Clooney ເປັນ​ຜູ້​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ ເພື່ອ​ໃຫ້ມີ​ສັນຕິພາບ​ໃນຊູ​ດານ​ມາ​
ໄດ້​ຫຼາຍປີ​ແລ້ວ ​ແລະ​ເມື່ອ​ໄວໆ​ມານີ້ ກໍ​ໄດ້​ເດີນທາງ​ກັບ​ຄືນມາຈາກ​ການ​ໄປຢ້ຽມຢາມ​ປະ
ເທດ​ດັ່ງກ່າວ​. ​ໃນ​ການ​ໃຫ້ການຕໍ່​ຄະນະ​ກຳມາທິການ​ຕ່າງປະ​ເທດ​ຂອງ​ສະພາ​ສູງ​ສະຫະ
ລັດ​ໃນ​ມື້ວັນ​ພຸດ​ຜ່ານ​ມານີ້ ລາວ​ໄດ້​ເຕືອນກ່ຽວ​ກັບ​ວິ​ກິດການ​ທາງ​ດ້ານ​ມະນຸດສະທຳ​ໃນ​ບໍ
ລິ​ເວນ​ຊາຍ​ແດນ​ລະຫວ່າງ​ຊູ​ດານ​ແລະ​ຊູ​ດານໃຕ້​ທີ່​ຫາ​ກໍ​ໄດ້ຮັບ​ເອກ​ກະລາດ​ໃໝ່ໆ​ນັ້ນ.