ກອງທັບສະຫະລັດ ກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ໂຈມຕີທີ່ຕັ້ງເຣດາສາມແຫ່ງ ໃນເຢເມນ ໃນການຕອບໂຕ້ຕໍ່ການຍິງລູກສອນໄຟຈາກດິນແດນທີ່ຄວບຄຸມໂດຍພວກກະບົດ Houthi ທີ່ແນເປົ້າໝາຍໃສ່ເຮືອພິຄາດສະຫະລັດ.
ຖະແຫລງການທຳນຽບຫ້າແຈກ່າວວ່າ ເຮືອພິຄາດສະຫະລັດ USS Nitze ໄດ້ຍິງລູກສອນໄຟນຳວິຖີ Tomahawk ໃສ່ບັນດາທີ່ຕັ້ງເຣດາຢູ່ເລາະລຽບຝັ່ງທະເລແດງຂອງເຢເມນ ຢູ່ທາງພາກເໜືອຂອງສ່ອງແຄບ Bab-el-Mandeb. ຖະແຫລງການນັ້ນກ່າວວ່າ ການທຳ ລາຍທີ່ຕັ້ງເຣດາຈະຫລຸດຜ່ອນຄວາມສາມາດຂອງພວກເຂົາທີ່ຈຳຕິດຕາມ ແລະ ແນເປົ້າ ໝາຍໃສ່ພວກກຳປັ່ນໃນອະນາຄົດ.
ໂຄສົກທຳນຽບຫ້າແຈ ທ່ານ Peter Cook ບັນລະຍາຍການໂຈມຕີນີ້ວ່າ ເປັນການ “ປ້ອງກັນໂຕ” ເພື່ອປ້ອງກັນທະຫານສະຫະລັດ ແລະກຳປັ່ນທ່ັງຫລາຍ.
ທ່ານກ່າວອີກວ່່າ “ສະຫະລັດຈະຕອບໂຕ້ຕໍ່ການຂົ່ມຂູ່ໃດໆຕໍ່ກຳປັ່ນຂອງພວກເຮົາ ແລະ ການສັນຈອນທາງການຄ້າ ເທົ່າທີ່ເໜາະສົມ ທັງຈະດຳເນີນຮັກສາເສລີພາບຂອງການເດີນເຮືອໄວ້ ໃນລະເລແດງ ສ່ອງແຄບ Bab el-Mandeb ແລະແຫ່ງອຶ່ນໆຢູ່ທົ່ວໂລກ.
ເຮືອພິຄາດ ສະຫະລັດ USS Mason ເດີນທາງຜ່ານຄອງ Suez ໃນເມືອງ Ismailia ປະເທດ ອີຈິບ, ວັນທີ 12 ມີນາ 2011.
ບັນດາເຈົ້າໜ້າທີ່ກ່າວໃນສັນພຸດວານນີ້ວ່າ ລູກສອນໄຟທີ່ຍິງຢູ່ໃນທະເລແດງ ແມ່ນແນໃສ່ເຮືອພິຄາດ USS Mason ທີ່ໄດ້ຕິດຕາມດ້ວຍກຳປັ່ນລົບ USS San Antonio ໃນເວລານັ້ນ. ລູກຈະຫຼວດດັ່ງກ່າວໄດ້ພາດເປົ້າໝາຍ ບໍ່ໄດ້ໄປເຖິງບັນດາກຳປັ່ນ ຊຶ່ງເຈົ້າໜ້າທີ່ສະຫະລັດ ທີ່ບໍ່ປະສົງອອກຊື່ໄດ້ກ່າວຕໍ່ວີໂອເອ.
ເຮືອພິຄາດດັ່ງກ່າວ ຖືກສົ່ງອອກໄປປະຕິບັດງານເວລາໃດທີ່ພົບເຫັນວ່າມີການຍິງລູກສອນໄຟ ເຈົ້າໜ້າທີ່ສະຫະລັດອີກຄົນນຶ່ງກ່າວວ່າ ແຕ່ມັນບໍ່ແຈ່ມແຈ້ງວ່າ ການປະຕິບັດປ້ອງກັນໂຕເທື່ອນີ້ ໄດ້ເຮັດໃຫ້ລູກສອນໄຟຫັນເຫອອກນອກເສັ້ນທາງ ຫລືມັນຕົກລົງສູ່ທະເລແດງດ້ວຍເຫດຜົນອື່ນ. ບັນດາເຈົ້າໜ້າທີ່ໄດ້ຢືນຢັນວ່າ ບໍ່ມີໃຜຢູ່ເທິງເຮືອພິຄາດໄດ້ຮັບບາດເຈັບ ແລະເຮືອກໍບໍ່ໄດ້ຮັບຄວາມເສຍຫາຍໃດໆ.
ພວກເຈົ້າໜ້າທີ່ກ່າວວ່າ ການຍິງລູກສອນໄຟ ເທື່ອທີສອງໃນສີ່ມື້ທີ່ຜ່ານມາ ໄດ້ຍິງມາຈາກເຂດຄວບຄຸມຂອງ Houthi ທາງພາກໃຕ້ຂອງ Al Hudaydah.
ໃນວັນອັງຄານທີ່ຜ່ານມາທຳນຽບຫ້າແຈໄດ້ໃຫ້ຮ່ອງຮອຍກ່ຽວກັບການອາດເປັນໄປໄດ້ໃນການຕອບໂຕ້ໂຈມຕີຄືນ ດ້ວຍຖະແຫລງການຂອງໂຄສົກທຳນຽບຫ້າ ແຈ ຮ້ອຍເອກກອງ ທັບເຮືອ ທ່ານ Jeff Davis ກ່າວວ່າ ຜູ້ໃດຍິງໃສ່ເຮືອກອງທັບ ສະຫະລັດ ຢູ່ນ່ານນໍ້າສາກົນກໍແມ່ນວ່າຜູ້ນັ້ນ “ສ່ຽງຕໍ່ອັນຕະລາຍ."
Your browser doesn’t support HTML5
US Navy Yemen