ການຊັກຊ້າ ຂອງກອງກຳລັງ ໂຈມຕີ ສຫລ ສ້າງຄວາມສັບສົນ ຕໍ່ນະໂຍບາຍ ເກົາຫຼີເໜືອ

ກຳປັ່ນບັນທຸກເຮືອບິນ USS Carl Vinson (CVN 70) ເດີນທາງຜ່ານຊ່ອງແຄບ Sunda. ກຸ່ມໂຈມຕີກຳປັ່ນ Carl Vinson Carrier ປະຕິບັດພາລະກິດປົກ ກະຕິກໃນເຂດມະຫາສະໝຸດປາຊີຟິກຕາເວັນຕົກ.

ບັນດານັກວິເຄາະກ່າວວ່າ ຂໍ້ຄວາມທີ່ສັບສົນ ຫຼື ຫຼອກລວງ ກ່ຽວກັບ ວ່າ ກຸ່ມກຳປັ່ນຂະ
ໜາດ​ໃຫຍ່ຂອງກອງທັບ​ເຮືອ ສະຫະລັດ ກຳລັງມຸ່ງໜ້າໄປນ່ານນໍ້ານອກແຫຼມເກົາຫຼີ ນັ້ນໄດ້ບ່ອນທຳລາຍຄວາມເຊື່ອຖືໃນການຂົ່ມຂູ່ໃຊ້ກຳລັງທະຫານຕໍ່ ເກົາຫຼີເໜືອ ຂອງ ສະຫະລັດ.

ທຳນຽບຂາວ ແລະ ກອງບັນຊາການ​ເຂດມະຫາສະໝຸດປາຊີຟິກຂອງ ກອງທັບ ສະຫະ
ລັດ ບໍ່ຄ່ອຍຈະມີຄວາມແນ່ນອນປານໃດໃນຕົ້ນເດືອນເມສານີ້ ເມື່ອພວກເຂົາເຈົ້າໄດ້
ກ່າວວ່າ ກຸ່ມກຳປັ່ນບັນທຸກເຮືອບິນ USS Carl Vinson ໄດ້ເດີນທາງໄປທະເລຍີ່ປຸ່ນ ເພື່ອທຳການຕອບໂຕ້ຕໍ່ການທ້າ​ທາຍ​ເກາະ​ຜິດຂອງ ເກົາຫຼີເໜືອ ຖ້າມີຄວາມຈຳເປັນ.

ກຳລັງໂຈມຕີຂອງ​ກອງທັບ​ເຮືອ ສະຫະລັດ ແມ່ນຍັງຢູ່ຫ່າງໄກ​ໄປທາງຕອນໃຕ້ຂອງມະ
ຫາສະໝຸດ ອິນເດຍ, ບ່ອນທີ່ພວກເຂົາເຈົ້າໄດ້ເຂົ້າຮ່ວມໃນການຝຶກຊ້ອມກັບປະເທດ ອອສເຕຣເລຍ. ກອງບັນຊາການ​ເຂດມະຫາສະໝຸດປາຊີຟິກ ໄດ້ກ່າວໃນວັນອັງຄານ
ວານນີ້ວ່າ ກຸ່ມໂຈມຕີດັ່ງກ່າວ ຕອນນີ້ຈະເຄື່ອນທີ່ໄປພາກຕາເວັນຕົກຂອງມະຫາສະ
ໝຸດປາຊີຟິກ ຕາມຄຳສັ່ງ.

ລາຍງານກ່ອນໜ້ານີ້ ກ່ຽວກັບ ກຸ່ມກຳປັ່ນບັນທຸກເຮືອບິນ ສະຫະລັດ ກຳລັງເດີນທາງ
ໄປ ເກົາຫຼີ ນັ້ນໄດ້ສ້າງຄວາມເປັນຫ່ວງວ່າ ທ່ານ ທຣຳ ອາດເປີດການໂຈມຕີທາງທະ
ຫານຝ່າຍດຽວ ເພື່ອປ້ອງກັນ ຫຼືຕອບໂຕ້ຕໍ່ຄວາມເປັນໄປໄດ້ ​ໃນການທົດລອງອາວຸດ
ນິວເຄລຍຂອງເກົາຫຼີເໜືອ ໃນວັນທີ 5 ເມສາທີ່ຜ່ານມາ, ເຊິ່ງເປັນວັນເກີດຂອງຜູ້ກໍ່ຕັ້ງ
ປະເທດ ທ່ານ Kim Il Sung, ທີ່ມັກຈະມີ​ການສະເຫຼີມສະຫຼອງດ້ວຍການທົດລອງອາ
ວຸດ ​ເພື່​ອ​ເປັນ​ການ​ທ້າ​ທາຍ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນທີ 12 ເມສາທີ່ຜ່ານມາ
ວ່າ “ພວກເຮົາກຳລັງສົ່ງກຸ່ມ​ກຳ​ປັ່ນ​ຂະໜາດ​ໃຫຍ່ ທີ່​ມີ​ອະນຸພາບ​ຮ້າຍ​ແຮງ ໄປຍັງ​
ພາກພື້ນ.”

ເກົາຫຼີເໜືອ ບໍ່ໄດ້ທຳການທົດລອງອາວຸດນິວເຄລຍໃນທ້າຍສັບປະດານັ້ນ ແຕ່ໄດ້ຈັດ
ການເດີນສວນສະໜາມກອງທັບຂະໜາດໃຫຍ່​ແທນ ແລະ ໄດ້ພະຍາຍາມທົດລອງຍິງ
ລູກສອນໄຟທີ່ໄດ້ປະສົບຄວາມລົ້ມແຫຼວ.

ຄວາມສັບສົນໃນການສື່ສານທີ່ຖືກຮັບຮູ້ນັ້ນ ໄດ້ເຮັດໃຫ້ຄຳເວົ້າອັນໜັກແໜ້ນທີ່ອອກ
ມາຈາກລັດຖະບານຂອງທ່ານ ທຣຳ ນັ້ນບໍ່ເປັນຕາເຊື່ອຖື.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ