ດັດ​ຊະ​ນີ​ໃນຕະ​ຫຼາດ​ຫຸ້ນ ​ສ​ຫ​ລ ເພີ້ມ​ຂຶ້ນ ຫຼັງ​ຈາກມີ​​ປະ​ກາດ ວ່າ​ຈະ​ມີ​ການ​ເຈ​ລະ​ຈາ ການ​ຄ້າ ຄັ້ງ​ໃໝ່ ​ກັບ​ຈີນ

ທຸງ​ສະ​ຫະ​ລັດ ກັບ​ທຸງ​ຈີນ

ຕະ​ຫຼາດ​ຫຸ້ນ​ໃນ​ສະ​ຫະ​ລັດໄດ້ຖີບ​ໂຕສູງ​ຂຶ້ນໃນ​ວັນ​ພະ​ຫັດ​ວານ​ນີ້ຍ້ອນ​ມີ​ຂ່າວວ່າ ​ສະ​ຫະ​
ລັດ ແລະ​ຈີນ ໄດ້​ເຫັນ​ດີ​ທີ່​ຈະ​ຈັດ​ການ​ເຈ​ລະ​ຈາທາງ​ການ​ຄ້າ​ນຳ​ກັນ​ຄັ້ງໃໝ່.

ດັດ​ຊະ​ນີສະ​ເລ່ຍ​ຂອງອຸດ​ສາ​ຫະ​ກຳ​ດາວ ໂຈນ​ (Dow Jones) ໄດ້​ສູງ​ຂຶ້ນ​ເຖິງ 372
ຈຸດ. ດັດ​ຊະ​ນີ S&P 500 ກໍ​ເພີ້ມ​ຂຶ້ນ​ຫຼາຍກວ່າ 1 ເປີ​ເຊັນເຊັ່ນ​ກັນ ໃນ​ຄະ​ນະ​ທີ່ດັດ​
ຊະ​ນີ NASDAQ ໄດ້​ເພີ້ມຂຶ້ນ​ເຖິງ​ເກືອບ 2 ເປີ​ເຊັນ.

ການ​ເກັບ​ພາ​ສີຂາເຂົ້າຊຸດ​ໃໝ່​ຕໍ່​ສິນ​ຄ້າ​ຂອງ​ສະ​ຫະ​ລັດ ແລະຂອງ​ຈີນ ແລະ ຄວາມ​
ບໍ່​ເປັນ​ທີ່​ແນ່ນອນ ຖ້າ​ຫາກຈະ​ມີການ​ປະ​ຊຸມ​ລະ​ດັບ​ສູງຄັ້ງ​ນຶ່ງອີກ​ ທີ່​ໄດ້ ເຮັດ​ໃຫ້​ປະ
​ສາດ​ຂອງພວກ​ນັກ​ລົງ​ທຶນກະ​ທົບ​ກະ​ເທືອນໃນ​ຫວ່າງ​ບໍ່​ເທົ່​ໃດ​ເດືອນ​ມາ​ນີ້.

ຈີນ​ໄດ້​ປະ​ກາດ​ຕອນ​ເຊົ້າ​ວັນ​ພະ​ຫັດວ່າ ວໍ​ຊິງ​ຕັນ​ຈະ​ເປັນ​ເຈົ້າ​ພາ​ບ​ໃນການ​ສົນ​ທະ​
ນາ​ລະ​ດັບ​ສູງຄັ້ງ​ໃໝ່​ໃນ​ຕົ້ນ​ເດືອນ​ຕຸ​ລາ​ຈະ​ມາ​ເຖິງ​ນີ້.

ກະ​ຊວງ​ການ​ຄ້າ​ປັກ​ກິ່ງ​ກ່າວ​ວ່າ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ລິວ ເຮີ, ຜູ້​ຕາງ​ໜ້າ​ການ
​ຄ້າ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໄລໄ​ທ​ເຊີ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທ່ານ
​ສະ​ຕີ​ເວິນ ມນຸດ​ຈີນ ​ເຫັນ​ພ້ອມ​ທີ່​ຈະ​ພົບ​ປະກັນ​ໃນ​ຂະ​ນະ​ທີ່​ມີ​ການ​ໂທ​ລະ​ສັບລົມ​
ກັນ​ຢູ່ນັ້ນ.

ຫ້ອງ​ການ​ຜູ້​ຕາງ​ໜ້າ​ການ​ຄ້າ​ບໍ່​ໄດ້​ໃຫ້​ວັນເວ​ລາ ພຽງ​ແຕ່​ກ່າວ​ວ່າ​ຈະ​ມີ​ການ​ປະ​ຊຸມ
ກັນໃນ​ບໍ່​ເທົ່າ​ໃດ​ອາ​ທິດ “​ຈະ​ມາ​ເຖິງ​ນີ້.”

ທັງ​ສອງ​ຝ່າຍ​ຈະ​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາລະ​ດັບ​ຜູ້ຮອງໃນ​ເດືອນ​ນີ້ ຊຶ່ງຈີນ​ກ່າວ
​ວ່າ​ຈະ “ວາງ​ພື້ນ​ຖານ​ແກ່​ຄວາມ​ກ້າວ​ໜ້າ​ທີ່​ມີ​ຄວາມ​ໝາຍ.” ຍັງ​ບໍ່​ທັນ​ມີ​ລະ​ດັບ​ສົນ
​ທະ​ນາ​ສູງ​ສຸດ ລະ​ຫວ່າງ​ສະ​ຫະ​ລັດ ແລະ​ຈີນ​ໃນ​ເດືອນ​ກໍ​ລະ​ກົດ.

ໃນ​ຂະ​ນະ​ດຽວ​ກັນ ທັງ​ສອງ​ຝ່າຍຍັງ​ສືບ​ຕໍ່ເຮັດ​ສົງ​ຄາມ​ທາງ​ການ​ຄ້າ​ຕໍ່ກັນ​ໄປ​ມາ​ຢູ່
ໃນ​ອາ​ທິດ​ນີ້.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ວາງ​ມາດ​ຕະ​ການເກັບ​ພາ​ສີ 15 ເປີ​ເຊັນ​ຕໍ່ສິນ​ຄ້າ​
ຈີນ​ທີ່​ມີ​ມູນ​ຄ່າ 112 ພັນ​ລ້ານ​ໂດ​ລ​າ ​ໃນ​ວັນ​ອາ​ທີດ​ທີ່​ຜ່ານ​ມາ​ນີ້ ຊຶ່ງໝາຍ​ຄວາມ​ວ່າ
​ບັນ​ດາ​ຜູ້​ຊື້ສິນ​ຄ້າ​ໃນ​ສະ​ຫະ​ລັດອາດ​ຈະ​ເຫັນ​ການ​ຂຶ້ນ​ລາ​ຄາ​ສູງ​ຂຶ້ນ​ສຳ​ລັບອາ​ຫານ,
ອຸບ​ປະ​ກອນ​ກິ​ລາ, ເຄື່ອງ​ນຸ່ງ​ຫຼິ້ນ​ກິ​ລາ, ເຄື່ອງ​ດົນ​ຕີ ແລະ​ເຄື່ອງ​ເຟິ​ນີ​ເຈີ ບາງ​ຢ່າງ.


U.S. markets soared Thursday on news the United States and China have agreed to hold new trade talks.

The Dow Jones Industrial Average climbed 372 points. The S&P 500 was also up more than 1 percent while the NASDAQ rose nearly 2 percent.

New tariffs on U.S. and Chinese imports and uncertainty if there would be another high-level meeting have rattled investors' nerves in recent months.

China announced early Thursday that Washington will host new senior-level talks in early October.

Beijing's commerce ministry said Vice Premier Liu He, U.S. Trade Representative Robert Lighthizer and Treasury Secretary Steven Mnuchin agreed to the meeting during a phone call.

The trade representative's office did not give a date, only saying there will be a meeting in "the coming weeks."

Both sides will hold deputy-level talks this month, which China says will "lay the groundwork for meaningful progress." There have been no top-level talks between the U.S. and China in July.

In the meantime, both sides continued their tit-for-tat trade war this week.

President Donald Trump imposed 15% tariffs on about $112 billion worth of Chinese goods this past Sunday, meaning U.S. shoppers can look for higher prices on some foods, sports equipment, sportswear, musical instruments and furniture.