ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກຳລັງຊອກຫາຊ່ອງທາງ ເພື່ອຈະກຳຈັດຄວາມນຶກຄິດທີ່ວ່າ ສະຫະລັດໄດ້ສູນເສຍອິດທິພົນຂອງຕົນໄປແລ້ວໃນ ຄວາມພະຍາຍາມ ເພື່ອຮັບມືກັບອຳນາດການປົກຄອງຊີເຣຍ ຍ້ອນການໂຈມຕີທາງອາ ກາດຂອງຣັດເຊຍ ທີ່ແນໃສ່ເພື່ອຍຶດຄືນເອົາດິນແດນຈາກພວກຕໍ່ຕ້ານ.
ທ່ານ Kerry ໄດ້ກ່າວໃນວັນອັງຄານວານນີ້ ຕໍ່ການຖະແຫຼງຂ່າວຫລັງຈາກກອງປະຊຸມ ນາໆຊາດຂອງກຸ່ມໃຫ້ການສະໜັບສະໜຸນຕໍ່ຊີເຣຍທີ່ເອີ້ນຫຍໍ້ ISSG ວ່າ ສະຫະລັດອາ ເມຣິກາແມ່ນມີອິດທິພົນໃນການຕໍ່ລອງສະເໝີ.
ຮູບພາບທີ່ພິມເຜີຍແຜ່ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ ທີ່ສະແດງໃຫ້ເຫັນ ປະຊາຊົນ ໄປໂຮມຊຸມນຸມກັນ ຢູ່ບ່ອນເກີດລະເບີດ ທີ່ບ້ານ Mukharam al-Fawkan ທາງກ້ຳຕາເວັນອອກ ຂອງເມືອງ Homs. (ວັນທີ 5 ພຶດສະພາ 2016)
ທ່ານ Kerry ປາກົດວ່າ ບໍ່ຄ່ອຍພໍໃຈປານໃດກັບຄຳຖາມກ່ຽວກັບວ່າສະຫະລັດສູນເສຍ ຄວາມສາມາດ ໃນການໃຊ້ຄວາມກົດດັນ ຕໍ່ອຳນາດການປົກຄອງຂອງປະທານາທິບໍດີ Barshar al-Assad ເພື່ອໃຫ້ປະຕິບັດຕາມຂໍ້ຕົກລົງຕ່າງໆ ຮວມທັງປະຕິບັດໂດຍເຕັມ ຕໍ່ຂໍ້ຕົກລົງຢຸດຍິງ ໃຫ້ການສະໜັບສະໜຸນ ຕໍ່ການເຈລະຈາ ໃນການໂອນອຳນາດທາງການເມືອງ ແລະອະນຸຍາດໃຫ້ຈັດສົ່ງການຊ່ອຍເຫລືອ ທາງດ້ານມະນຸດສະທຳ ໄປຍັງ ເຂດທີ່ຖືກປິດລ້ອມຕ່າງໆແບບບໍ່ມີການຈຳກັດ.
ທ່ານ Kerry ກ່າວວ່າ ຖ້າທ່ານ Assad ໄດ້ບັນລຸ ການສະຫຼຸບທີ່ວ່າ ບໍ່ມີແຜນ B ແລ້ວ ຫຼັງຈາກນັ້ນ ທ່ານກໍຈະສະຫລຸບວ່າ ນັ້ນແມ່ນບໍ່ມີພື້ນຖານໃດໆທັງໝົດບໍ່ວ່າແມ່ນຫຍັງ ກໍຕາມ
ທ່ານກ່າວວ່າ ອິດທິພົນໃນການຕໍ່ລອງໃຫຍ່ທີ່ສຸດ ກໍແມ່ນຄວາມຈິງທີ່ວ່າທ່ານ Assad ແລະພວກສະໜັບສະໜຸນ ຈະບໍ່ສາມາດຍຸຕິສົງຄາມໃນຊີເຣຍໄດ້ ຖ້າພວກເຂົາຫາກບໍ່ ຍອມເຈລະຈາຕົກລົງເພື່ອແກ້ໄຂທາງດ້ານການເມືອງ.
Your browser doesn’t support HTML5
Syria Support Group Wrestles with Ending Syrian Conflict