ບໍລິສັດເຫຼັກຂອງສະຫະລັດ ຕົກລົງເຫັນດີຂາຍໃຫ້ບໍລິສັດເຫຼັກ ນິປປອນ ຂອງ ຍີ່ປຸ່ນ

ສ່ວນນຶ່ງຂອງບໍລິສັດເຫຼັກ ເອດກ້າ ທັອມສັນ (Edgar Thomson) ທີ່ດໍາເນີນງານໃນເມືອງ ເບຣດດັອກ (Braddock), ລັດເພັນຊິລວາເນຍ, ສະແດງພາບອອກມາເມື່ອວັນທີ 18 ທັນວາ 2023. ບໍລິສັດເຫຼັກຂອງສະຫະລັດ ເຊິ່ງເຮັດໜ້າທີ່ສໍາຄັນໃນພາກອຸດສາຫະກໍາແຫ່ງຊາດ ຕົກລົງຂາຍໃຫ້ບໍິສັດເຫຼັກນິບປັອນຂອງຍີ່ປຸ່ນ 14.1 ຕື້ໂດລາ.

ນຶ່ງໃນບໍລິສັດທີ່ເກົ່າແກ່ທີ່ສຸດຂອງອາເມຣິກາ, ເຊິ່ງເປັນບໍລິສັດເຫຼັກ ຂອງສະຫະ ລັດ, ໄດ້ຕົກລົງກັນໃນວັນຈັນວານນີ້ທີ່ຈະຂາຍບໍລິສັດໃຫ້ແກ່ບໍລິສັດເຫຼັກທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ, ບໍລິສັດເຫຼັກ ນິບປອນ (Nippon) ຫຼື NSC.

ບໍລິສັດເຫຼັກຂອງສະຫະລັດໄດ້ເຂົ້າສູ່ການປະມູນນັບຕັ້ງແຕ່ເດືອນສິງຫາ, ແລະຂໍ້ຕົກລົງທີ່ຈ່າຍເປັນເງິນທັງຫມົດຈາກ ບໍລິສັດນິບປອນ ແມ່ນການປະມູນສູງສຸດໃນຈໍານວນ 14.1 ຕື້ໂດລາ. ລວມທັງຂໍ້ສັນນິຖານກ່ຽວກັບຫນີ້ສິນທັງຫມົດຂອງບໍລິສັດເຫຼັກສະຫະລັດ ສໍາລັບຂໍ້ຕົກລົງລວມ ທີ່ມີມູນຄ່າ 14.9 ຕື້ໂດລາ.

ທ່ານເດວິດ ບີ ເບີຣິດທ໌ (David B. Burritt) ເປັນປະທານ ແລະຜູ້ບໍລິຫານໃຫຍ່ຂອງຂອງບໍລິສັດເຫຼັກ​ສະ​ຫະ​ລັດ ກ່າວວ່າ "ບໍລິສັດ NSC ມີບັນທຶກການຕິດຕາມທີ່ໄດ້ພິສູດແລ້ວ ກ່ຽວກັບການໄດ້ຮັບ, ການດໍາເນີນງານ, ແລະການລົງທຶນໃນໂຮງງານຜະລິດເຫຼັກກ້າຢູ່ໃນທົ່ວໂລກ, ເຊັ່ນດຽວກັບຍຸດທະສາດຂອງພວກເຮົາ ແລະພວກເຮົາຫມັ້ນໃຈວ່າ ການປະສົມປະສານກັນນີ້ ແມ່ນດີທີ່ສຸດແລ້ວສໍາລັບທຸກໆຄົນ."

ພາບຖ່າຍທາງອາກາດ ສະແດງໃຫ້ເຫັນບໍລິສັດເຫຼັກນິບປັອນ ພາກຕາເວັນອອກຂອງເມືອງນິບປັອນ ດໍາເນີນການຜະລິດໃນຂົງເຂດກິມິດຊຸ ໃນ ກິມິດຊຸ (Kimitsu), ໄປທາງທິດຕາເວັນອອກຂອງໂຕກຽວ. ພາບທີ່ຖ່າຍໂດຍ ກຽວໂດະ (Kyodo), ວັນທີ 7 ພະຈິັກ 2023. (Kyodo via Reuters)

ອ່ານຂ່າວນີ້ເປັນພາສາອັງກິດ