ເປັນທີ່ຄາດກັນວ່າ ທຳນຽບຂາວຈະເປີດເຜີຍງົບປະມານຂອງຕົນ ໃນວັນພະຫັດມື້ນີ້
ໂດຍທີ່ປະທານາທິບໍດີສະຫະລັດທ່ານ Donald Trump ແມ່ນມີຄວາມຕັ້ງໃຈຢ່າງເປັນທີ່
ຈະແຈ້ງແລ້ວວ່າ ທ່ານຈະເພີ້ມການໃຊ້ຈ່າຍທາງທະຫານ ໂດຍຈະຫຼຸດ ການໃຊ້ຈ່າຍ
ຂອງກະຊວງການຕ່າງປະເທດ ການຊ່ອຍເຫຼືອຕ່າງປະເທດ ແລະການຊ່ອຍເຫຼືອຂອງ
ສະຫະລັດຕໍ່ອົງການນາໆຊາດອື່ນໆ ເຊັ່ນ ອົງການສະຫະປະຊາຊາດເປັນຕົ້ນ.
ບັນດາເຈົ້າໜ້າທີ່ການຕ່າງປະເທດ ແລະພະນັກງານອື່ນໆໃນກະຊວງການຕ່າງປະເທດ ຕະຫລອດທັງສະຖານທູດແລະສະຖານກົງສຸນຂອງສະຫະລັດໃນທົ່ວໂລກ ກຳລັງກຽມ
ຮັບມື ກັບການຕັດຂະໜາດໃຫຍ່ດັ່ງກ່າວນີ້.
ສູນຝຶກສອນຮັກສາໂຣກ AIDS ແລະສະໜັບສະໜຸນຂັ້ນຕົ້ນ ທີ່ເຂດຕໍ່ White River, ອາຟຣິກາໃຕ້, ແມ່ນສ່ວນນຶ່ງຂອງການທີ່ໄດ້ຮັບກອງທຶນ ໂດຍສຸກເສີນຂອງປະທານາທິບໍດີ ສຳຫຼັບຊ່ອຍເຫຼືອ AIDS ຫຼື PEPFAR ເພື່ອຈັດໃຫ້ເປັນສະຖານທີ່, ໃຫ້ການຝຶກແອບ ແລະກວດການຳ.
ທ່ານ George Ingram ເຈົ້າໜ້າທີ່ອະວຸໂສ ທີ່ສະຖາບັນ Brookings ແລະເປັນນັກ
ຊ່ຽວຊານໃນດ້ານການພັດທະນາຂອງໂລກ ໄດ້ບອກກັບ VOA ວ່າ ການຕັດງົບປະມານ
ທີ່ວ່ານີ້ ອາດຈະຄ່ອຍໆເປັນຄ່ອຍໆໄປ.
ທ່ານ Ingram ໄດ້ກ່າວວ່າ “ສິ່ງທີ່ຂ້າພະເຈົ້າໄດ້ຍິນມານັ້ນ ກໍແມ່ນວ່າ ການຕັດງົບ
ປະມານນີ້ແມ່ນຈະຢູ່ໃນລະຫວ່າງ 30 ເປີເຊັນ ຊຶ່ງຕົ້ນຕໍແລ້ວຫ້ອງການຄຸ້ມຄອງແລະງົບປະມານຫຼື OMB ໄດ້ສະເໜີຕັດ 37 ເປີເຊັນ ແລະລັດຖະມົນຕີການຕ່າງ
ປະເທດ ໂຕ້ຕອບກັບຄືນໄປແລະໄດ້ກ່າວວ່າ ‘ບໍ່ໃຫ້ຕັດ 37 ເປີເຊັນ ໃນສົກງົບ
ປະມານທຳອິດ ໃຫ້ກະຈາຍອອກໄປເປັນເວລາ 3 ປີ,’ ແລະນັ້ນແມ່ນສິ່ງທີ່ພວກເຮົາ
ຈະໄດ້ເຫັນ ໃນການຕັດງົບປະມານຊຸດນີ້ ແມ່ນຢູ່ໃນລະດັບ 30 ເປີເຊັນ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຈົ້າໜ້າທີ່ຮັກສາສັນຕິພາບ ລາດຕະເວນ ໃນຄ້າຍທີ່ຈັດຕ້ອນຮັບຊາວອົບ ບ້ານແຕກສະແຫຼກຂາດ ໃນຫ້ອງການຂອງອົງການສະຫະປະຊາຊາດ ທີ່ຊູດານໃຕ້ (UNMISS) ໃນເມືອງ Malakal, ເທິງແມ່ນ້ຳ Nile, 4 ມີນາ, 2014.