ກະຊວງ ຕ່າງປະເທດ ສະຫະລັດ ກຽມຮັບມືກັບ ການຕັດງົບປະມານ ແລະການຊ່ວຍເຫຼືອ ຕ່າງປະເທດ

Your browser doesn’t support HTML5

ທໍານຽບ​ຂາວ​ໄດ້ພິມ​ເຜີຍ​ແຜ່​ແຜນ​ແມ່​ບົດ​ງົບປະມານ ​ໃນວັນພະຫັດ​ທີ່​ຜ່ານ​ມາ ​ແລະ​ປະທານາທິບໍດີ Donald Trump ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ທ່ານ​ມີ​ຄວມ
ຕັ້ງ​ໃຈ​ທີ່​ຈະເພີ້ມການ​ໃຊ້​ຈ່າຍ​ທາງ​ທະຫານ ​ໂດຍ​ຈະ​ຕັດງົບປະມານ​ຂອງ​ກະຊວງ​ຕ່າງ
ປະ​ເທດ ການ​ຊ່ວຍ​ເຫຼືອຕ່າງປະ​ເທດ​ແລະ​ການບໍລິຈາກ ໃຫ້ແກ່ອົງການຈັດຕັ້ງ​ສາກົນ
ຕ່າງໆ ​ເຊັ່ນສະຫະ​ປະຊາ​ຊາດ. ​ໃນ​ຂະນະ​ທີ່​ພວກ​ນັກວິ​ເຄາະບາງ​ຄົນ​ກ່າວ​ວ່າ ການ​
ຕັດ​ງົບປະ​ມານນີ້ ອາດ​ເຮັດ​ໃຫ້​ການ​ປະຕິບັດ​ງານທາງດ້ານ​ການ​ທູດຂອງ​ສະຫະລັດ ​
ມີ​ປະສິດທິ​ຜົນ​ຫຼາຍຂຶ້ນ ສ່ວນບຸກ​ອື່ນໆ​ຮວມທັງ​ບັນດາ​ນັກ​ເຄື່ອນ​ໄຫວ​ສິດທິ​ມະນຸດ ​
ແລະ ສະມາຊິກ​ສະພາສະຫະລັດຈຳນວນ​ນຶ່ງ ກ່າວ​ວ່າ ເຂົາ​ເຈົ້າຂັດ​ຄ້ານຢ່າງ​ແຂງ​ຂັນ
​ ຕໍ່​ການ​ຕັດ​ງົບປະມານ​ກະ ຊວງ​ການ​ຕ່າງປະ​ເທດ ​ແລະ ​ການ​ຊ່ວຍ​ເຫລືອ​ຕ່າງປະ​ເທດ.
Cindy Saine ນັກ​ຂ່າວ​ວີ​ໂອ​ເອປະ​ຈຳກະຊວງ​ການ​ຕ່າງປະ​ເທດ​ ມີ​ລາຍ​ງານກ່ຽວ​ກັບ
ເລື່ອງ​ນີ້ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ເຊີນຟັງລາຍງານ ການຕັດງົບປະມານ ສະຫະລັດ ແລະການຊ່ວຍເຫລືອຕ່າງປະເທດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ ​ແລະ​ພະນັກງານ​ອື່ນໆ​ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະ ລັດ ແລະ
​ບັນດາ​ສະຖານທູດ​ຕ່າງໆ​ຂອງ​ສະຫະລັດ​ຢູ່​ໃນ​ທົ່ວ​ໂລກ​ໄດ້​ພາກັນ​ກຽມ​ຮັບ​ມື ກັບ​ການ
​ຕັດ​ງົບປະມານ​ຢ່າງ​ໃຫຍ່ ພ້ອມ​ດ້ວຍ​ຕັດ​ການ​ຊ່ວຍ​ເ​ຫລື​ອຕ່າງປະ​ເທດ​ລົງ​ຢ່າງ​ຫຼວງ
ຫຼາຍ ດັ່ງ​ທີ່​ຜູ້​ຊ່ຽວຊານ ດ້ານ​ການ​ພັດທະນາ ຂອງ​ໂລກ ທ່ານ George Ingram
ຈາກ​ສະຖາ​ບັນ Booking ກ່າວ​ຕໍ່​ວີ​ໂອ​ເອວ່າ:

“ສິ່ງ​ທີ່​ຂ້າພະເຈົ້າ ​ໄດ້​ຍິນມາ​ ການ​ຕັດ​ງົບປະມານ ແມ່ນ​ມີ​ທ່າ​ທາງ​ວ່າ ​ຈະຢູ່​ໃນ​ລະ
ດັບປະມານ 30 ​ເປີ​ເຊັນ ຊຶ່ງ​ຂໍ້​ສະ​ເໜີ​ຕົ້ນຕໍ​ຂອງ​ຫ້ອງການ​ບໍລິຫານ​ງົບປະມານ ​
ແມ່ນໃຫ້​ຕັດ 37 ​ເປີ​ເຊັນ ​ແຕ່​ລັດຖະມົນ​ຕີ​ໄດ້ຕອບ​ໂຕ້​ຄືນ ​ແລະ​ກ່າວ​ວ່່າ ຢ່າ​ຕັດ
37 ​ ເປີ​ເຊັນ​ໃນ​ປີ​ທຳ​ອິດ. ​ໃຫ້​ຕັດ​ພາຍ​ໃນ​ໄລຍະ 3 ປີ ​ແລະດັ່ງ​ນັ້ນ​ພວກ​ເຮົາ​ຈຶ່ງ​
ມີ​ທ່າ​ທາງ​ວ່າຈະ​ເຫັນ​ການ​ຕັດ​ງົບປະມານ ​ໃນ​ລະຫວ່າງ​ 30 ​ເປີ​ເຊັນ.”

ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ແລະອົງ​ການ​ຊ່ວຍ​ເຫລືອ​ມະນຸດ​ສະ​ທຳ​ກ່່າວ​ວ່າ
ຜົນ​ກະ​ທົບຕໍ່​ພວກ​ອົບ​ພະຍົບ​ແລະ​ບຸກຄົນ​ທີ່ຕົກຢູ່​ໃນ​ອັນ​ຕະລາຍອື່ນ​ໆ​ໃນ​ທົ່ວ​ໂລກ​
ຈະ​ພາກັນ​ເດືອດຮ້ອນ​ ດັ່ງທີ່ Adotei Akwei ຈາກ​ອົງການ​ນິລະ​ໂທດກຳ​ສາກົນ
ກ່າວ​ຕໍ່ວີ​ໂອ​ເອ ຜ່ານ​ທາງ Skype ວ່າ:

“ບັນດາ​ອົງການຈັດຕັ້ງທາງ​ສົງ​ຄົມ​ພົນລະ​ເຮືອນ ລັດຖະບານ ຂ້າພະ​ເຈົ້າ​ຄິດ​ວ່າ
ຕ່າງ​ກໍມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ​ ກ່ຽວ​ກັບ​ວ່າ ບໍ່​ພຽງ​ແຕ່​ເປັນ​ການ​ຖອນ​ຊັບພະຍາ
ກອນຫລືການ​ຕັດ​ຊັບພະຍາກອນລົງ​ເທົ່າ​ນັ້ນ ​ແຕ່​ຂ້າພະ​ເຈົ້າ​ຄິດ​ວ່່າ​ ເຂົາ​ເຈົ້າ​ຍັງ​
”ພາກັນ​ເປັນ​ຫ່ວງ​ ກ່ຽວ​ກັບຊ່ອງ​ຫວ່າງທີ່​ເກີດ​ຈາກ​ການ​ຂາດ​ການ​ມີໜ້າ​ ໃນຖາ
ນະທີ່​ເປັນຈັກ​ປັ່ນ​ໃຫ້​ເກີດ​ນະ​ວັດຕະ​ກຳ ການ​ອອກ​ຫົວຄິດປະ​ດິດ​ສ້າງ ​ແລະ
”​ແນ່ນອນ ຍັງ​ເປັນ​ປາກ​ສຽງ​ ​ໃນ​ດ້ານ​ສິດທິ​ມະນຸດນຳ​ດ້ວຍ.”

​ແຕ່​ພວກນັກ​ວິ​ເຄາະ​ບາງ​ກ່າວ​ວ່າ ກະຊວງ​ຕ່າງປະ​ເທດ​ເປັນ​ພະ​ແນ​ກການ​ທີ່​ໃຫຍ່
​ເກີນ​ໄປ​ຢູ່​ແລ້ວ ຊຶ່ງ​ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ການ​ຕັດ​ດັ່ງກ່າວ​ນີ້. ທ່ານ
James Robert ​ອະດີ​ດນັກ​ການ​ທູດ ທີ່​ເຮັດ​ວຽກມູນ​ນິທິ Heritage ກ່າວ​ຕໍ່​ວີ
​ໂອ​ເອວ່າ:

“​ເພາະສະ​ນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ ມີ​ຫລາຍບ່ອນ ທີ່​ຈະ​ຕ້ອງ​ໄດ້ຈັດ​ຕັ້ງ​ຄືນໃໝ່​ເພື່ອ
​ເຮັດ​ໃຫ້ກະຊວງ​ການ​ຕ່າງປະ​ເທດ​ດີ​ຂຶ້ນ​ ມີ​ປະສິດ​ທິຜົນ​ຫລາຍ​ຂຶ້ນ ​ເປັນ​ຜູ້​ຫຼິ້ນບົດ
​ບາດໄດ້​ດີຂຶ້ນ ໃນ​ຖານະ​ຜູ້ຕາງໜ້າປະຊາຊົນ​ອາ​ເມຣິກັນ ທີ່​ເປັນ​ຜູ້​ຫລິ້ນ​ບົດບາດ​
ຢູ່​ໃນ​ຕ່າງ​ປະ​ເທດ ​ເພາະວ່າ​ມັນ​ຈະ​ເຮັດ​ໃຫ້​ຖັນ​ແຖວ​ຂອງ​ອຳນາດ​ງ່າຍ​ລົງ ​ແລະ
​ບ່ອນ​ທີ່​ເງິນ​ຈະ​ຖືກນຳ​ໄປ​ໃຊ້​ຈ່າຍ. ​ມັນ​ຈະ​ຖືກ​ໃຊ້​ຈ່າຍ​ໃຫ້ດີກ​ວ່າ​ເກົ່າ ​ແລະ​ແມ່ນ​
ແລ້ວ​ມັນຈະ​ມີ​ການ​ຕັດ​ການ​ໃຊ້​ຈ່າຍ​ທີ່​ຍັງ​ຈະ​ຕ້ອງ​ໄດ້​ເຮັດ ອັນ​ເປັນ​ຜົນເນື່ອງ​ມາ
ຈາກ​ການ​ຕັດ​ງົບປະມານ​ນັ້ນ.”

ທ່ານ George Ingram ຍັງ​ໄດ້​ເຮັດ​ວຽກ​ໃນ​ນາມ​ສະມາຊິກ​ອາວຸ​ໂສ​ຄົນ​ນຶ່ງ​ຢູ່​ທີ່​ຕຶກ​
ສະພາ​. ທ່ານ​ກ່າວ​ວ່າ ​ສະພາ​ຕໍ່າຈະ​ບໍ່​ເຫັນ​ພ້ອມ​ກັບ​ການ​ຕັດ​ງົບປະມານ​ລົງຢ່າງ​
ຫລວງຫລາຍ ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ຕ່າງປະ​ເທດ​ແລະການ​ປະ ຕິ​ບັດ​
ງານ​ທາງ​ດ້ານ​ການ​ທູດ ຊຶ່ງທ່ານ Ingram ກ່າວ​ວ່າ:

“ອັນ​ທີ່​ເຮົາ​ໄດ້ເຫັນ​ໃນ​ເດືອນ​ແລ້ວ​ນີ້ ກໍ​ແມ່ນ​ການກສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຈາກ​ສະ
ມາ​ຊິກ​ສະພາ​ຕ່ຳ ​ແລະ​ສະພາ​ສູງ ​ຂອງທັງສອງ​ພັກການ​ເມືອງ ຕໍ່​ການ​ຕັດ​ງົບປະ
ມານ​ຢ່າງ​ຫລວງຫລາຍ​ໃນ​ກິດຈະການ​ຕ່າງປະ​ເທດນັ້ນ​ແມ່ນຮັບ​ເອົາ​ບໍ່​ໄດ້. ເພາະ
ສະ​ນັ້ນ​ຂ້າພະ​ເຈົ້າ​ຄິດ​ວ່າ ​ທ່ານ​ຈະໄດ້ເຫັນ​ການຕອບ​ໂຕ້​ຄືນ​ບາງ​ຢ່າງໂດຍ​ລັດຖະ
ສະພາ​ໃນ​ປີ​ນີ້.”

ການ​ຕໍ່ສູ້ທີ່ຈະ​ເອົາ​ຊະນະ​ໃນ​ອັນ​ທີ່ຮ້ອງ​ວ່າ​ກຸ່ມລັດ​ອິສລາມນັ້ນກໍ​ຈະ​ໄດ້​ຮັບ​ຄວາ​ມ​ເສຍ​
ຫາຍເຊັ່ນ​ກັນຈາກ​ການ​ຕັດ​ງົບປະມານລົງ​ຢ່າງ​ຫລວງຫຼາຍ ຕໍ່​ການປະຕິບັດ ງານທາງ
​ການ​ທູດຂອງ​ສະຫະລັດ. ​ສະມາຊິກ​ສະພາ​ສູງ Linsey Graham ​ຈາກພັກຣີພັບ​ບລິ​
ກັນ​ກ່າວ​ວ່າ.

“ຂ້າພ​ະ​ເຈົ້າ​ຢາກ​ໃຫ້​ຄະນະ​ກຳມະການ​ເຂົ້າ​ໃຈ​ວ່າການ​ຕັດ​ງົບປະມານໃດໆກໍ​ຕາມ
”ທີ່​ພວກ​ເຮົາ​ຈະ​ຮັບ​ຜ່ານ ທີ່​ຈະ​ຕັດ​ການ​ໃຊ້​ຈ່າຍ ​ຂອງກະຊວງ​ການ​ຕ່າງປະ​ເທດ​ນັ້ນ

ທ່ານ​ຈະ​ບໍ່ຊະນະ​ສົງຄາມ​ນີ້. ຄວາມ​ຈິງ​ແລ້ວກຸ່ມ ISIL ຫລື​ລັດ​ອິສລາມ​ຈະ​ພາກັນ​ສະ
ຫລອງກັນ​ຢ່າງ​ໃຫຍ່.”

ງົບປະມານ​ຂອງ​ປະທານາທິບໍດີ Trump ມີ​ທ່າ​ທາງ​ວ່າ ຈະ​ເປັນ​ຈຸດ​ເພັ່ງ​ເລັງໃນ ​ການ
​ອະພິປາຍ​ຢ່າງ​ດຸ​ເດືອດ​ຢູ່​ລັດຖະສະພາ​ ໃນໄລຍະ​ຫຼາຍ​ເດືອນຕໍ່ໜ້າ​ນີ້.