ສະພາສູງສະຫະລັດ ຈະໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາ START

  • ໄພສານ ວໍຣະຈັກ

ສະມາຊິກສະພາສູງສະຫະລັດ ສັງກັດພັກຣີພັບບລີກັນ ຖະແຫຼງຕໍ່ສື່ມວນຊົນ ກ່ຽວກັບການໃຫ້ສັດຕະຍາບັນ ຕໍ່ສົນທິສັນຍາ ຄວບຄຸມອາວຸດຍຸດທະສາດສະບັບໃໝ່ ທີ່ຕຶກລັດຖະສະພາສະຫະລັດ

ສະພາສູງຂອງສະຫະລັດພວມກະກຽມທີ່ຈະໃຫ້ສັດຕະຍາ
ບັນຕໍ່ສົນທິສັນຍາຄວບຄຸມອາວຸດນິວເຄລຍກັບຣັດເຊຍໃນ
ອັນທີ່ອາດຈະເປັນໄຊຊະນະທີ່ສຳຄັນ ໃນດ້ານນະໂຍບາຍ
ຕ່າງປະເທດສຳລັບປະທານາທິບໍດີບາຣັກໂອບາມາ.

ເປັນທີ່ຄາດກັນວ່າ ສະພາສູງຈະລົງຄະແນນສຽງ ໃນວັນ
ພຸດມື້ນີ້ ເພື່ອຮັບຮອງເອົາ ສົນທິສັນຍາຫຼຸດກຳລັງອາວຸດ
ຍຸດທະສາດສະບັບໃໝ່ ທີ່ເອີ້ນຫຍໍ້ກັນວ່າ START ນັ້ນ.
ສົນທິສັນຍາສະບັບນີ້ ໄດ້ຜ່ານພົ້ນອຸບປະສັກ​ໃຫຍ່​ ໃນ​ມື້
ວານ​ນີ້ ຫລັງ​ຈາກສະມາຊິກສະພາສູງຂອງພັກຣີພັບຣີກັນ
11 ທ່ານໄດ້ຮ່ວມສົມທົບກັບສະມາຊິກສະພາສູງຂອງພັກເດໂມແຄຣັທທັງໝົດທີ່ມີໜ້າຍຸດຕິ
ການອະພິປາຍກ່ຽວກັບມາດຕະການດັ່ງກ່າວຊຶ່ງ​ເຮັດ​ໃຫ້ສາມາດລົງຄະແນນສຽງກັນຂັ້ນສຸດ
ທ້າຍ​ໄດ້.

ສົນທິສັນຍາສະບັບໃໝ່ທີ່ໃຊ້ແທນສະບັບທີ່ໝົດອາຍຸໄປແລ້ວນັ້ນ ແມ່ນຈຳກັດຈຳນວນອາວຸດ
ນິວເຄລຍທີ່ຣັດເຊຍແລະສະຫະລັດສາມາດເກັບສະສົມໄວ້ໄດ້. ນອກນັ້ນສົນທິສັນຍາດັ່ງກ່າວ ຍັງຈະໄດ້ສ້າງຕັ້ງລະບົບຮ່ວມຂຶ້ນມາສໍາລັບກວດກາ​ ເພື່ອພິສູດວ່າແຕ່ລະປະເທດໄດ້ປະຕິບັດ
ຕາມພັນທະຂອງຕົນທີ່ໄດ້ກຳນົດໄວ້ນັ້ນຫຼືບໍ່.