ອົງການສືບລັບ ສະຫະລັດ ປະສົບບັນຫາ ການຮັກສາຂໍ້ມູນລັບ

ຜູ້ຊາຍຄົນໜຶ່ງ ຍ່າງຜ່ານສັນຍາລັກ ອົງການສືບລັບຊີໄອເອ ໃນຫ້ອງພັກແຂກຂອງສຳນັກງານໃຫຍ່ອົງການ CIA ໃນເມືອງ Langley ລັດ ເວີຈິເນຍ.

ການກ່າວຫາທີ່ໜ້າຕົກໃຈຄັ້ງຫຼ້າສຸດ ເຊິ່ງມີຄວາມຕັ້ງໃຈທີ່ຈະສົ່ງຄື້ນສັ່ນສະເທືອນຜ່ານ ປະຊາຄົມສືບລັບ ສະຫະລັດ ແມ່ນກຳລັງກະຕຸ້ນໃຫ້ມີຄວາມຢ້ານກົວຂຶ້ນມາໃໝ່ ກ່ຽວກັບ ຄວາມສາມາດ ທີ່ຈະຮັກສາຂໍ້ມູນລັບ. ແຕ່ບັນດາອະດີດເຈົ້າໜ້າທີ່ສືບລັບກ່າວວ່າ, ຢ່າງ
ໜ້ອຍ​ໃນຕອນນີ້, ມັນເບິ່ງຄືວ່າ ຂໍ້ມູນທີ່​ປາກົດ​ວ່າ​ມີ​ການຮົ່ວໄຫຼນັ້ນ ຈະບໍ່ສ້າງຄວາມເສຍ ຫາຍຢ່າງຮ້າຍແຮງຕໍ່ຄວາມສາມາດທາງຄອມພິວເຕີຂອງ ສະຫະລັດ.

ອົງການເປີດເຜີຍຄວາມຈິງທາງອອນລາຍ Wikileaks ໃນວັນອັງຄານວານນີ້ ໄດ້ເປີດ ເຜີຍເອກະສານຫຼາຍພັນໜ້າ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າໄດ້ອະທິບາຍວ່າ ​ເປັນ “ຄວາມ ສາມາດໃນການລັກເຈາະຂໍ້ມູນທັງໝົດ” ຂອງອົງການສືບລັບ CIA ສະຫະລັດ.

ວີໂອເອ ບໍ່ສາມາດທີ່ຈະຢືນຢັນ ຄວາມໜ້າເຊື່ອຖື ຂອງເອກະສານ 8,771 ໜ້າທີ່ພິມເຜີຍ
ແຜ່ໃນໜ້າເວັບໄຊ Wikileaks ຢ່າງ​ເປັນອິດ ສະຫຼະໄດ້, ແຕ່ບັນດາຜູ້ຊ່ຽວຊານດ້ານ ຄວາມປອດໄພຄອມພິວເຕີ ແລະ ບັນດາອະດີດເຈົ້າໜ້າທີ່ສືບລັບໄດ້ກ່າວວ່າ ເອກະສານ ຫຼາຍສະບັບປາກົດວ່າຈະແມ່ນຂອງແທ້.

ໃນຄຳຖະແຫຼງການ​ຂອງ​ຕົນ​ນັ້ນ, Wikileaks ໄດ້ກ່າວວ່າ ອົງການ CIA “ໄດ້ເສຍການ ຄວບຄຸມຂໍ້ມູນທີ່ລັກເຈາະມາໄດ້ສ່ວນໃຫຍ່.” ກຸ່ມດັ່ງກ່າວໄດ້ກ່າວເພີ່ມເຕີມວ່າ ອຸປະ ກອນຄອມພິວເຕີຂອງອົງການສືບລັບ ໄດ້ຖືກແຈກຢາຍໃຫ້ກັບບັນດາອະດີດນັກລັກ ເຈາະຂໍ້ມູນຂອງລັດຖະບານ ສະຫະລັດ ແລະ ຕໍ່ມາອຸປະກອນນັ້ນກໍຖືກແບ່ງໃຫ້ພວກ Wikileaks.

ເຈົ້າໜ້າທີ່ ສືບລັບ ສະຫະລັດ ໄດ້ກ່າວຕໍ່ວີໂອເອໂດຍບໍ່ປະສົງອອກຊື່ວ່າ ພະນັກງານສັນ ຍາຈ້າງຂອງອົງການ CIA ໄດ້ຖືກໂຈະວຽກຊົ່ວຄາວ ໃນຖານເປັນແຫຼ່ງທີ່ມາຂອງການ
ຮົ່ວໄຫຼ.

ເຈົ້າໜ້າທີ່ສືບລັບ ສະຫະລັດ ທີ່ຫາກໍອອກບຳນານບໍ່ດົນມານີ້ອີກຄົນໜຶ່ງໄດ້ກ່າວຕໍ່ວີໂອ
ເອວ່າ ອົງການ CIA ແມ່ນກຳລັງເລັ່ງຊອກຫາຜູ້ທີ່ເຮັດໃຫ້ເອກະສານຮົ່ວໄຫຼ ແລະ ດ້ວຍ
ວິທີໃດ.

ທ່ານໄດ້ກ່າວວ່າ “Langley ເຊິ່ງແມ່ນຊື່ເວົ້າສະເພາະກຸ່ມຂອງອົງການ CIA ແມ່ນ
ກຳລັງປະເມີນຜົນ​ເບິ່ງຄວາມເສຍຫາຍຢ່າງເຕັມທີ່.”

ບັນດາສະມາຊິກສະພາ ສະຫະລັດ ກໍມີ​ຄວາມ​ຕົກ​ໃຈເຊັ່ນກັນ.

ປະທານຄະນະກຳມະການສືບລັບສະພາຕ່ຳ ທ່ານ Devin Nunes ສັງກັດພັກຣີພັບ
ບລີກັນ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນແລງຂອງວັນອັງຄານວານນີ້ວ່າ “ສິ່ງນີ້ ແມ່ນຍັງຢູ່ໃນໄລຍະຕົ້ນຂອງການສືບສວນສອບສວນຢູ່ ແຕ່ບັນຫາພວກນີ້ປາກົດ ວ່າຈະມີຄວາມຮ້າຍແຮງຫຼາຍໆ. ພວກເຮົາມີຄວາມເປັນຫ່ວງຢ່າງຍິ່ງ ແລະ ພວກ ເຮົາກໍກຳລັງຕິດຕາມມັນຢ່າງໃກ້ຊິດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ