ຍານ Discovery ບິນຂຶ້ນປະຕິບັດງານ ຖ້ຽວສຸດທ້າຍ

  • ໄພສານ ວໍຣະຈັກ

ຍານອະວະກາດໄປກັບ Discovery ຂອງສະຫະລັດ ທະຍານຂຶ້ນສູ່ທ້ອງຟ້າ ຈາກສູນກາງອະວະກາດເຄນເນດີ້ ໃນບໍລິເວນແຫຼມ Canaveral ລັດ Florida (24 ກຸມພາ 2011)

ຍານອະວະກາດໄປກັບ Discovery ຂອງສະຫະລັດໄດ້
ທະຍານຂຶ້ນສູ່ວົງໂຄຈອນ ໃນການປະຕິບັດງານຖ້ຽວສຸດ
ທ້າຍ ເພື່ອລຳລຽງສຳພາລະ ໄປຍັງສະຖານີອະວະກາດ
ນາໆຊາດ.

Discovery ຊຶ່ງເປັນຍານທີ່ເກົ່າທີ່ສຸດ ຂອງຈຳນວນທັງ
ໝົດ 3 ລຳຂອງອົງການອະວະກາດສະຫະລັດຫຼືອົງການ
NASA ໄດ້ຖືກສົ່ງຂຶ້ນສູ່ຫ້ວງອະວະກາດ ໃນວັນພະຫັດ
ວານນີ້ ຈາກສູນກາງອະວະກາດເຄນເນດີ້ທີ່ແຫຼມ Cana-
veral ໃນ ລັດ Florida.

ຍານ Discovery ໄດ້ທະຍານຂຶ້ນສູ່ທ້ອງຟ້າ 3 ນາທີຊ້າກວ່າໝາຍກຳນົດການຫຼັງຈາກ
ໄດ້ເກີດບັນຫາ ກ່ຽວກັບລະບົບຕິດທາງຕາມຄອມພິວເຕີ້ຂອງກອງທັບອາກາດ. ບັນຫາ
ດັ່ງກ່າວໄດ້ຮັບການແກ້ໄຂແລະການສົ່ງຍານ Discovery ກໍໄດ້ມີຂຶ້ນພຽງບໍ່ເທົ່າໃດວິນາ
ທີທີ່ຍັງເຫຼືອ ໃນຂອບເຂດເວລາຂອງການຈັດສົ່ງ.

ນອກນັ້ນອົງການ NASA ຍັງເວົ້າວ່າ ຢາງຟອງຫຸ້ມໄດ້ຫຼຸດອອກຫຼັງຈາກຍານ Disco-
very ໄດ້ທະຍານຂຶ້ນສູ່ທ້ອງຟ້າ ແລະຈະຕ້ອງໄດ້ທຳການກວດສອບ ຢູ່ເທິງອະວະກາດ ກ່ອນທີ່ຍານດັ່ງກ່າວຈະກັບຄືນເຂົ້າສູ່ບັນຍາກາດຂອງໂລກ.

ຍານ Discovery ຊຶ່ງເລີ້ມບິນເທື່ອທຳອິດ ໃນປີ 1984 ນັ້ນ ໄດ້ບັນທຶກການເດີນທາງ
ເປັນໄລຍະເກືອບ 230 ລ້ານກິໂລແມັດ ຫຼາຍກວ່າຍານອະວະກາດ ທີ່ມີການນຳໃຊ້ຄືນ
ໃໝ່ໃດໆທັງໝົດ. ນີ້ແມ່ນຖ້ຽວບິນຄັ້ງທີ 39 ຂອງຍານ Discovery.