ສະຫະລັດສະຫຼອງ ວັນຄົບຮອບ 50 ປີ ແຫ່ງການຂຶ້ນໂຄຈອນອ້ອມໂລກ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານ John Glenn, ອະດີດນັກເຫາະອະວະກາດສະຫະຣັດ ແລະອະດີດສະມາຊິກສະພາສູງສະຫະລັດ ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ກຸງວໍຊິງຕັນ. ວັນທີ 20 ກຸມພາ 2012.

ວັນ​ຈັນ​ມື້​ນີ້ ອົງການ​ອະວະກາດຂອງ​ສະຫະລັດ​ສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ 50 ປີ​ແຫ່ງ
ການ​ສົ່ງ​ຄົນ​ອາ​ເມຣິກັນ​ຄົນ​ທໍາ​ອິດ​ຂຶ້ນ​ສູ່​ວົງ​ໂຄຈອນ​ອ້ອມ​ໂລກ.

ນັກ​ເຫາະ​ອະວະກາດ John Glenn ​ໂຄຈອນ​ອ້ອມ​ໂລກ 3 ​ຮອບ​ໃນ​ເວລາບໍ່​ຮອດ 5 ຊົ່ວ​
ໂມງ​ ​ເມື່ອ​ວັນ​ທີ 20 ກຸມພາ​ ​ປີ 1962 ​ໃນ​ພາລະກິດ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຢາກ​ຮູ້​ວ່າ ມະນຸດ
ຈະ​ມີ​ປະຕິກິລິຍາ​ແບບ​ໃດຕໍ່ສິ່ງ​ແວດ​ລ້ອມ​ໃນຫ້ວງ​ອະວະກາດ.

ໃນ​ການຖະ​ແຫລ​ງຢູ່ທີ່​ອົງການ​ອະວະກາດ​ແຫ່ງ​ຊາດ​ສະຫະລັດກ່ຽວ​ກັບ​ເຫດການ​ດັ່ງກ່າວ​
ໃນ​ສັບປະດາ​ແລ້ວ​ນີ້ ທ່ານ John Glenn ໄວ 90 ປີ ກ່າວ​ວ່າ ປະສົບ​ປະການ​ຂອງທ່ານ
ໃນ​ການ​ຂີ່​ຍານ​ອະວະກາດ​ອ້ອມໂລກ​ນັ້ນ ​ເປັນ​ເລື້ອງ​ທີ່​ບັນ​ລະ​ຍາຍ​ໄດ້​ຍາກ.

ແຕ່​ທ່ານ​ບໍ່​ໄດ້​ເປັນ​ຄົນ​ທໍາ​ອິດ​ທີ່​ໂຄຈອນ​ອ້ອມ​ໂລກ.ເກືອບນຶ່ງ​ປີ​ກ່ອນ ​ ​ທ່ານ John Glenn
ຂຶ້ນ​ໂຄຈອນ​ອ້ອມ​ໂລກ​ນັ້ນ ນັກ​ບິນ​ກອງທັບ​ອາກາດຂອງອະດີດ​ສະຫະພາບ​ໂຊ​ວຽດ ທ່ານ
Yuri Gagarin ກໍ​ໄດ້​ໂຄຈອນ​ອ້ອມ​ໂລກນຶ່ງ​ຮອບ.

ທ່ານ John Glenn ຊຶ່ງ​ເຄີຍ​ເປັນ​ສະມາຊິກ​ສະພາ​ສູງ​ສະຫະລັດ 4 ສະໄໝ​ລຽນຕິດ​
ຈາກລັດ Ohio ​ໄດ້​ກັບ​ຄືນ​ຂຶ້ນ​ສູ່​ວົງ​ໂຄຈອນ​ໃນ​ຍານ​ອະວະ​ກາດ​ໄປ​ກັບ​ຂອງ​ສະຫະລັດ​ອີກ
ໃນ​ປີ 1998 ຊຶ່ງ​ກາຍ​ເປັນ​ນັກເຫາະອະວະກາດ ​ທີ່​ມີ​ອາຍຸ​ແກ່​ທີ່​ສຸດ ຄື 77 ປີ ທີ່ຂຶ້ນ​ບິນ​ໃນ
ຫ້ວງ​ອະວະກາດ.

ເບິ່ງວີດີໂອລາຍງານພາສາອັງກິດ ກ່ຽວກັບອົງການອະວະກາດຂອງສະຫະລັດ:

http://www.voanews.com/templates/widgetDisplay.html?id=139454223&player=article