ສະຫະລັດ ແລະເກົາຫຼີໃຕ້ ປັບປຸງແຜນປະຕິບັດການສົງຄາມ ເພື່ອຮັບມືກັບເກົາຫຼີເໜືອ

ເຈົ້າໜ້າທີ່ທະຫານຂອງສະຫະລັດ ແລະເກົາຫຼີໃຕ້ ດຳເນີນງານ ດ້ານລະບົບປ້ອງກັນທາງອາກາດ ແລະລູກສອນໄຟ ຢູ່ທີ່ຖານທັບອາກາດ Osan, ໃນເກົາຫຼີໃຕ້, ໃນລະຫວ່າງການຊ້ອມລົບ, ວັນທີ 14 ມີນາ 2016.

ສະຫະລັດ ແລະເກົາຫຼີໃຕ້ ກຳລັງກຽມພັດທະນາ “ແຜນປະຕິບັດການສົງຄາມ ໃໝ່” ເພື່ອທີ່ຈະຮັບມືກັບໄພຄຸກຄາມທີ່ເພີ້ມຂຶ້ນນັບມື້ຈາກກອງກຳລັງທະຫານຂອງເກົາຫຼີເໜືອ ໃຫ້ດີຂຶ້ນກວ່າເກົ່າ.

ແຜນການໃໝ່ນີ້ ຈະໃຊ້ແທນແຜນຍຸດທະສາດທີ່ມີຢູ່ແລ້ວນັ້ນ ເຊິ່ງມີໄວ້ເພື່ອຕອບໂຕ້​ຕໍ່ການຮຸກຮານຂອງເກົາຫຼີເໜືອ ທີ່ອາດເປັນໄປໄດ້ ທີ່ໄດ້ຖືກກຳນົດອອກມານຶ່ງທົດສະວັດກ່ອນ ແລະມັນກໍບໍ່ໄດ້ຄຳນຶງເຖິງຄວາມກ້າວໜ້າທາງການທະຫານຂອງພຽງຢາງ ອີງຕາມບັນດາເຈົ້າໜ້າທີ່ອະວຸໂສດ້ານການປ້ອງກັນປະເທດຂອງສະຫະລັດ ຜູ້ທີ່ໄດ້ກ່າວໂດຍປະສົງບໍ່ອອກຊື່ໃນຂັ້ນຕອນຂອງການສົນທະນາເລື້ອງນີ້.

“ອັນນີ້ເປັນສິ່ງຖືກຕ້ອງທີ່ຈະເຮັດ” ເຈົ້າໜ້າທີ່ອາວຸໂສດ້ານການປ້ອງກັນປະເທດທ່ານນີ້ ໄດ້ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ເດີນທາງໄປຍັງນະຄອນຫຼວງໂຊລ ເພື່ອກອງປະຊຸມລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ແລະບັນດາເຈົ້າໜ້າທີ່ຂອງເກົາຫຼີໃຕ້. ທ່ານກ່າວອີກວ່າ “ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີເໜືອ ຫຼື DPRK ໄດ້ກ້າວໜ້າໄປເຖິງຂີດຄວາມສາມາດຂອງຕົນແລ້ວ. ສະພາບການດ້ານຍຸດທະສາດໄດ້ປ່ຽນໄປຕະຫຼອດໄລຍະບໍ່ເທົ່າໃດປີຜ່ານມາ.”

ເຈົ້າໜ້າທີ່ທ່ານນີ້ ໄດ້ພັນລະນາເຖິງຂັ້ນຕອນຂອງການປັບປຸງໃໝ່ແຜນການທີ່ມີຢູ່ແລ້ວ ຄືກັບວ່າ “ເປັນຄວາມພະຍາຍາມຢ່າງກວ້າງຂວາງແລະໜັກແໜ້ນ” ໂດຍບໍ່ມີກຳນົດເວລາຂອງການສຳເລັດນັ້ນ.

ບັນດາເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ ໄດ້ຕິດຕາມເບິ່ງການທົດລອງອາວຸດຕ່າງໆໂດຍພຽງຢາງ ມາຫຼາຍຄັ້ງນັບຕັ້ງແຕ່ເດືອນກັນຍາ ທີ່ລວມທັງການທົດລອງລູກສອນໄຟນຳວິຖີ ລູກສອນໄຟຂີປະນາວຸດລັດສະໝີສັ້ນ ການຍິງລູກສອນໄຟຂີປະນາວຸດຈາກເຮືອດຳນ້ຳ ແລະສິ່ງທີ່ເກົາຫຼີເໜືອ ກ່າວອ້າງວ່າ ເປັນການທົດລອງຍານບິນທີ່ໄວກວ່າສຽງ.

ແຕ່ເຈົ້າໜ້າທີ່ອາວຸໂສຜູ້ທີສອງ ໄດ້ເຕືອນວ່າ ການປ່ຽນແປງທັງຫຼາຍ ບໍ່ພຽງແຕ່ເປັນຜົນຂອງການເກາະຜິດຂອງເກົາຫຼີເໜືອເທົ່ານັ້ນ ຫາກ “ເປັນວິວັດທະນາການຕາມທຳມະຊາດຕໍ່ການປ່ຽນແປງຂອງສະຖານະການ.”

ເຈົ້າໜ້າທີ່ຜູ້ທີສອງກ່າວວ່າ “ການພັດທະນາຄວາມກ້າວໜ້າດ້ານສັກກະຍາພາບຂອງເກົາຫຼີໃຕ້ກໍເຊັ່ນກັນ ແລະຄວາມອາດສາມາດໃນການປະກອບສ່ວນຂອງພວກເຂົາຕໍ່ແຜນການດັ່ງກ່າວ ແມ່ນເປັນສ່ວນນຶ່ງຂອງການປັບປຸງທີ່ສຳຄັນເຊັ່ນກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ