ປ. ສຫລ ແລະເກົາຫຼີໃຕ້ ຈະຫາລື ກ່ຽວກັບ ການຂົ່ມຂູ່ ໃນການຍົກເລີກ ການພົບປະ ຂອງ ປ. ທຣຳ ກັບ ທ່ານກິມ

​​​​​​​​​​​​​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ , ຊ້າຍ, ໂອ້ລົມກັບ​​ຜູ້ນຳ​ເກົາຫຼີ​ໃຕ້ ທ່ານ​ມູນ ​ແຈ​-ອິນ ໃນກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບສີຟ້າ ໃນໂລ ເກົາຫຼີໃຕ້, 7 ພະຈິກ 2017.

​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ແລະ​ຜູ້ນຳ​ເກົາຫຼີ​ໃຕ້ ທ່ານ​ມູນ ​ແຈ​-ອິນ
ມີ​ໜາຍ​ກຳໜົດ ທີ່​ຈະ​ພົບ​ປະກັນ ທີ່​ທຳນຽບຂາວ ​ໃນ​ວັນ​ອັງຄານ​ມື້ນີ້ ທ່າມກາງ ຄວາມ
​ບໍ່​ແນ່ນອນ ​ທີ່​ເພີ່ມ​ທະວີ​ຂຶ້ນ ຕໍ່ໂອກາດ​ທີ່​ຈະ​ເຮັດ​ໃຫ້ການ​ພົບ​ປະສຸດ​ຍອດ​ຂອງ​ສະຫະ
ລັດ ​ກັບ​ເກົາຫຼີ​ເໜືອ ບັນລຸ​ຜົນ​ນັ້ນ ​ແລະ​ມີຄວາມສົງໄສ​ວ່າ ການ​ພົບ​ປະກັນ​ນີ້ ອາດ​ຈະ
​ບໍ່​ເກີດ​ຂຶ້ນ​ ຕາມທີ່​ໄດ້​ວາງ​ແຜນ​ໄວ້.

​ໃນ​ໝ​າຍກຳໜົດ​ການ 2 ຊົ່ວ​ໂມງ ​ໃນ​ການ​ໂອ້​ລົມ​ສົນທະນາ​ ກັບ​ທ່ານ​ມູນ ​ແມ່ນ​ຄາດ
​ວ່າ ຈະ​ພະຍາຍາມຄ້ຳປະກັນ​ຕໍ່​ທ່ານ​ທຣຳ ທີ່​ຈະ​ໄດ້​ພົບ​ປະ​ກັບ​ຄູ່ຕຳ​ແໜ່​ງ ຝ່າຍ​ເກົາຫຼີ
​ເໜືອ ກິມ ຈົງ ອຶນ ທີ່ອາດຈະສ້າງຄວາມກ້າວໜ້າຢ່າງ​ເປັນ​ປະຫວັດ​ການ​ໄດ້.

“ຂ້າພະ​ເຈົ້​າ ສົງໄສວ່າ ທ່ານ​ທຣຳມີ​ຄຳ​ຖາມ​ທີ່​ສຸດ​ຍອດ ສຳລັບ​ປະທານາທິບໍດີມູນ
ທີ່​ທ່ານ​ຢາກ​ຈະ​ຖາມ​ຢ່າງເປັນ​ການ​ສ່ວນ​ຕົວ, ຊຶ່ງ​ເຮັດ​ໃຫ້​ເປັນ​ການ​ບໍ່​ຈະແຈ້ງ​ທີ່​ວ່າ
ທາງ​ເກົາຫຼີ​ເໜືອຈະ​ຕົກ​ລົງ​ຫຍັງ​ແທ້ ​ແລະ​ການ​ເຄື່ອນໄຫວ ຄັ້ງຫຼ້າສຸດ​ ​ໂດຍ​ເກົາຫຼີ
​ເໜືອ ທີ່​ຂົ່ມຂູ່​ວ່າ​ຈະ​ຍົກ​ເລີກ​ການ​ພົບ​ປະສຸດ​ຍອດ ໃນວັນ​ທີ 12 ມິຖຸນາ,”
ຊຶ່ງນັ້ນ
ຄືຄຳເວົ້າຂອງ​ທ່ານ​ ຈີນ ລີ ຜູ້ອຳນວຍການ​ສູນ​ກາງ​ເກົາຫຼີ ທີ່ວິລສັນເຊັນເຕີ້ ​ໄດ້​ກ່າວ​ໄວ້.

ພາບທີ່ນຳມາປະກອບໃສ່ກັນ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ, ຊ້າຍ,ທີ່ວໍຊີງຕັນ, 17 ພຶດສພາ 2018, ແລະຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ປັນມຸນຈອມ, ເກົາຫຼີໃຕ້, 27 ເມສາ 2018.

ອີງ​ຕາມ​ເຈົ້າ​ໜ້າ​ທີ່ໃນສະຫະລັດ ​ແລະຕ່າງປະ​ເທດແລ້ວ ທ່ານ​ທຣຳ ​ໄດ້​ມີ​ຄຳ​ຖາມ
ຕໍ່​ຜູ້​ຊ່ອຍແລະ​ພວກ​ຜູ້ນຳ​ການ​ຕ່າງປະ​ເທດ​ຂອງ​ເພິ່ນ​ ກ່ຽວ​ກັບ​ວ່າ ທ່ານ​ຄວນ​ຈະ​ສືບ​ຕໍ່​
ດຳ​ເນີນ​ການ​ພົບ​ປະກັບທ່ານ​ກິມ ທີ່​ສິງກະ​ໂປ ຫຼື​ບໍ່.

​ເຈົ້າ​ໜ້າ​ທີ່​ໃນ​ວໍ​ຊີງ​ຕັນບາງ​ທ່ານ ທີ່ຂໍສະຫງວນຊື່ນັ້ນ ຍັງ​ໄດ້​ຖິ້ມໂທດໃສ່ ​ເຈົ້າ​ໜ້າ​ທີ່
​ເກົາຫຼີ​ໃຕ້ ສຳ​ລັບການໂຄສະນາຫຼາຍເກີນໄປ ກ່ຽວກັບຄວາມເຕັມໃຈ​ທີ່ ​ທ່ານ​ທຣຳ
ສຳລັບການທີ່​ຈະ​ເຮັດ​ໃຫ້​ເກົາຫຼີ​ເໜືອ ​ປົດອາວຸດນິວ​ເຄລຍຂອງ​ຕົນ.

ມັນ​ເປັນ​ມຸມ​ມອງ​ທີ່​ຖືກ​ເບິ່ງກັນ ໂດຍພວກ​ຜູ້ຄົນ ທີ່ຢູ່​ຂ້າງ​ນອກ​ເຊັ່ນ​ກັນ.

“ທ່ານ​ມູນ ​ແມ່ນ​ເບິ່ງ​ຄື​ວ່າ ເວົ້າ​ເກີນຄວາມຈິງ ທີ່​ຈະ​ຜູ້ມັດ​ທ່ານ​ທຣຳ ທາງ​ການ​ທູດ ​
ເພື່ອ​ບໍ່​ໃຫ້​ທ່ານ​ລື່ນ​ໄຫຼໄປສູ່​ການ​ຂົ່ມຂູ່​ເຮັດ​ສົງຄາມ​ໃນ​ປີ​ກາຍ​ນີ້, ທີ່​ເຮັດ​ໃຫ້​ເກົາຫຼີ​ໃຕ້​ພາກັນຢ້ານ​ກົວ​ນັ້ນ,”
ຊຶ່ງ​ທ່ານ​ໂຣ​ເບີຣ໌ດ ​ແຄລລີ ອາຈາ​ສອນ​ລັດຖະ ສາດ​ທີ່​ມະຫາ
ວິທະຍາ​ໄລ​ແຫ່ງ​ຊາດ ​ໄດ້ກ່າວ​ໄວ້.

ທ່ານ​ລີ ອະດີດ​ຫົວໜ້າ​ຫ້ອງການ​ຂ່າວ​ ​ເອພີ ທີ່​ພຽງ​ຢາງ ​ເຫັນ​ທ່ານ​ມູນ ​ແມ່ນ​ວ່າ​ຢາກ​ເປັນ
“ຜູ້​ທີ່​ຈະໂດດ​ເຂົ້າ​ມາ​ຫຼິ້ນ​ບົດບາດ ​ເປັນ​ຜູ້​ໄກ​ເກ່ຍນີ້ ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າໂຊ​ລ ​
ແລະ​ວໍ​ຊີງ​ຕັນ ​ແມ່ນປະສານ​ງານ​ກັນ​ຢ່າງ​ໃກ້ຊິດ ​ໃນ​ລະດັບ​ສູງ ຢ່າງນ້ອຍ ໃນໄລຍະ
ຂ້າງນອກ. ​ແຕ່​ວ່າ ມັນ​ຈະ​ເປັນ​ການ​ຍາກ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ