ສະຫະລັດ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ລົງໂທດຮອບໃໝ່ ຕໍ່ໂຄງການອາວຸດນິວເຄລຍ ແລະລູກສອນໄຟ ຂອງເກົາຫຼີເໜືອ

ຈໍໂທລະພາບ ສະແດງໃຫ້ເຫັນລາຍງານການຍິງຈະຫຼວດຂອງເກົາຫຼີເໜືອ ພ້ອມດ້ວຍພາບເຕັມຂອງຜູ້ນໍາເກົາຫຼີເໜືອ ທ່ານກິມ ຈົງ ອຶນ ທີ່ອອກມາປາກົດໂຕ, ໃນຊ່ວງພາກຂ່າວ ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 24 ສິງຫາ 2023.

ສະຫະລັດ, ເກົາຫຼີໃຕ້, ແລະ ຍີ່ປຸ່ນ ກໍາລັງກໍານົດການລົງໂທດ​ຮອບ​ໃໝ່ ຕໍ່ບັນ ດາສ່ວນບຸກຄົນ ແລະບໍລິສັດທີ່ອໍານວຍຄວາມສະດວກໃຫ້ແກ່ໂຄງການອາວຸດທີ່​ມີ​ອະ​ນຸ​ພາບ​ຮ້າຍ​ແຮງ ແລະໂຄງການລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ, ລຸນຫຼັງພຽງຢາງປະສົບຄວາມລົ້ມແຫຼວໃນການ​ສົ່ງດາວທຽມສອດແນມໃນອາທິດແລ້ວນີ້, ເຊິ່ງເປັນຄວາມພະຍາຍາມຄັ້ງທີສອງໃນປີນີ້.

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນ ຫຼັງຈາກການຊ້ອມລົບທາງທະຫານ ຂອງເກົາ ຫຼີເໜືອ ທີ່ຝຶກ​ແອບ​ການ​ເຂົ້າຢືດຄອງດິນແດນທັງໝົດຂອງເກົາຫຼີໃຕ້ ແລະຝຶກຊ້ອມການໂຈມຕີດ້ວຍ​ອາ​ວຸດຍຸດທະສາດນິວເຄລຍ ໃນຕົ້ນອາທິດນີ້.

ກະຊວງການຕ່າງປະເທດຂອງເກົາຫຼີໃຕ້ກ່າວໃນວັນສຸກມື້ນີ້ວ່າ ພວກເຂົາເຈົ້າໄດ້ລົງໂທດຕໍ່ບໍລິສັດໂຄງການພັດທະນາ ຣີວ ຄີອອງ (Ryu Kyong) ຂອງເກົາຫຼີ ເໜືອພ້ອມດ້ວຍ 5 ບຸກຄົນທີ່ພົວພັນກັບບໍລິສັດດັ່ງກ່າວມານັ້ນ, ລວມທັງຫົວໜ້າໃຫຍ່ຂອງບໍລິສັດ ທ່ານຣີວ ຄີອອງ-ໂຊລ (Ryu Kyong-Chol), ແລະອີກ 4 ຄົນຈາກບໍລິສັດສາຂາຍ່ອຍ ທີ່ມີຫ້ອງການໃນປະເທດຈີນ.

ເກົາຫຼີໃຕ້ ເປັນປະເທດທໍາອິດ ທີ່ກໍານົດການລົງໂທດ ໂດຍການລະບຸຊື່ ຂອງບຸກຄົນ ແລະບໍລິສັດ, ອີງຕາມລາຍງານຂອງກະຊວງ ກ່ຽວກັບກິດຈະກໍາການຊ່ວຍເຫຼືອຕ່າງໆຕໍ່ເກົາຫຼີເໜືອ ເພື່ອພັດທະນາດາວທຽມ ແລະອາກາດຍານ ທີບໍ່ມີຄົນຂັບ.

ກະຊວງການຕ່າງປະເທດຂອງຍີ່ປຸ່ນ ກ່າວໃນວັນສຸກມື້ນີ້ວ່າ ພວກເຂົາໄດ້ກໍານົດການລົງໂທດຕໍ່ 3 ກຸ່ມບໍລິສັດ ພ້ອມດ້ວຍ 4 ບຸກຄົນ ທີ່ພົວພັນນໍາໂຄງການພັດ ທະນາລູກສອນໄຟ ແລະອາວຸດນິວເຄລຍຂອງເກົາຫຼີເໜືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ