ສຫລ ແລະ ເກົາຫຼີໃຕ້ ຫາລື ເລື້ອງເກົາຫຼີເໜືອ ແລະຄວາມໝັ້ນຄົງ ພູມີພາກ

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ Ash Carter (ຊ້າຍ) ຈັບມືກັບ ລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້ ທ່ານ Han Min Koo ໃນລະຫວ່າງການພົບປະສອງຝ່າຍ ນອກກອງປະຊຸມສຸດຍອດຄວາໝັ້ນຄົງ Shangri-la.

ຂະນະ​ດຽວ​ກັນ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ແລະ ​ຄູ່​ຕຳ​ແໜ່​ງຝ່າຍ​ເກົ​າຫລີ​ໃຕ້ ກໍ​ໄດ້​ຫາລື​ກັນ ​ກ່ຽວ​ກັບບັນຫາ​ຄວາມ​ໝັ້ນຄົງ​ ໃນ​ເຂດເອ​ເຊຍ ຮວມທັງເລື້ອງ​ເກົາຫລີ​ເໜືອ ແລະໂຄງການ​ອາວຸດ​ນິວ​ເຄລຍທີ່​ເປັນ​ບັນຫາໂຕ້​ຖຽງ​ຂອງ​ປະເທດ​ດັ່ງກ່າວ.

ທ່ານ Ash Carter ​ແລະ​ທ່ານ Han Ming-koo ​ໄດ້​ພົບ​ປະກັນ​ໃນ​ວັ​ນ​ເສົາ​ມື້ນີ້ຢູ່​ຂ້າງ​ນອກ ຂອງ​ກອງ​ປະຊຸມ ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ Shangri-La ທີ່​ສິງກະ​ໂປ ຊຶ່ງ​ເປັນ​ກອງ​ປະຊຸມ ຄວາມ​ໝັ້ນຄົງ​ປະຈຳ​ປີ​ທີ່​ໃຫຍ່​ທີ່​ສຸດ​ໃນ​ເຂດ​ເອ​ເຊຍ.

ລັດຖະມົນຕີ​ທັງ​ສອງ​ໄດ້​ປະ​ນາມ​ຢ່າງ​ແຮງ ຕໍ່​ການ​ທົດ​ລອງ​ອາວຸດ​ນິວ​ເຄລຍ​ແລະລູກ​ສອນ ໄຟຂອງ​ເກົາຫລີ​ເໜືອຫວ່າງ​ໄວໆ​ມານີ້ ​ໂດຍ​ຮຽກຮ້ອງ​ໃຫ້​ເກົາຫລີ​ເໜືອ ປະຖິ້ມ​ໂຄງການ ອາວຸດ​ນິວ​ເຄລຍຂອງ​ຕົນ ​ໂດຍສິ້ນ​ເຊີງ ​ໃນ​ວິທີ​ທີ່​ສາມາດກວດສອບ ​ແລະ​ຕ່າວ​ປີ້ນບໍ່​ໄດ້ ອີງ​ຕາມຂໍ້ຄວາມ​ໃນ​ຖະ​ແຫຼງການ.

ຖະ​ແຫຼງການ​ກ່າວ​ວ່າ ສະຫະລັດ​ຂໍ​ຢືນຢັນ​ອີກ​ຄັ້ງນຶ່ງ ເຖິງ​ຄວາມ​ໝັ້ນໝາຍ​ຢ່າງ​ແຂງ​ຂັນ ຂອງ​ຕົນ ທີ່​ຈະປົກ​ປ້ອງເກົາຫຼີ​ໃຕ້.

​ໃນ​ເດືອນ​ແລ້ວນີ້ ​ເກົາຫລີ​ໃຕ້​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ຂໍ້​ສະ​ເໜີ​ຂອງ​ເກົາຫລີ​ເໜືອທີ່​ຢາກ ເປີດ​ການ​ເຈລະ​ຈາ​ທາງ​ທະຫານ ​ໃນ​ທ້າຍ​ເດືອນ​ພຶດສະພາ​ຫລື​ຕົ້ນ​ເດືອນມິຖຸນາ​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້​ ກ່າວ​ວ່າ ຂໍ້​ສະ​ເໜີ​ຂອງ​ເກົາຫລີ​ເໜືອ​ບໍ່​ໄດ້​ຮວມທັງ ແຜນການ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ເປັນ​ເຂດ​ປອດ​ນິວ​ເຄລຍແຕ່ກັບ​ແນ​ໃສ່ເພື່​ອລົບ​ກວນ​ການ ຮ່ວມ​ມື​ຂອງ​ນາໆ​ຊາດ​ໃນ​ການ​ລົງ​ໂທດແລະ​ເພື່ອ​ສ້າງ​ຄວາມ ​ແຕກ​ແຍກ​ໃຫ້​ແກ່​ຫາງ​ສຽງ ພາຍ​ໃນ​ປະ​ເທດ​ແທນ.

ເກົາຫລີ​ທັງ​ສອງມີ​ຊາຍ​ແດນ​ທີ່​ມີ​ການ​ເສີມ​ກຳລັງ​ຢ່າງ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ໂລກ ນັບ​ແຕ່​ສົງ ຄາມ​ໃນຕົ້ນ​ຊຸ​ມປີ 1950 ສິ້ນສຸດ​ລົງ​ໂດຍ​ການ​ສະຫງົບ​ເສິກ​ຊົ່ວຄາວ ບໍ່​ແມ່ນ​ດ້ວຍ​ສົນທິ ສັນຍາ​ສັນຕິພາບ. ມີ​ທະຫານ​ສະຫະລັດ​ປະມານ 28,500 ຄົນ ປະຈຳການ​ຢູ່​ເກົາ​ຫຼີ​ໃຕ້ ເພື່ອ​ຢັບຢັ້ງ​ເກົາຫລີ​ເໜືອ.

ອ່ານຂ່າວນີເພີ້ມເປັນພາສາອັງກິດ