ສະຫະລັດ ແລະ ເກົາຫລີໃຕ້ ຊ້ອມລົບ ປະຈໍາປີ ຮ່ວມກັນ (ສະໄລດ໌)

ທະຫານເກົາຫລີໃຕ້ ເລີ້ມທໍາການຊ້ອມລົບກັບທະຫານສະຫະລັດ ໃກ້ກັບຊາຍແດນໝູ່ບ້ານ Panmunjorn ທີ່ເກົາຫລີໃຕ້ ໃນວັນຈັນມື້ນີ້ ທີ 11 ມີນາ 2013.

ສະຫະລັດ ​ແລະ​ທະຫານ​ເກົາຫລີ​ໃຕ້ ​ໄດ້​ເລີ້ມ​ທໍາ​ການ​ຊ້ອມ​ລົບ
ປະ​ຈໍາປີ ທີ່​ມີ​ຫົວ​ຂໍ້​ວ່າ “ຄວາມ​ຕັ້ງ​ໃຈ​ທີ່​ສໍາຄັນ” ​ເຖິງ​ແມ່ນ​ວ່າ ​
ເກົາຫລີ​ເໜືອໄດ້​ຂົ່ມຂູ່ ທີ່​ຈະຕອບໂຕ້​ ໂດຍການ​ລົບ​ລ້າງສັນຍາ
​ສະຫງົບ​ເສິກ​ຊົ່ວຄາວ ທີ່​ຍຸດຕິສົງຄາມ​ເກົາຫລີນັ້ນ.

ກຸງ​ພຽງຢາງ ຍັງ​ໄດ້​ຂົ່ມຂູ່​ ​ທີ່​ຈະ​ຍິງ​ນິວ​ເຄລຍໂຈມ​ຕີ​ ສະຫະລັດ ​
ເຖິງ​ແມ່ນ​ວ່າບັນດາ​ນັກ​ວິເຄາະ​ເຊື່ອ​ວ່າ ​ ປັດຈຸບັນ​ນີ້ເກົາຫລີເໜືອ
ຍັງ​ບໍ່​ມີຄວາ​ມສາມາດທີ່​ຈະ​ທໍາ​ການ​ໂຈມ​ຕີ​ດັ່ງກ່າວ​ໄດ້ ​ກໍ​ຕາມ.

​ໃນ​ການ​ຕອບ​ໂຕ້ໂດຍ​ທັນທີ ຕໍ່​ການ​ເລີ້ມ​ຊ້ອມ​ລົບໃນ​ວັນ​ຈັນ​ມື້​ນີ້
ເກົາ​ຫລີ​ເໜືອ ​ໄດ້ປະຕິບັດ​ຕາມ​ຄໍາຂູ່ອີກ​ອັນນຶ່ງ ທີ່ວ່າ​ຈະ​ຕັດ
ໂທລະສັບ​ສາຍ​ດ່ວນ ລະ​ຫວ່າງ ກຸງ​ພຽງຢາງ ​ແລະ​ກຸງໂຊ​ລນັ້ນ.
ການ​ທົດ​ລອງຕິດ​ຕໍ່ ​ໃຊ້​ສາຍ​ດ່ວນ​ດັ່ງກ່າວ​ສອງ​ຄັ້ງ​ຈາກ​ກຸງ​ໂຊ​ລ ​
ໃນ​ວັນ​ຈັນ​ມື້​ນີ້ ບໍ່​ໄດ້​ຮັບ​ຄໍາ​ຕອບ​ໃດໆ.

ການ​ຊ້ອມ​ລົບ​ປີ​ນີ້ ທີ່ຈະ​ສີ້​ນສຸດ​ລົງ​ໃນ​ວັນ​ທີ 21 ​ເດືອນ​ມີນາ ​ແມ່ນ​ຕິດຕາມ​ມາ ​ຫລັງ​ຈາກ​ເກົາຫລີ​ເໜືອ ທໍາ​ການ​ທົດ​ລອງ​ນີວ​ເຄລຍຄັ້ງ​ທີ່​ສາມ ໃນ​ເດືອນ​ແລ້ວ​ນີ້ ທີ່ສົ່ງ​ຜົນໃຫ້ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ຮັບຜ່ານ​ມະຕິ​ອີກ​ສະບັບ​ນຶ່ງ​ ​ລົງ​ໂທດ​ໜັກ​ຂື້ນ​ກ່ວາເກົ່າ​ຕໍ່ເກົາຫລີ​ເໜືອ.

ຄໍາຂູ່​ຈາກ​ເກົາຫລີ​ເໜືອ ​ໃນ​ລະຫວ່າງ​ການ​ຮ່ວມ​ຊ້ອມ​ລົບ​ກັນ ​ລະຫວ່າງ​ສະຫະລັດ​ກັບ​
ເກົາຫລີ​ໃຕ້ນັ້ນ ບໍ່ແມ່ນ​ເລື້ອງ​ໃໝ່ ​ແຕ່​ວ່າ ບັນດາ​ນັກວິ​ເຄາະ ​ມີ​ຄວາມ​ຢ້ານກົວ​ວ່າ ຖ້າຫາກ
​ເກີດອຸປະຕິ​ເຫດ​ໃດ​ນຶ່ງຂຶ້ນ​ມາ ມັນອາດ​ເຮັດ​ໃຫ້​ມີ​ການ​ປະ​ເຊີນ​ໜ້າ ທີ່​ສາມາດທະວີຂື້ນ
ໄປ​ສູ່​ການ​ຂັດ​ແຍ້​ງທີ່​ຮ້າຍ​ແຮງ. ໂດຍ​ທົ່ວ​ໄປ​ແລ້ວ ກຸງພຽງ​ຢາງຈະກ່າວ​ວ່າ ການຊ້ອມລົບ
ແມ່ນການ​ເຝິກ​ແອບ ເພື່ອບຸກ​ລຸກເກົາຫລີ​ເໜືອ.

​ຕາມ​ປົກກະຕິ​ແລ້ວ ​ເກົາຫລີ​ໃຕ້ຈະບໍ່​ມີ​ປະຕິກິ​ລິ​ຍາ​ ຕອບ​ໂຕ້​ຕໍ່​ຄໍາ​ຂູ່​ຈາກພຽງ​ຢາງ.
ແຕ່​ວ່າ ຫວ່າງ​ມໍ່ໆ​ມາ​ນີ້ ກຸງ​ໂຊ​ລ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນ​ຍາ ທີ່​ຈະຕອບ​ໂຕ້ ຕໍ່​ການ​ກໍ່ກວນໃດໆ
ຈາກ​ເກົາຫລີ​ເໜືອ.

ການຊ້ອມລົບລະຫວ່າງ ສະຫະລັດກັບເກົາຫລີໃຕ້