ບັນດາເຈົ້າໜ້າທີ່ອັຟການິສຖານກ່າວໃນວັນພະຫັດວານນີ້ວ່າ ພົນລະເຮືອນຢ່າງ ໜ້ອຍ 30 ຄົນ ຮວມທັງພວກເດັກນ້ອຍຫລາຍຄົນ ຢູ່ໃນບັນດາຜູ້ເສຍຊີວິດຈາກການປະທະກັນ ໃນຕອນເຊົ້າມືດລະຫວ່າງ ກຳລັງລັດຖະບານທີ່ໜູນຫລັງໂດຍສະຫະລັດແລະພວກທາລິບານ ທີ່ແຂວງ Kunduz ໃນພາກເໜືອຂອງປະເທດ.
ກອງທັບສະຫະລັດຍັງໄດ້ຢືນຢັນວ່າ ທະຫານຂອງຕົນສອງຄົນກໍໄດ້ເສຍຊີວິດ ຢູ່ໃນການສູ້ລົບ ໃນຂະນະທີ່ອີກສອງຄົນ ໄດ້ຮັບບາດເຈັບ.
ການສູ້ລົບທີ່ຮ້າຍແຮງ ຢູ່ໃນເຂດຊານເມືອງຂອງເມືອງຫລວງແຂວງດັ່ງກ່າວໄດ້ເກີດຂຶ້ນຫລັງຈາກກຳລັງອັຟການິສຖານ ຊຶ່ງໄດ້ຮັບການຊ່ວຍເຫລືອຈາກຄູ່ຮ່ວມງານອາເມຣິກັນ ໄດ້ບຸກເຂົ້າໄປໃນຄຸ້ມບ້ານຂອງພວກກະບົດ.
ໜ່ວຍພະຍາບານທະຫານສະຫະລັດ ຫາມທະຫານທີ່ໄດ້ຮັບບາດເຈັບ ທີ່ແຂວງ Helmand ອົຟການິສຖານ.
ຖະແຫຼງການຂອງສະຫະລັດກ່າວວ່າ “ບັນດາສະມາຊິກທະຫານຂອງຕົນໄດ້ຖືກຍິງ ໃນ ລະຫວ່າງການເຝິກແອບ ແນະນຳ ແລະຊ່ວຍຄູ່ຮ່ວມງານອັຟການິສຖານ ເພື່ອກວດລ້າງທີ່ຕັ້ງຂອງພວກທາລິບານ ແລະລົບກວນການປະຕິບັດງານຂອງກຸ່ມດັ່ງກ່າວຢູ່ໃນເຂດເມືອງ Kunduz.”
ໂຄສົກປະຈຳແຂວງທ່ານ Mehmood Danish ກ່າວວ່າ ສະມາຊິກສີ່ຄົນຂອງໜ່ວຍກ້າຕາຍອັຟການິສຖານກໍເສຍຊີວິດ ແຕ່ວ່າ “ບໍ່ເປັນຈັ່ງໂຊກການສູ້ລົບຍັງໄດ້ເຮັດໃຫ້ພົນລະເຮືອນຢ່າງໜ້ອຍ 30 ຄົນເສຍຊີວິດ ຮວມທັງພວກແມ່ຍິງ ແລະເດັກນ້ອຍ. ທ່ານກ່າວເພີ້ມ ວ່າ ອີກຫລາຍໆຄົນໄດ້ຮັບບາດເຈັບ. ທ່ານໄດ້ອ້າງວ່າ ການປະຕິບັດງານຮ່ວມດັ່ງກ່າວ ຍັງໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ພວກກະບົດທາລິບານ ໂດຍໄດ້ສັງຫານພວກເຂົາ 26 ຄົນ.
ທະຫານອັຟການິສຖານ (ຊ້າຍ) ຮ້ອງໃສ່ ພວກນັກລົບທາລິບານ.
ກ່ອນໜ້ານັ້ນ ປະຊາຊົນໄດ້ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງໃນເມືອງ Kunduz ເພື່ອປະທ້ວງການສັງຫານພົນລະເຮືອນ ໂດຍພາກັນຫາມສົບພວກຄົນຕາຍ ປະມານ 20 ຄົນ ຮວມທັງເດັກນ້ອຍ.“
ແຂວງ Kunduz ປະເທດ Afghanistan
ອົງການນິລະໂທດກຳສາກົນ ໄດ້ຮຽກຮ້ອງທຳການສືບສວນໂດຍທັນທີ ຢ່າງລະອຽດ ແລະບໍ່ເຂົ້າຂ້າງອອກຂາ ກ່ຽວກັບການໂຈມຕີທາງອາກາດ ທີ່ມີການ ຖິ້ມໂທດໃສ່ວ່າເປັນເຫດໃຫ້ພົນລະເຮືອນເສຍຊີວິດນັ້ນ.