ທະຫານສະຫະລັດ 6 ຄົນ ແລະຜູ້ຊາຍອີກສອງຄົນ ໄດ້ຖືກຟ້ອງຮ້ອງ ໃນວັນພະຫັດວານນີ້ ໃນຂໍ້ຫາລັກຂະໂມຍ ແລະຂາຍອຸບປະກອນທີ່ສຳຄັນຂອງກອງທັບ ໃຫ້ແກ່ບັນດາຜູ້ຊື້ທີ່ເປັນຊາວຕ່າງປະເທດ ຮວມທັງພວກທີ່ຢູ່ໃນປະເທດຈີນ ຣັດເຊຍ ແລະຢູເຄຣນ.
ພວກທະຫານທີ່ປະຈຳການຢູ່ຄ້າຍ Fort Campbell ທີ່ຕັ້ງຢູ່ເລາະລຽບຊາຍແດນລັດ Tennessee ແລະ Kentucky. ຄະນະຕຸລາການທີ່ເມືອງ Nashville ລັດ Tennessee ໄດ້ຟ້ອງຮ້ອງຈຳເລີຍແປດຄົນ.
ອຸບປະກອນທີ່ຖືກລັກຂະໂມຍໄປ ແມ່ນຮວມທັງ ກ້ອງສ່ອງຍິງປືນ ເຄື່ອງອາໄຫລ່ຂອງປືນກົນ ເຄື່ອງນຸ່ງປ້ອງກັນລູກປືນ ແລະເຄື່ອງຍິງລູກລະເບີດ.
ສຳນວນຟ້ອງກ່າວວ່າ ທະຫານຫົກຄົນໄດ້ຖືກກ່າວຫາຂະໂມຍອຸບປະກອນ ແລະໄດ້ສົ່ງຕໍ່ໃຫ້ແກ່ພົນລະເຮືອນສອງຄົນ ທີ່ຖືກກ່າວຫາວ່າ ໄດ້ນຳໄປຂາຍຜ່ານທາງ eBay ແລະເວັບໄຊການປະມູນທາງອິນເຕີແນັດ.
ບັນດາລູກຄ້າແມ່ນຮວມທັງຜູ້ຊື້ິຢູ່ໃນຕ່າງປະເທດ ຮວມທັງຈີນ ຣັດເຊຍ ມາເລເຊຍ ກາຊັກສະຖານ ແລະເມັກຊິໂກ.
ທະນາຍຄວາມຂອງສະຫະລັດ ທ່ານ David Rivera ກ່າວວ່າ ການກ່າວຫານີ້ “ຈະບໍ່ມີທາງທີ່ຈະສ້າງຮອຍດ່າງໃຫ້ແກ່ກຽດຕິຍົດຂອງພວກຜູ້ຊາຍແລະແມ່ຍິງທີ່ ກ້າຫານ ທີ່ໄດ້ຮັບໃຊ້ຢູ່ໃນກອງທັບປະເທດຊາດຂອງພວກເຮົາດ້ວຍຄວາມພາກ ພູມໃຈແລະເສຍສະຫຼະທຸກສິ່ງທຸກຢ່າງເພື່ອປ້ອງກັນອິດສະລະພາບຂອງອາເມຣິກາ.”
Six U.S. soldiers and two other men were indicted Thursday on charges of stealing and selling sensitive military equipment to foreign buyers including those from China, Russia and Ukraine.
The soldiers are stationed at Fort Campbell, which straddles the Tennessee-Kentucky border. A federal grand jury in Nashville, Tennessee, indicted the eight defendants.
The stolen equipment includes sniper telescopes, machine gun parts, body armor and grenade-launcher sights.
The indictment accuses the six soldiers of stealing the equipment and passing it to the two civilians who allegedly resold it on eBay, an internet auction site.
Among the customers were buyers in a number of foreign countries, including China, Russia, Malaysia, Kazakhstan and Mexico.
David Rivera, U.S. attorney for the Middle District of Tennessee, said the allegations “should in no way stain the honor of the brave men and women who proudly serve in our country’s armed forces and selflessly give everything to protect America’s freedom.”