ສະຫະລັດ ກໍາລັງເຕືອນ ອີຣ່ານ ກ່ຽວກັບ “ການເພີ້ມຂຶ້ນຂອງການກະທໍາທີ່ບໍ່ຮູ້ສຶກອາຍ” ຂອງ ອີຣ່ານ, ໂດຍກ່າວຫາລັດຖະບານເຕຫະຣ່ານ ກ່ຽວກັບການໃຊ້ເຄືອຂ່າຍໂຕແທນ ແລະຜູ້ລັກເຈາະຂໍ້ມູນ ທີ່ກໍາລັງຂະຫຍາຍໂຕເພີ້ມຂຶ້ນ ເພື່ອແນເປົ້າໝາຍໃສ່ທັງປະເທດອາເມຣິກາ ແລະຄົນອາເມຣິກັນ, ຫຼືແມ່ນແຕ່ຢູ່ໃນດິນຂອງສະຫະລັດ.
ຈາກການປະເມີນຜົນ ກ່ອນໜ້ານີ້ພົບວ່າ ປະຊາຄົມສືບລັບສະຫະລັດແລະກອງ ທັບສະຫະລັດ ໄດ້ມີການປະນາມອີຣ່ານຢ່າງຕໍ່ເນື່ອງກ່ຽວກັບການໃຫ້ຄວາມສະໜັບສະໜຸນລັດທິກໍ່ການຮ້າຍ, ແລະໃນສິ່ງທີ່ພວກເຂົາເຈົ້າໄດ້ອະທິບາຍວ່າເປັນການກະທໍາຕ່າງໆໃນລັກສະນະທີ່ປອງຮ້າຍ ຢູ່ໃນຂົງເຂດພາກຕາເວັນອອກກາງ ແລະບ່ອນອື່ນໆ. ມີພຽງຄໍາເຕືອນຫຼ້າສຸດຈາກກະຊວງຍຸຕິທໍາຂອງສະຫະລັດເທົ່ານັ້ນທີ່ຊີ້ບອກວ່າ ການຄຸກຄາມໄດ້ປ່ຽນແປງໄປໃນຊ່ວງບໍ່ເທົ່າໃດເດືອນມານີ້.
“ນີ້ແມ່ນໄພຄຸກຄາມທີ່ຄ່ອຍໆມີການປ່ຽນແປງ ແລະເພີ້ມຂຶ້ນ,” ຮອງລັດຖະມົນ
ຕີຍຸຕິທຳ ທ່ານນາງລິຊາ ໂມນາໂກ (Lisa Monaco), ກ່າວຜ່ານທາງອອນລາຍຢູ່ໃນກອງປະຊຸມສຸດຍອດ ຢູ່ທີ່ນະຄອນນິວຢອກ ໃນມື້ວັນພຸດວານນີ້ ໂດຍອະທິບາຍວ່າ ມັນເປັນລັກສະນະ “ການເພີ້ມຂຶ້ນທີ່ຊັບຊ້ອນ ແລະມີຫຼາຍຂອບເຂດ” ພ້ອມນັ້ນ “ຄວາມໜ້າດ້ານກໍເພີ້ມຂຶ້ນ” ເຊັ່ນກັນ.
ປະທານາທິບໍດີຂອງ ອີຣ່ານ ທ່ານອິບຣາຮິມ ຣາຍຊີ, ຍົກຮູບພາບຂອງນາຍພົນຊາວອີຣ່ານທີ່ຖືກສັງຫານ ທ່ານກາສເຊມ ໂຊລາຍມານີ (Qassem Soleimani), ໃນລະຫວ່າງການກ່າວຄໍາປາໄສຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77, ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນນິວຢອກ, ວັນທີ 21 ກັນຍາ 2022.
“ສິ່ງທີ່ກັງວົນທີ່ສຸດກໍຄື ໄພຄຸກຄາມທີ່ໄດ້ເກີດຂຶ້ນກັບບ້ານເກີດເມືອງນອນ ແລະຄວາມພະຍາຍາມໃນການພັດທະນາ ການນໍາໃຊ້ເຄືອຂ່າຍ ແລະໂຕແທນ” ທ່ານນາງກ່າວ, ພ້ອມທັງລະບຸເພີ້ມເຕີມວ່າ ຄວາມພະຍາຍາມໃນການວາງເປົ້າໝາຍໃສ່ປະຊາຊົນຊາວອາເມຣິກັນ ຢູ່ເທິງແຜ່ນດິນຂອງສະຫະລັດ ແມ່ນເປັນລັກສະນະຂອງ “ການປ່ຽນແປງຢ່າງໃຫຍ່ຫຼວງ.”
ໂດຍສະເພາະແລ້ວ, ທ່ານນາງ ໂມນາໂກ ໄດ້ກ່າວເຖິງສອງແຜນການທີ່ໄດ້ຕໍ່ຕ້ານສ່ວນບຸກຄົນຂອງສະຫະລັດໃນເດືອນສິງຫາທີ່ຜ່ານມາ, ຜູ້ທີນຶ່ງແມ່ນມຸ້ງເປົ້າໃສ່ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ໂບລຕັນ (John Bolton), ແລະອີກຄົນນຶ່ງກໍຄື ຜູ້ຈັດລາຍການໂທລະພາບຂອງ VOA ພະແນກພາສາເປີເຊຍ ທ່ານມາຊິນ ອລາຍຈາດ (Masih Alinejad).
ທ່ານ ອລາຍຈາດ ຍັງຕົກເປັນເປົ້າໝາຍ ໃນແຜນການລັກພາໂຕ ເມື່ອເດືອນກໍລະກົດປີ 2021, ເຊິ່ງໄດ້ນໍາໄປສູ່ການຟ້ອງຮ້ອງກ່ຽວກັບການປະຕິບັດງານຂອງໜ່ວຍສືບລັບຊາວອີຣ່ານ 4 ຄົນຢູ່ໃນສະຫະລັດ.
ທ່ານນາງໂມນາໂກ ກ່າວວ່າ “ແຜນການຕໍ່ຕ້ານ ຫຼືຂົ່ມຂູ່ປະຊາຊົນຊາວອາເມຣິກັນ ຄວນຍຸຕິ, ມັນເປັນສິ່ງທີ່ຍອມຮັບບໍ່ໄດ້,” ໂດຍເນັ້ນຢໍ້າວ່າ “ເປັນຜົນຕາມມາທີ່ຮ້າຍແຮງທີ່ສຸດ.”