ສະຫະລັດ ເຊັນສັນຍາ ເຊົ່າຖານທັບ ລະຍະຍາວ ໃນ ຈີບູຕີ (ວີດີໂອ)

A Naga sadhu, or naked Hindu holy man, pauses inside a tent during Kumbh Mela, or Pitcher festival, at Trimbakeshwar, India.

ສະຫລັດ ​ແລະຈີ​ບູຕີ ​ໄດ້​ລົງ​ນາມ ​ເຊົ່າຖານ​ທັບ ສະຫະລັດ
ແຫ່ງ​ໃໝ່ເປັນເວລາ​ 10 ປີ ​ໃນ​ຈີບູຕີຊຶ່ງຕັ້ງຢູ່ໃນເຂດແຫຼມ
Horn ​ຂອງ​ອາ​ຟຣິກາ ຊຶ່ງທຳນຽບຂາວກ່າວວ່າ ເປັນສ່ວນ
ນຶ່ງທີ່ມີຄວາມ​ສຳຄັນ​ ​ໃນ​ການ​ຕໍ່ຕ້ານພວກ​ກໍ່​ການ​ຮ້າຍ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ປະ
​ກາດ​ກ່ຽວກັບການ ຕົກລົງດັ່ງກ່າວ ໃນ​ວັນ​ຈັນ​ວານ​ນີ້ ທີ່ທຳ
ນຽບຂາວ ​ໃນ​ການ​ພົບ​ປະ​ກັບປະທານາ ທິບໍດີຈີ​ບູຕີ ທ່ານ
Omar Guelleh.

ທ່ານ Obama ຮ້ອງຖານທັບແຫ່ງນີ້ວ່າ ມີຄວາມສຳຄັນເປັນ
ພິເສດ ສຳລັບບົດ ບາດຂອງສະຫະລັດ ໃນເຂດແຫລມ Horn ຂອງອາຟຣິກາ. ທ່ານ
ກ່າວວ່າ ທ່ານຂໍສະແດງຄວາມຊາບຊຶ້ງເປັນຢ່າງຍິງ ຕໍ່ປະທານາທິບໍດີ Guelleh ທີ່ໄດ້
ຕົກລົງໃຫ້ເຊົ່າລະຍະຍາວ.

ທ່ານ Guelleh ກໍໄດ້ຂອບໃຈ ທ່ານ Obama ໃນອັນທີ່ທ່ານ​ຮ້ອງ​ວ່າ ວິໄສທັດ ໃນການ​ ພັດທະນາ​ອາຟຣິກາຮວມ​ທັງໃນດ້ານຮັກສາສຸຂະພາບ ການສຶກສາ ແລະ ຄວາມ
ປອດໄພ ດ້ານອາຫານໃນຈີບູຕີນຳດ້ວຍ.

ແຕ່ປະທານາທິບໍດີ Obama ກ່າວວ່າ ການຄ້າມະນຸດໃນຈີບູຕີ ຍັງຄົງເປັນບັນ ຫາທີ່
ສ້າງຄວາມເປັນຫ່ວງ. ທ່ານກ່າວວ່າ ສະຫະລັດ ຈະຫາລືກັບຈີບູຕີກ່ຽວກັບ ເລື່ອງສິດ
ທິມະນຸດ. ລາຍງານຂອງອົງການ Freedom House ໄດ້ຈັດຈີບູຕີ ວ່າ ເປັນປະເທດ
ທີ່ “ບໍ່ມີເສລີພາບ.”

Your browser doesn’t support HTML5

CN-US Expands Presence in Djibouti, Strategically Placed