ການຢຸດ ປະຕິບັດງານ ຂອງລັດຖະບານ ສຫລ ຍ່າງເຂົ້າ ມື້ທີສາມ (ວີດີໂອ)

ຜູ້ນຳສຽງສ່ວນຫຼາຍໃນສະພາຕໍ່າ ທ່ານ Eric Cantor (ຊ້າຍ) ແລະ ທ່ານ John Boehner ປະທານສະພາຕໍ່າ ສະຫະຣັດ

ການຢຸດການປະຕິບັດງານເປັນບາງສ່ວນຂອງລັດຖະບານສະ
ຫະຣັດໄດ້ຍ່າງເຂົ້າເປັນມື້ທີສາມແລ້ວໃນວັນພະຫັດມື້ນີ້ ໂດຍ
ຍັງມອງບໍ່ເຫັນວ່າ ຈະຍຸຕິສະພາບການທີ່ບໍ່ໄປບໍ່ມານັ້ນໄດ້.

ບັນດາຜູ້ນຳລັດຖະສະພາສະຫະຣັດໄດ້ພົບປະກັນເປັນເວລາ
ປະມານນຶ່ງຊົ່ວໂມງ ໃນວັນພຸດວານນີ້ ກັບປະທານາທິບໍດີບາ
ຣັກ ໂອບາມາ ແຕ່ຫຼັງຈາກໂຜ່ໂຕອອກມາ ຈາກການພົບປະ
ກັນຢ່າງລັບໆ ໂດຍບໍ່ບັນລຸຄວາມຄືບໜ້າໃດໆກ່ຽວກັບຮ່າງ
ງົບປະມານທີ່ຕົກຢູ່ໃນສະພາບໍ່ໄປບໍ່ມາທີ່ເປັນສາເຫດທີ່ພາ ໃຫ້ລັດຖະບານຢຸດການປະຕິບັດງານຂອງຕົນລົງນັ້ນ.

ທ່ານ John Boehner ປະທານສະພາຕ່ຳກ່າວວ່າ ປະທານາທິບໍດີໂອບາມາ ບອກທ່ານ
ວ່າ ທ່ານຈະບໍ່ທຳການເຈລະຈາໃດໆກ່ຽວກັບຂໍ້ຕົກລົງເພື່ອໄຂການປະຕິບັດງານຂອງລັດ ຖະບານຄືນນັ້ນ. ທ່ານ Boehner ທີ່ສັງກັດພັກ Republican ກ່າວວ່າທ່ານໄດ້ບອກປະ
ທານາທິບໍດີໂອບາມາວ່າ ທ່ານຢາກໃຫ້ມີການໂອ້ລົມສົນທະນາກັນໃນອັນທີ່ທ່ານເອີ້ນວ່າ ຄວາມເປັນທຳກ່ຽວກັບໂຄງການຮັກສາສຸຂະພາບທີ່ບັນຈຸລາຍເຊັນຂອງປະທານາທິບໍດີ
ໂອບາມາ ອັນທີ່ເອີ້ນວ່າ Affordable Care Act ນັ້ນ.

Your browser doesn’t support HTML5

Obama Warns Budget Crisis Could Lead to Default



ພວກສະມາຊິກພັກ Republican ຢາກເອົາເລື້ອງການຜ່ານງົບປະມານຂອງລັດຖະ
ບານ ມາເປັນເງື່ອນໄຂໃຫ້ການຈັດຕັ້ງປະຕິບັດຫຼືບໍ່ໃຫ້ເງິນສະໜັບສະໜຸນໂຄງການ
ຮັກສາສຸຂະພາບນັ້ນ.

ທ່ານ Harry Reid ຜູ້ນໍາສຽງສ່ວນຫຼາຍຂອງພັກເດໂມກຣັດໃນສະພາສູງສະຫະຣັດ
ກ່າວວ່າ ພວກສະມາຊິກພັກເດໂມກຣັດດີໃຈທີ່ຈະທຳການໂອ້ລົມສົນທະນາກັບກັບ
ພວກສະມາຊິກພັກ Republican ກ່ຽວກັບທຸກສິ່ງທຸກຢ່າງທີ່ພວກເຂົາເຈົ້າຢາກ
ໂອ້ລົມກັນ ກໍຕໍ່ເມື່ອເວລາໃດມີການຮັບຜ່ານຮ່າງງົບປະມານວ່າດ້ວຍການໃຊ້ຈ່າຍ
ແລະຍຸຕິການຢຸດການປະຕິບັດງານຂອງລັດຖະບານແລ້ວເທົ່ານັ້ນ.

ທຳນຽບຂາວເອີ້ນການພົບປະກັນໃນວັນພຸດວານນີ້ວ່າ ເປັນປະໂຫຍດ ແລະກ່າວ
ຕໍ່ໄປວ່າ ປະທານາທິບໍດີດີໃຈທີ່ມີການພົບປະກັນເກີດຂຶ້ນນັ້ນ.

ແຕ່ກ່ອນການໂອ້ລົມສົນທະນາກັນ ນັ້ນ ທ່ານໂອບາມາກ່າວຕໍ່ຕາໜາງໂທລະພາບ
CNBC ວ່າ ທ່ານໄດ້ຫວນກັບເພື່ອດຳເນີນງານກັບພວກສະມາຊິກພັກRepubli
can ນັ້ນແລະທ່ານເວົ້າຕໍ່ໄປວ່າ ທ່ານມີຄວາມເຈັບໃຈ ໂດຍເອີ້ນການຢຸດການປະ
ຕິບັດງານຂອງລັດຖະບານລົງທັງໝົດລົງນັ້ນ ແມ່ນບໍ່ຈຳເປັນ.

Your browser doesn’t support HTML5

Obama Meeting With Congressional Leaders Fails to Resolve Shutdown