ນາງ Chelsea Manning ທີ່​ມອບ ​ເອກ​ກະສາ​ນລັບ ໃຫ້ WikiLeaks ຈະຖືກປ່ອຍໂຕ

ພາບຖ່າຍນີ້ ບໍ່ໄດ້ລະບຸວັນເວລາ ສະໜອງໂດຍ ກອງທັບບົກ ສະຫະລັດ, ສິບຕຣີປະຈຳການ Chelsea Manning ຕັ້ງທ່າຖ່າຍຮູບ ໃນຂະນະທີ່ໃສ່ຜົມປອມ ແລະ ທາປາກ.

ນາງ Chelsea Manning ທະຫານ​ກອງທັບ​ບົກ​ສະຫະລັດ ທີ່​ມອບ​ເອກ​ກະສາ​ນ
ລັບທາງທະຫານ ​ແລະ​ ການ​ທູດ ຫລາຍ​ຮ້ອຍ​ພັນ​ໜ້າ ​ໃຫ້​ແກ່​ກຸ່ມ WikiLeaks ​ໃນ
​ປີ 2010 ນັ້ນ ມີ​ກຳນົດ​ຈະ​ຖືກ​ປ່ອຍ​ອອກ​ຈາກ​ຄຸກ ​ໃນ​ວັນ​ພຸດ​ມື້ນີ້ ​ຫລັງ​ຈາກ​ໄດ້​ຮັບ
​ໃຊ້​ໂທດ​ເປັນ​ເວລາ 7 ປີ​ຂອງ​ຈຳນວນ​ທັງ​ໝົດ ​35 ປີ​ຢູ່​ທີ່​ນັ້ນ.

ພວກ​ທະນາຍຄວາມ​ຂອງ​ນາງ ​ແລະ ​ກອງທັບ​ບົກ​ສະຫະລັດບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ ກ່ຽວ​ກັບ
​ເວລາ​ທີ່​ແນ່ນອນ ​ໃນ​ການ​ປ່ອຍ​ນາງ​ ຈາກ​ຄຸກ​ລັດຖະບານ​ກາງ​ທີ່​ລັດ​ແຄນ​ຊັສຍ້ອນ​ມີ
​ຄວາມ​ເປັນ​ຫ່ວງ ໃນ​ເລື່ອງ​ຄວາມ​ປອດ​ໄພ. ​ແຕ່​ທະນາຍຄວາມ​ຂອງ​ນາງ Manning
ກ່າວ​ວ່າ ນາງ​ມີ​ແຜນການ​ທີ່​ຈະ​ເດີນທາງ​ໄປ​ລັດ Maryland ຫລັງ​ຈາກ​ຖືກ​ປ່ອຍ​ໂຕ
​ແລ້ວ.

​ເອກ​ກະສາ​ນທີ່​ນາງ​ໄດ້​ເປີດ​ເຜີຍ​ ແມ່ນ​ຮວມທັງ​ລາຍ​ງານ​ຈາກ​ສະໜາມ​ລົບ​ ໃນ​ສົງ
ຄາມ​ຢູ່​ອີຣັກ​ແລະ​ອັຟກາ​ນິສຖານ ຕະຫລອດ​ທັງ ​ໂທລະ​ເລກ​ຂອງ​ ກະຊວງ​ການຕ່າງ
ປະພ​ເທດແລະ​ໄດ້​ເຮັດ​ໃຫ້​ກຸ່ມ WikiLeaks ກາຍ​ເປັນ​ກຸ່ມ​ທີ່​ມີ​ຄວາມ​ສຳຄັນ ລະດັບ
​ສາກົນ. ພວກ​ຕ້ອງ​ຕິ​ກ່າວ​ວ່າ ການ​ເປີດ​ເຜີຍ​ດັ່ງກ່າວ​ແມ່ນ​ເຮັດ​ໃຫ້​ຄວາມລັບ​ສຸດ
​ຍອດ​ຂອງ​ປະ​ເທດ​ຮົ່ວ​ໄຫລ ​ແລະ ​ພວກ​ທີ່​ມີ​ລາຍ​ຊື່​ຢູ່​ໃນ​ເອກ​ກະສາ​ນ ​ເຊັ່ນພວກ​ທີ່
​ ຊ່ວຍທະຫານ​ສະຫະລັດ​ ໃນ​ຕ່າງປະ​ເທດ​ຕົກ​ຢູ່​ໃນ​ອັນຕະລາຍ.

ນາງ Manning ກ່າວ​ວ່າ ​ນາງ​ໄດ້​ເຮັດ​ໄປ “​ຍ້ອນ​ເປັນ​ຫ່ວງ​ປະ​ເທດ​ຂອງ​ຂ້ອຍ”
ພົນລະ​ເຮືອນ​ທີ່​ບໍ່​ມີ​ຄວາມ​ຜິດ​ໄດ້​ເສຍ​ຊີວິດ​ຢູ່​ໃນ​ສົງຄາມ​ແລະ​ເພື່​ອສະໜັບ
ສະໜຸນ “ຄວາມ​ໂປ່​ງ​ໃສ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ສາທາລະນະ.”

ນາງ​ໄດ້​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ຢ່າງ​ເຕັມທີ່ໃນ​ການ​ເປີດ​ເຜີຍ​ເອກ​ກະສາ​ນ​ເຫຼົ່າ
ນີ້ ​ແຕ່​ຄັດຄ້ານ​ຕໍ່​ການ​ຖືກ​ຄຸມ​ຂັງ​ເປັນ​ເວລາ​ຍາວ​ນານຊຶ່ງ​ດົນ​ກວ່າ​ບຸກຄົນ​ໃດໆ​ທັງ
ທີ່​ໄດ້​ເປີດ​ເຜີຍ​ເອກ​ກະສາ​ນລັບ​ແບບ​ນີ້.

Your browser doesn’t support HTML5

US Chelsea Manning

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ