ບັນດາ ສະມາຊິກ ສະພາສູງ ສະຫະລັດ ຮຽກຮ້ອງ ໃຫ້ຕໍ່ຕ້ານ ການໂຄສະນາ ຊວນເຊື່ອ ຂອງຣັດເຊຍ ແລະຈີນ

Your browser doesn’t support HTML5

ບັນດາ​ສະມາຊິກ​ສະພາ​ສູງ ສະຫະລັດ ທ່ານ Rob Portman
ສັງກັດ​ພັກ​ຣີພັບ​ບລິ​ກັນຈາກ​ລັດ Ohio ​ແລະ ທ່ານ Chris Mur-
phy ສັງກັດ​ພັກ​ເດ​ໂມ​ແຄຣັດ ຈາກ​ລັດ New York ​ໄດ້​ສະ​ເໜີ​
ຮ່າງ​ກົດໝາຍສະບັບ​ນຶ່ງ ​ທີ່​ແນໃສ່​ ເພື່ອ​ຕໍ່​ຕ້ານ ການໂຄສະນາ
​ຊວນເຊື່ອຂອງ ຣັດ​ເຊຍ ຈີນ ​ແລະປະ​ເທດ​ອຶ່ນໆ.

​ອີງ​ຕາມບັນດາ​ຜູ້​ນຳ​ສະ​ເໜີ​ແລ້ວ ຮ່າງ​ກົດໝາຍ ທີ່​ຮ້ອງ​ວ່າ “ການ
​ຕໍ່ຕ້ານ​ການໂຄສະນາ​ຊວນ​ເຊື່ອ ​ແລະ​ໃຫ້​ຂໍ້​ມູນ​ທີ່​ຜິດພາດ” ແມ່ນ
ແນ​ໃສ່ເພື່ອ​ປັບປຸງ​ຄວາ​ມສາມາດ​ຂອງສະຫະລັດ​ໃນ​ກາ​ນຕໍ່ຕ້ານ
ການໂຄສະນາ​ຊວນ​ເຊື່ອ ​ແລະໃຫ້​ຂໍ້​ມູນ​ທີ່​ຜິດພາດ ​ຂອງ​ຕ່າງປະ
​ເທດແລະ​ຊ່ວຍ​ບັນດາ​ປະຊາ​ຄົມ​ຢູ່​ໃນ​ປະ​ເທດ​ຕ່າງໆ ​ເພື່ອ​ປ້ອງ​ກັນບໍ່​ໃຫ້ເຂົາ​ເຈົ້າ​ຕົກ​ເປັນ​ເຄື່ອງມື​ສວຍ​ໃຊ້ຈາກ​ຕ່າງປະ​ເທດ.

ໃນການ​ຖະ​ແຫລ​ງ​ລະຫວ່າງ​ກອງ​ປະຊຸ​ມຂອງສະພາ Atlantic ຊຶ່ງ​ເປັນສະ​ຖາ​ບັນ​ຄົ້ນຄວ້າ
​ທີ່ມີ​ຫ້ອງການ​ຢູ່ນະຄອນຫລວງວໍຊິງຕັນ ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້ ທ່ານ Portman ກ່າວ​ວ່າ
ທ່​ານ​ເຊື່ອວ່າ​ ສະຫະລັດ ບໍ່​ໄດ້​ດຳ​ເນີນ​ການ​ຢ່າງ​ພຽງ ພໍ​ໃນ​ຄວາ​ມພະຍາຍາມ​ທີ່​ຈະຕໍ່ຕ້ານ
“​ການ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ” ໂດຍ​ການໂຄສະນາ​ຊວນ​ເຊື່ອ ຈາກຕ່າງປະ​ເທດ​ ແລະໃຫ້​ຂໍ້​
ມູນ​ທີ່​ບໍ່​ຖືກຕ້ອງ.

ທ່ານ Portman ກ່າວ​ວ່າ “​ໃນ​ຂະນະ​ທີ່​ການ​ສົນທະນາ​ຫາລື​ສ່ວນ​ໃຫຍ່​ຂອງ​ປ​ະຊາ​ຊົນ​ກ່ຽວ
ກັບ​ບັນ​ຫາ​ເຫລົ່າ​ນີ້ ​ແມ່ນ​ໄດ້ແນ​ໃສ່​ຄວາມ​ຕ້ອງການ​ຢ່າງ​ຮີບ​ດ່ວນໃນ​ການຕໍ່​ຕ້ານ​ພວກ​ຫົວ
​ຮຸນ​ແຮງຈັດ ​ແລະ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ ຂ້າ​ພະ​ເຈົ້າຄິດ​ວ່າ​ມັນ​ມີ​ຄວາມ​ສຳຄັນ​ເທົ່າ​ທຽມ​ກັນ​
ທີ່​ຈະແກ້​ໄຂການ​ດຳ​ເນີນ​ຄວາມພະຍາຍາມທີ່​ສະລັບ​ຊັບຊ້ອນກວ້າງຂວາງແລະໃນລະຍະ​
ຍາວ ໂດຍ​ປະ​ເທດຕ່າງໆ ​ທີ່​ເສກ​ສັນປັ້ນ​ແຕ່ງ ​ແລະ​ຄວບ​ຄຸມ​ຂໍ້​ມູນ ​ເພື່ອໃຫ້​ບັນລຸ​ເປົ້າ​ໝາຍ​
ປະ​ເທດ​ຂອງ​ເຂົາ​ເຈົ້າ ທີ່​ມັກ​ຈະ​ສ້າງ​ຄວາມ​ເສຍ​ຫາຍ ໃຫ້​ແກ່ພັນທະ​ມິດ​ສະຫະລັດ ຜົນ​ປະ​
ໂຫຍ​ດຂອງ​ພວກ​ເຮົາ ຄຸນຄ່າ​ຂອງ​ພວກ​ເຮົາ​. ບັນດາ​ປະ​ເທດ​ເຫລົ່ານີ້ ໄດ້​ໃຊ້​ເງິນ​ຢ່າງ​ຫຼວງ
ຫລາຍ ​ເພື່ອ​ສ້າງຄວາ​ມກ້າວໜ້າ ​ໃນ​ດ້ານ​ການ​ອອກ​ອາກາດ ​ແລະຄວາມ​ສາມາດ ດ້ານສື່​
ມວນ​ຊົນ​ໃນ​ລະບົບ digital ທີ່ແນໃສ່ການ​ໂຄສະນາໃຫ້​ທຶນສະ​ໜັບສະ​ໜຸນຕໍ່​ຂະ​ບວນການ
ເຄື່ອນ​ໄຫວ​ທາງການ​ເມຶ​ອງຕ່າງປະ​ເທດ ​ແລະ​ຄວາມ​ພະຍາຍາ​ມ​ອຶ່ນໆ​ເພື່ອສ້າງ​ອິດ​ທິພົນ​ຕໍ່
​ບັນດາຜູ້ຊົມ​ຜູ້​ຟັງທີ່​ສຳ​ຄັນ ​ແລະ​ປະຊາ​ກອນ.”

ອີງ​ຕາ​ມສະມາຊິກ​ພັກຣີພັບ​ບລິ​ກັນ ຈາກລັດ Ohio ລະດັບ​ການ​ໃຊ້​ຈ່າຍຂອງ ສຽງອາ​ເມ
ຣິກາ ​ແລະ​ວິທະຍຸ​ຢູ​ໂຣບ​ເສຣີ ວິທະຍຸ Liberty ທີ່​ໄດ້ຮັບ​ທຶນ​ມາ​ຈາ​ກ ລັດຖະສະພາ​ສະຫະ
ລັດນັ້ນ ແມ່ນ​ໜ້ອຍ​ຫລາຍ ​ເມື່ອ​ປຽບທຽບ​ໃສ່​ທີ່​ໂທລະພາບRT ຊຶ່ງ​ເປັນ​ໂທລະພາບ​ດາວ​
ທຽມ ທີ່​ວັງ Kremlin ​ໃຫ້​ທຶນ​ສະໜັບສະໜຸນ ແລະໂທລະພາບ​ CCTV ຂອງ​ລັດຖະບານ​
ຈີນ.