ສຫລ ສົ່ງເຈົ້າໜ້າທີ່ ໄປໄນຈີເຣຍ ເພື່ອຊ່ວຍປ່ອຍ ພວກນັກຮຽນ ທີ່ຖືກລັກພາໂຕ (ວີດີໂອ)

ພວກປະທ້ວງ ພາກັນສະໜັບສະໜູນ ເດັກນ້ອຍນັກຮຽນຍິງ ທີ່ຖືກລັກພາໂຕໄປ ໂດຍກຸ່ມຫົວຮຸນແຮງ Bodo Haram ຢູ່ຕໍ່ໜ້າສະຖານທູດໄນຈີີເຣຍ ທີ່ ນະຄອນຫລວງວໍຊິງຕັນ

ປະທານາທິບໍດີ ສະຫະລັດ ທ່ານ Barack Obama
ກ່າວ​ວ່າ ສະຫະລັດ ​ໄດ້​ສົ່ງ​ເຈົ້າໜ້າທີ່ຈຸນຶ່ງ​ໄປຍັງ​ໄນ​ຈີ
​ເຣຍ ຮວມ​ທັງ​ບັນດາຜູ້​ຊ່ຽວຊານດ້ານ​ສືບ​ລັບ ​ແລະ​ດ້ານ
ກົດໝາຍ ​ເພື່ອ​ຊ່ວຍ​ກູ້​ໄພ​ເດັກນ້ອຍ​ນັກຮຽນ​ຍິງ​ຫລາຍ​
ກວ່າ 200 ຄົນ​ທີ່​ຖືກ​ລັກພາ​ໂຕ​ໄປ​ ໂດຍພວກ​ຫົວ​ຮຸນ​
ແຮງ​ອິສລາມ.

​ໃນ​ການໃຫ້​ສຳພາດ​ກັບໂທລະພາບ AB​C ປະທານາ
ທິບໍດີ ກ່າວ​ວ່າ ນີ້​ອາດ​ຈະ​ເປັນ​ເຫດການ ​ທີ່ລະດົມກຳ
ລັງຂອງ​ໂລກ​ເພື່ອເຮັດ​ຢ່າງ​ໃດ​ຢ່າງ​ນຶ່ງຕໍ່ກຸ່ມ Boko
Haram.

ທ່ານ ​Obama ກ່າວ​ວ່າ “ຄວາມ​ຈິງ​ແລ້ວ ແມ່ນ​ສະພາບການ ທີ່​ໜ້າ​ສະຫຼົດໃຈແລະ​
ສະພາບ​ການ​ທີ່​ຮ້າຍ​ແຮງ. ພວກ​ທ່ານມີອົງການກໍ່ການຮ້າຍ​ນຶ່ງ ທີ່​ຮ້າຍ​ແຮງ​ສຸດ
ຢູ່ໃນຂົງເຂດ ຫລືໃນ​ທ້ອງ​ຖິ່ນ ໃນກຸ່ມ​ Boko Haram ຢູ່​ໃນໄນ​ຈີ​ເຣຍ. ພວກເຂົາ​
ໄດ້​ສັງຫານຜູ້ຄົນ​ຢ່າງ​ບໍ່ມີ​ຄວາມປານີ ມາ​ໄດ້​ຫລາຍ​ປີ​ແລ້ວ ​ແລະ​ພວກ​ເຮົາ​ກຳລັງ
ຊອກ​ຫາ​ຊ່ອງທາງ ເພື່ອໃຫ້ມີການ​ປະສານ​ງານ​ເພີ້ມຂຶ້ນ ກັບ​ໄນ​ຈີ​ເຣຍ.”

Your browser doesn’t support HTML5

NIGERIA KIDNAPPINGS VOSOT


ກຸ່ມ Boko Haram ​ໄດ້ອ້າງ​ເອົາຄວາມ​ຮັບຜິດຊອບ ໃນການລັກ​ເອົາເດັກນ້ອຍ​ນັກ
ຮຽນ​ຍິງຫລາຍ​ກວ່າ 300 ຄົນ​ໃນ​ເດືອນ​ແລ້ວ​ນີ້​ ຈາກ​ເມືອງ Chibok. ພວກ ນັກຮຽນ
ຈຳນວນ​ນຶ່ງ​ສາມາດ​ຫລົບໜີ​ອອກ​ມາໄດ້ ​ແຕ່​ວ່າ ອີກ 276 ຄົນ​ຍັງ​ຫາຍ​ສາບ​ສູນ.

ຜູ້ນຳຂອງກຸ່ມ Boko Haram ທ້າວ Abubaker Shekau ​ໄດ້​ນຳອອກເຜີຍ​ແຜ່ວີ​ດີ
​ໂອ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນການ​ລັກພາ​ໂຕ ​ແລະ​ໃຫ້​ຄຳ
​ໜັ້ນສັນຍາ​ ທີ່​ຈະ​ນຳ​ເອົາ​ພວກເດັກຍິງເຫຼົ່ານີ້ໄປ​ຂາຍ​ເປັນ​ຂ້າ​ທາດ.

ລາຍ​ງານ ​ທີ່ຍັງບໍ່ມີການຢືນຢັນກ່າວ​ວ່າ ພວກ​ເດັກນ້ອຍ​ຈຳນວນ​ນຶ່ງ ​ໄດ້​ຖືກ“​ແຕ່ງ​ງານ”
ກັບ​ພວກທີ່ຈັບເຂົາເຈົ້າໄປ​ ​ໃນ​ຂະນະ​ທີ່ຄົນອື່ນໆອາດ​ຈະ​ຖືກ​ສົ່ງ​ຂ້າມ​ຊາຍແດນ​ເຂົ້າ​ໄປ
​ສູ່ປະເທດ Camaroon ​ແລະ Chad.

Your browser doesn’t support HTML5

Nigerians in US Rally for Kidnapped Girls Back Home


ໃນ​ຂະນະ​ດຽວ​ກັນ ປະຊາຊົນທີ່ບ້ານ Warabe ໃນພາກ​ເໜືອ ​ຂອງ​ໄນ​ຈີເຣຍ ກ່າວ​ວ່າ
ພວກ​ມື​ປືນ​ໄດ້ບຸກເຂົ້າໄປໃນ​ບ້ານ​ເຂົາ​ເຈົ້າ ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມານີ້ ​ແລະ​ກໍໄດ້ລັກ​
ພາໂຕເອົາ​ຜູ້ຍິງ​ແປດ​ຄົນ. ​ເຂົາ​ເຈົ້າ ກ່າວວ່າ ພວກ​ຜູ້​ຊາຍຈຸນີ້​ຍັງ​ໄດ້​ລັກ​ເອົາ​ອາຫານ​ແລະ​ສັດລ້ຽງໄປນຳ.

Boko Haram ມີໝາຍ​ຄວາມ​ວ່າ “ຄວາ​ມສີວິ​ໄລ​ຂອງ​ຕາ​ເວັນ​ຕົກ ​ເປັນ​ບາບ” ​ໃນ​ພາ
ສາ Hausa. ກຸ່ມ​ດັ່ງກ່າ​ວ​ ໄດ້​ສັງຫານ​ຫລາຍ​ພັນ​ຄົນ ​ໃນ​ຄວາມ​ພະຍາຍາມ​ຈັດ​ຕັ້ງລັດ
​ອິສລາມດັ້ງເດີມຂຶ້ນ ​ຢູ່ໃນ​ພາກ​ເໜືອ ຂອງ​ໄນຈີເຣຍ​.