ສະຫະລັດ ສົ່ງກຳປັ່ນ ບັນທຸກເຮືອບິນ ແລະເຮືອພິຄາດ ໄປຍັງ ທະເລຈີນໃຕ້

ພາບຖ່າຍຈາກເຮືອບິນ ຂອງເມືອງ Sansha ຢູ່ທີ່ເກາະ Yongxing ທີ່ຮູ້ກັນໃນອີກຊື່ໜຶ່ງວ່າ ເກາະ Woody ນັ້ນ ເປັນສ່ວນໜຶ່ງ ຂອງໝູ່ເກາະ Paracel ທີ່ຍັງມີການຂັດແຍ້ງ ໃນທະເລຈີນໃຕ້.

ສະຫະລັດ ​ໄດ້​ສົ່ງ​ກຳ​ປັ່ນ​ບັນທຸກ​ເຮືອ​ບິນ ​ແລະ​ກຳ​ປັ່ນຄຸ້ມ​ກັນ​ອີກ
ຫລາຍ​ລຳ​ໄປທະ​ເລ​ຈີນ​ໃຕ້​ໃນ​ອັນ​ທີ່​ປາກົດ​ວ່າ​ເປັນການສ​ະແດງ
ກຳລັງ​ຕໍ່ຈີນ.

​ກຳ​ປັ່ນ​ບັນທຸກ​ເຮືອບິນ John C. Stennis ພ້ອມ​ດ້ວຍ​ ເຮືອ​ພິ
ຄາດ​ສອງລຳ​ແລະ​ເຮືອ​ລາດຕະ​ເວນ​ອີກ​ຈຳນວນ​ນຶ່ງມີ​ລາຍງາ​ນ
ວ່າ​ ໄດ້​ໄປ​ເຖິງ​ນ່ານນໍ້າບ່ອນ​ທີ່​ມີ​ການໂຕ້​ຖຽງ​ກັນໃນ​ຕົ້ນ​ອາທິດ
​ນີ້. ​ກຳ​ປັ່ນບັນຊາ​ການ​ສະຫະລັດ​ລຳໜຶ່ງ ກໍ​ໄດ້ໄປເຖິງ​ ຂົງ​ເຂດ​
ດັ່ງກ່າວເຊັ່ນ​ກັນ.

ຈີນ​ໄດ້​ອ້າງ​ເອົາ​ກຳມະສິດ​ເກືອບ​ທັງ​ໝົດ​ໃນທະ​ເລ​ຈີນ​ໃຕ້​. ສະ
ຫະລັດ ​ໄດ້​ກ່າວ​ຫາ​ຈີນ​ປັກ​ກິ່ງວ່າ ​ພວມ​ເສີມສ້າງ​ກຳລັງ​ທະຫານ​ຢູ່​ໃນຂົງ​ເຂດ​ດັ່ງກ່າວໃນ
ຂະນະຈີນ​ກຳລັງຍາດ​ແຍ່ງ​ແຂ່ງຂັນໃນ​ການ​ອ້າງເອົາ​ເຂດ​ນໍ້າ​ແດນ​ດິນກັບ​ບັນດາ​ປະ​ເທດ
ອື່ນໆ.

ຫລັງ​ຈາກ​ຈີນ ​ໄດ້​ສົ່ງ​ລູກ​ສອນ​ໄຟ​ຍິງ​ຈາກ​ພື້ນດິນຂຶ້ນສູ່​ອາກາດ ​ໄປ​ຍັງໝູ່​ເກາະ Paracel
​ໃນ​ເດືອນ​ແລ້ວ​ນີ້ ຜູ້​ບັນຊາ​ການ​ໃນ​ເຂດ​ປາຊິຟິກ ຂອງສະຫະລັດ ພົນ​ເຮືອ​ເອກ Harry
Harris ກ່າວ​ຕໍ່​ລັດຖະສະພາ​ວ່າ ຈີນ​ແມ່ນ​ຈະ​ແຈ້ງກຳລັງ​ເສີມ​ສ້າງ​ກຳລັງ​ທະຫານຂອງ​ຕົນ
​ຢູ່່​ໃນ​ເຂດ​ທ​ະ​ເລດັ່ງກ່າວ. ​ພົ​ນ​ເອກ Harris ​ໃຫ້ການວ່າ “ທ່ານ​ຕ້ອງ​ເຊື່ອວ່າ​ແຜ່ນດິນ​ນີ້​ພຽງ​
ກັນ ທີ່​ຈະ​ເຊື່ອ​ໄປແນວ​ອື່ນ.”

ຈີນ ​ໄດ້​ປະຕິ​ເສດຕໍ່​ການ​ກ່າວ​ຫານີ້ ​ແລະ​ກ່າວ​ວ່າ ​ແມ່ນ​ສະຫະລັດ​ເອງ​ເປັນ​ຜູ້​ສ້າງ​ຄວາມ
​ເຄັ່ງ​ຕຶງ.

​ໂຄສົກ​ຍິງຂອງກະຊວງ​ຕ່າງປະ​ເທດຈີນ ກ່າວ​ວ່າ “ຖ້າ​ຫາກ​ທ່ານ​ເບິ່ງ​ເລື້ອງ​ດັ່ງ ກ່າວ​ຢ່າງ​
ໃກ້ຊິດ​ແລ້ວ ມັນ​ແມ່ນ​ສະຫະລັດ ທີ່​ສົ່ງ​ເຮືອບິນລົບ ທັນ​ສະ​ໄໝ​ທີ່​ສຸດ ແລະ​ບັນດາ​ກຳ​ປັ່ນ
​ລົບ ​ໄປ​ຍັງທະ​ເລ​ຈີນ​ໃຕ້” ​ແລະໂຄສົກ​ໄດ້​ເຕືອນວ່າ ກາ​ນ​ເສີມສ້າງກຳລັງດັ່ງກ່າວ​ອາດຈະ​
ນຳ​ໄປ​ສູ່ “ການ​ຄາດ​ຄະ​ເນທີ່​ຜິດພາດ” ກໍ​ໄດ້.

ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ​ເຮືອ​ໃນ​ເຂດ​ປາຊິ​ຟິກ ກ່າວ​ວ່າ ສະຫະລັດ ​ໄດ້​ລາດຕະ​ເວນ​ຢູ່
​ໃນ​ເຂດມະຫາ​ສະມຸດ​ປາຊິ​ຟິກເປັນ​ປະຈຳ ຮວມທັງ​ທະ​ເລ​ຈີນ​ໃຕ້ມາ​ເປັນ​ເວລາ​ຫຼາຍ​ທົດ
​ສະວັດ​ແລ້ວ​ແລະກໍ​ບໍ່​ມີ​ຄວາມ​ຕັ້ງໃຈ​ທີ່​ຈະ​ລົດ​ລະກ່ຽວ​ກັບ​ເລື້ອງນີ້.

Your browser doesn’t support HTML5

US South China Sea