ສະມາຊິກ ສະພາສູງ ຈະຟັງລາຍງານລັບ ທີ່ ທຳນຽບຂາວ ກ່ຽວກັບ ການຂົ່ມຂູ່ ຂອງ ເກົາຫຼີເໜືອ

ທະຫານລົດຖັງຄັນນຶ່ງ ກຳລັງສວນສະໜາມຢູ່ ຈະຕຸລັດ Kim Il Sung ໃນນະຄອນພຽງຢາງ ປະເທດເກົາຫລີເໜືອ.

ສະມາຊິກ​ສະພາ​ສູງ​ທັງ​ໝົດ 100 ຄົນ​ ໄດ້​ຖືກ​ເຊີນ​ໄປ​ທຳນຽບຂາວ​ ໃນ​ວັນ​ພຸດ​ມື້​ ອື່ນ​ນີ້
​ເພື່ອ​ຟັງ​ລາຍ​ງານ​ລັບ ຊຶ່ງ​ຕົ້ນຕໍ່​ແລ້ວ​ແມ່ນຄວາ​ມ​ເປັນ​ຫ່ວງກ່ຽວ​ກັບ​ເກົາຫລີ​ເໜືອ ທີ່​ລັດ
​ຖະ​ບານ​ສະຫະລັດ ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້.

ລາຍ​ງານ​ນີ້ ຈະ​ແມ່ນ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ ທ່ານ Jim Mattis ລັດຖະ
ມົນຕີ​ຕ່າງ​ປະ​ເທດ ທ່ານ Rex Tillerson ຫົວໜ້າ​ຫ້ອງການ​ສືບ​ລັບ​ແຫ່ງ​ຊາດ ທ່ານ
Dan Coast ​ແລະປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບສະຫະ ລັດ ນາຍ​ພົນ
Joe Dunford ​ເປັນ​ຜູ້​ໃຫ້ການ​ຊີ້​ແຈງ.

ລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis, ຊ້າຍ, ຍ່າງກັບ ລັດຖະມົນຕີຕ່າງປະເທດ ທ່ານ Rex Tillerson ທີ່ ທໍານຽບຂາວ.

​ໃນ​ຂະນະ​ທີ່​ບັນດາ​ສະມາຊິກ​ສະພາ ມັກຈະ​ໄດ້​ຟັງ​ລາຍ​ງານ​ລັບ​ຢູ່​ທີ່ລັດຖະສະພາ ແຕ່
​ເປັນ​ເລື່ອງແປກ ທີ່​ພວກທ່ານຈະໄດ້​ຟັງ​ລາຍ​ງານ​ນີ້ ​ຢູ່​ທຳນຽບຂາວ ​ແລະ​ສະ​ມາ​ຊິກ​
ສະພາ​ສູງ​ທັງ​ໝົດ ຈະເຂົ້າຮ່ວມ​ນຳ​ດ້ວຍ​.

​ໃນລະຫວ່າງ​ການ​ຮັບ​ປະທານ​ອາຫານ​ທ່ຽງ​ຢູ່​ທຳນຽບຂາວ ​ກັບບັນດາ​ເອກ​ອັກຄະ​ລັດ
ຖະທູດທີ່​ເປັນສະມາຊິກ​ຄວາມ​ໝັ້ນຄົງຂອງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ຈັນ​ວານ​ນີ້ ປະ
ທາ​ນາ​ທິບໍດີ​ສະຫະລັດ ຮ້ອງ​ “ສະພາບ​ການ ທີ່​ເປັນ​ຢູ່​ໃນ​ເກົາຫຼີ​ເໜືອ” ​ເວລາ​ນີ້ ເປັນ​ທີ່
​ຮັບ​ເອົາ​ບໍ່​ໄດ້.​

ປະທານາທິບໍດີ Donald Trump, ຂວາ, ແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe.

ປະທານາທິບໍດີ​ທຣຳ ກ່າວ​ວ່າ ສະພາ​ຄວາມ​ໝັ້ນຄົງ​ຕ້ອງ​ກະກຽ​ມ ການ​ລົງ​ໂທດ​ເພີ້​ມ
​ຕື່ມ ​ແລະ​ແຮງ​ຂຶ້ນ​ຕໍ່​ໂຄງການນິວ​ເຄລຍແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ ເກົາຫລີ​ເໜືອ.

ປະທານາທິບໍດີ ດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ Xi Jinping.

ປະທານາທິບໍດີ​ໄດ້​ກ່າວ​ເພີ້ມວ່າ “​ເກົາ​ຫລີ​ເໜືອ​ເປັນ​ບັນຫາອັນ​ໃຫຍ່ ສຳລັບໂລກ​ ​ແລະເປັນບັນຫາ​ຊຶ່ງ​ໃນ​ທີ່​ສຸດ​ພວກ​ເຮົາ​ຕ້ອງ​ໄດ້ແກ້​ໄຂ​. ຜູ້ຄົນໄດ້​ຖືກ​ອັດຕາ​ມາ​ໄດ້​
ຫລາຍ​ທົດ​ສະ​ວັດແລ້ວ ​ແລະ​ບັດ​ນີ້​ເຖິງ​ເວລາແລ້ວທີ່​ຕ້ອງແກ້​ໄຂ​ບັນ​ຫາດັ່ງກ່າວ.”

ກຳປັ່ນບັນທຸກເຮືອບິນ USS Carl Vinson (CVN 70) ຢູ່ທີ່ມະຫາສະມຸດອິນເດຍ.

ອີງ​ຕາມ​ທຳນຽບຂາວ​ແລ້ວ ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ມີ​ຂື້ນ​ ຫລັງ​ຈາກປະທາ ນາທິ
ບໍດີ​ທຣໍາ ​ໄດ້​ໂທລະສັບ ເທື່ອ​ຫລ້າ​ສຸດ ​ໄປ​ໂອ້​ລົມ​ກັບບັນດາ​ຜູ້ນຳ​ຍີ່ປຸ່ນ ຈີນ ​ແລະເຢຍ
ຣະ​ມັນ ​ເພື່ອ​ຫາລື ​ໃນຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ເກົາຫລີ​ເໜືອ. ການ​ໂທລະສັບ​ຂອງ​
ທ່ານ​ເທື່ອ​ຫລ້າສຸດ ໄດ້​ມີ​ຂຶ້ນ​ບໍ່​ດົນ​ກ່ອນ​ການ​ພົບ​ປະ​ກັບ​ບັນດາ​ນັກເອກ​ອັກຄະ​ລັດຖະ​
ທູດ​ໃນຕອນ​ເຊົ້າວັນ​ຈັນ​ວານ​ນີ້ ກັບ​ນາຍົກລັດຖະມົນຕີ​ເຢຍຣະ ມັນ ທ່ານ​ນາງ Angela
Merkel ​ເພື່ອຫາລື ກ່ຽວ​ກັບ “ບັນຫາ​ທ້າ​ທາຍສຸກ​ເສີນ​ໃນ​ດ້ານຄວາມ​ໝັ້ນຄົງ​” ທີ່​ມາ​
ຈາກ​ເກົາຫລີ​ເໜືອ.

ຮູບພາບທີ່ສະແດງໃຫ້ເຫັນຕຶກ ມະຫາວິທະຍາໄລ ວິທະຍາສາດ ແລະເທັກໂນໂລຈີ ທີ່ນະຄອນພຽງຢາງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ