ສະມາຊິກ ສະພາສູງ Inouye ຈາກລັດ Hawaii ເຖິງແກ່ກຳ

ທ່ານ Daniel Inouye ສະມາຊິກທີ່ຮັບໃຊ້ ໃນສະພາສູງຂອງ ສະຫະລັດ ເປັນເວລານານທີ່ສຸດ ໄດ້ເຖິງແກ່ກໍາໄປແລ້ວ.

ສະມາຊິກທີ່ຮັບໃຊ້ໃນສະພາສູງຂອງສະຫະລັດເປັນເວລາ
ນານທີ່ສຸດ ແລະເປັນບຸກຄົນອັນດັບສາມຢູ່ໃນຖັ້ນແຖວ ທີ່
ຈະ​ສືບ​ທອດ​ຕຳ​ແໜ່​ງປະທານາທິບໍດີ ທ່ານ Daniel Inouye
ຈາກລັດຮາວາຍ ໄດ້​ເຖິງ​ແກ່​ມໍລະນະ​ກຳໄປແລ້ວ ລວມອາ
ຍຸໄດ້ 88 ປີ.

ທ່ານ Inouye ນັກລົບເກົ່າໃນປາງສົງຄາມໂລກຄັ້ງທີ່ 2 ທີ່
ໄດ້ຮັບຫລຽນໄຊຫຼາຍຜູ້ນຶ່ງ ໄດ້ເຂົ້າໂຮງໝໍຢູ່ ນະຄອນວໍຊິງ
ຕັນ ນັບແຕ່ວັນທີ 6 ທັນວາ​ເປັນຕົ້ນມາ ເມື່ອທ່ານເປັນລົມ
ຢູ່ໃນ ຫ້ອງການຂອງທ່ານ ທີ່​ຕຶກ​ຫໍລັດຖະສະພາ ຫລື
Capitol ຂອງສະຫະລັດ. ການ​ເຖິງ​ແກ່​ມໍລະນະ​ກຳຂອງ
ທ່ານໃນວັນຈັນວານນີ້ ແມ່ນສືບເນື່ອງມາຈາກລະບົບ
ຫາຍໃຈສັບສົນ.

ທ່ານ Harry Reid ຜູ້ນໍາສຽງສ່ວນຫລາຍໃນສະພາສູງ ແລະເພື່ອນຮ່ວມງານສັງກັດພັກ ເດໂມແຄຣັດຂອງທ່ານ ໄດ້ປະກາດ​ໃຫ້​ຊາບ​ກ່ຽວ​ກັບ​ການ​ເຖິງ​ແກ່​ມໍລະນະ​ກຳຂອງທ່ານ Inouye ຢູ່ທີ່​ຫ້ອງປະຊຸມຂອງສະພາສູງ.

ໃນຄໍາຖະແຫລງການທີ່ຂຽນເປັນລາຍລັກອັກສອນນັ້ນ ປະທານາທິບໍດີ ໂອບາມາກ່າວວ່າ ປະເທດຊາດ “ໄດ້ສູນເສຍວິລະຊົນອາເມຣິກັນທີ່ແທ້ຈິງໄປ.” ທາງດ້ານທ່ານ Mitch McConnell ຜູ້ນໍາພັກຣີພັບບລິກັນ ຢູ່ໃນສະພາສູງກໍເອີ້ນທ່ານ Inouye ວ່າ “ເປັນສັນ ຍາລັກທາງການເມືອງທີ່ສໍາຄັນ” ທີ່ “ມີຫລາຍໆເຫດຜົນທີ່ຈະຮຽກຮ້ອງໃຫ້ມີຄົນສົນໃຈ ຕໍ່ທ່ານເອງ ແຕ່ທ່ານບໍ່ເຄີຍໄດ້ຮຽກຮ້ອງໃຫ້ເຮັດເຊັ່ນນັ້ນເລີຍ.”

ໃນຂະນະທີ່ທ່ານ​ເຖິງ​ແກ່​ມໍລະນະ​ກຳນັ້ນ ທ່ານ Inouye ແມ່ນເປັນປະທານສະພາສູງຊົ່ວ ຄາວ ຊຶ່ງເປັນການມອບໝາຍ​ໃຫ້​ເປັນ​ບຸກຄົນຢູ່ໃນຖັນ​ແຖວ​ຜູ້​ທີ 3 ທີ່​ຈະ​ຮັບ​ຕຳ​ແໜ່​ງປະ ທານາທິບໍດີ ຫຼັງຈາກຮອງປະທານາທິບໍດີ ແລະປະທານສະພາຕໍ່າ. ນອກນັ້ນ ທ່ານ Inouye ຍັງເປັນປະທານຄະນະກໍາມາທິການຈັດສັນງົບປະມານຂອງສະພາສູງ ທີ່ມີ ອິດທິພົນສູງນັ້ນ.

ເມື່ອຮາວາຍໄດ້ກາຍມາເປັນລັດນຶ່ງໃນປີ 1959 ທ່ານ Inouye ຖືກເລືອກຕັ້ງ ໃຫ້ເປັນ ຜູ້
ແທນທ່ານທໍາອິດຈາກລັດດັ່ງກ່າວ ແລະຖືກເລືອກຕັ້ງຄືນອີກໃຫ້ປະຈໍາການ ຢ່າງເຕັມ ສະໄໝໃນປີ 1960. ທ່ານໄດ້ຖືກເລືອກ​ໃຫ້​ເຂົ້າ​ໄປ​ນັ່ງ​ຢູ່​ໃນສະພາສູງໃນປີ 1962 ແລະ ກໍາລັງຮັບໃຊ້ຢູ່ໃນສະພາດັ່ງກ່າວ ເປັນເວລາຕິດຕໍ່ກັນມາເປັນສະໄໝທີ 9 ໃນເວລາທີ່ ທ່ານເຖິງ​ແກ່​ມໍລະນະ​ກຳນັ້ນ.