ສະມາຊິກ ສະພາ ເຂົ້າຮ່ວມ ກອງປະຊຸມລັບ ກ່ຽວກັບໄພຂົ່ມຂູ່ ຈາກເກົາຫຼີເໜືອ

ລັດຖະມົນຕີປ້ອງກັນປະເທດ Jim Mattis, ຊ້າຍ, ແລະປະທານເສນາທິການຮ່ວມ ພົນເອກ Joseph Dunford ໂອ້ລົມ ສົນທະນາກັນ ໃນຂະນະທີ່ເດີນເຂົ້າ ຫ້ອງປະຊຸມ ຂອງຕຶກ Eisenhower ໃກ້ທຳນຽບຂາວ ທີ່ວໍຊີງຕັນ, 26 ເມສາ, 2017.

ສະມາຊິກ​ຈາກທັງ​ສະພາຕ່ຳ​ ແລະສະພາ​ສູງສະຫະລັດ ​ໄດ້​ຮັບ​ຟັງ​ລາຍ​ງານ​ລັບ​ພິ​ເສດ
ຈາກ​ລັດຖະບານ​ ​ໃນ​ວັນ​ພຸດ​ວານ​ນີ້.

ພວກ​ທີ່​ໄດ້​ເຂົ້າ​ຮ່ວມ ​ສາມາດ​ຖາມ​ຄຳ​ຖາມ​ໄດ້​ ກັບຄະນະ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​
ຊາດຂອງ​ປະທານາທິບໍດີີແລະ​ຮຽນ​ຮູ້​ກ່ຽວ​ກັບ “ທາງ​ເລືອກໃນ​ຂອບ​ເຂດ​ທີ່​ກ້ວາງ​ຂວາງ
ທີ່​ຈະກຳຈັດ​ໄພ​ຂົ່ມ​ຂູ່​
” ຂອງ​ເກົາຫຼີ​ເໜືອ ຊຶ່ງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ​ໄດ້​ອະທິບາຍ
ວ່າ“​ມີ​ຄວາ​ມຮ້າຍ​ແຮງ” ທີ່​ມາຈາກ ອຳນາດ​ການ​ປົກຄອງ​ທີ່​ໂຫດຮ້າຍ​ປ່າ​ເຖື່ອນ ​ແລະ​ບໍ່​
ສາມາດ​ທຳນາຍ​ໄດ້ ຂອງ Kim Jong Un.

ສະມາຊິກສະພາສູງ ທ່ານ Chris Coons, ພັກ Demorats ຈາກລັດ Del.,ກ່າວກັບພວກນັກຂ່າວ 100 ທ່ານ ທີ່ເຂົ້າຮ່ວມກອງປະຊຸມ ກ່ຽວກັບເກົາຫຼີເໜືອ ໃນຕຶກຝ່າຍບໍລິຫານ Eisenhower ໃນທຳນຽບຂາວ, ວໍລີງຕັນ, 26 ເມສາ, 2017.

ສະມາຊິກ​ສະພາສູງ ທັງ 100 ທ່ານ ​ໄດ້​ຮວມຕົວ​ກັນ ​ໃນ​ຕອນ​ບ່າຍ ທີ່ຫໍປະຊຸມ ທີ່ຫ້ອງ
ການຝ່າຍບໍລິຫານ ​ໃກ້ໆກັບທຳນຽບຂາວ ​ເພື່ອ​ຮັບ​ຟັງ​ລາຍ​ງານ ທີ່ນຳພາໂດຍລັດຖະ
ມົນຕີປ້ອງກັນປະເທດ Jim Mattis, ລັດຖະມົນຕີການຕ່າງປະເທດ Rex Tillerson,
ທ່ານ Dan Coats ຜູ້ອຳນວຍການ ອົງການ​ສືບ​ລັບ​ແຫ່ງ​ຊາດ ​ແລະ​ປະທານ​ເສນາ​
ທິການ​ຮ່ວມ ທ່າ​ນ Joshep Dunford.

ປະທານາທິບໍ​ດີສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ກໍໄດ້​ເຂົ້າ​ຮ່ວມ​ຮັບ​ຟັງ​ນຳ ​ເປັນ​ເວລາ​ສັ້ນໆ ​
ແລະ​ເອີ້ນ​ກອງ​ປະຊຸມ​ນີ້​ວ່າ “​ເປັນ​ກອງ​ປະຊຸມ​ສຳຄັນ​ຍິ່ງ.”

ກຳປັ່ນບັນທຸກເຮືອບິນລົບ USS Carl Vinson (CVN 70) ກຳລັງມຸ່ງໜ້າໄປຍັງມະຫາສະໝຸດ, 15 ເມສາ, 2017.

“​ໃນ​ເປັນ​ກອງ​ປະຊຸ​ມທີ່​ເຄັ່ງຂຶມ ຊຶ່ງ​ເປັນທີ່​ແຈ້ງ​ຂາວວ່າ​ໄດ້​ມີ​ການຄົ້ນຄິດ​ແລະ​ວາງ​ແຜນ ຫຼາຍສ່ຳ​ໃດ​ກ່ຽວ​ກັບ​ທາງ​ເລືອກ​ທາງ​ທະຫານ ຖ້າ​ຫາກ​ວ່າ ມີ​ການ​ຮຽກຮ້ອງຕ້ອງການ ​
ແລະຍຸດ​ທະ​ສາດ​ທາງ​ການ​ທູດ ທີ່​ໄດ້ເຮັດ​ຂ້າພະ​ເຈົ້າ​ໄດ້​ເຫັນ ​ແບບຕາ​ສະຫວ່າງ
ພ້ອມ​ທັງການກະກຽມ​ທີ່​ສົມສ່ວນ ຕໍ່​ໄພ​ຂົ່ມຂູ່​ນີ້​”
ນັ້ນຄື​ຄຳ​ເວົ້າ ຂອງ​ທ່ານ Christ
Coons ສະມາ​ຊິກຂອງ​ຄະນະ​ກຳມະການ​ຄວາມ​ສຳພັນພັນກັບ​ຕ່າງປະ​ເທດ ​ໄດ້​ບອກ
​ກັບ​ພວກ​ນັກ​ຂ່າວ ຫຼັງ​ຈາກ​ນັ້ນ.

ກ່ອນ​ທີ່​ ພວກລາຍ​ງານຈະມຸ່ງ​ໜ້າ​ໄປ​ຍັງ​ລັດຖະສະພາ ​ເພື່ອ​ໃຫ້​ການ​ສົນທະນາ​ທີ່​ຄ້າຍ
ຄື​ກັນ​ນີ້ ຊຶ່ງສະມາຊິກ​ສະພາ​ຕ່ຳທັງ​ໝົດ 431 ທ່ານ ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ນັ້ນ
ຖະ​ແຫຼ​ງການ​ຮ່ວມ ຂອງທ່ານ Tillerson ​ແລະ​ທ່ານ Coats ​ໄດ້​ເຕືອນ​ວ່າ “ພວກ​ເຮົາ​
ຍັງ​ສືບ​ຕໍ່​ຕຽມ​ພ້ອມ ​ເພື່ອ​ປົກ​ປ້ອງ​ພວກ​ເຮົາ​ເອງ ​ແລະພັນທະ​ມິດ ຂອງ​ພວກ​ເຮົາ”

ຖ້າ​ຫາກ​ວ່າ ການ​ເຈລະຈາ​ທາງ​ການ​ທູດ​ ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ບໍ່​ສາມາດແກ້​ໄຂ
ການ​ຊອກ​ສະ​ແຫວ​ງຫາ ​ອາວຸດ​ນິວ​ເຄລຍ ​ແລະ​ອາວຸດ​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງຂອງ
​ເກົາຫຼີ​ເໜືອ​ໄດ້.

ຜູ້ນຳ​ສຽງ​ສ່ວນ​ຫຼາຍ​ຂອງ​ສະພາ​ສູງ ທ່ານ Mitch McConnell ​ໄດ້​ກ່າວ​ວ່າ ຄວາມ​ບໍ່
​ແນ່​ນອນ​ຂອງເກົາຫຼີ​ເໜືອ ​ໄດ້​ພາ​ໃຫ້​ທ່ານ ຂໍ​ຮ້ອງ​ຕໍ່​ປະທານາທິບໍດີວ່າ ​ໃຫ້​ມີ​ລາຍ
​ງານ​ລັບຕໍ່​ສະພາ​ສູງ​ຄົບ​ຄະນະ​ທັງ​ໝົດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ບັນດາສະມາຊິກສະພາ ອອກຄວາມເຫັນກ່ຽວກັບການຂົ່ມຂູ່ຂອງເກົາຫຼີເໜືອ

Your browser doesn’t support HTML5

US Lawmakers Briefed on North Korean Threat