ສະພາສູງສະຫະລັດໃນວັນພະຫັດວານນີ້ ໄດ້ກະທຳການແບບຮຸນແຮງຢ່າງເປັນປະ
ຫວັດການຕໍ່ຊາອຸດີ ອາຣາເບຍ, ຊຶ່ງເປັນພັນທະມິດຂອງສະຫະລັດມາເປັນເວລາ
ດົນນານນັ້ນ ໂດຍໄດ້ຮັບຜ່ານມະຕິທີ່ເຮັດໃຫ້ຍຸຕິການສະໜັບສະໜຸນຂອງອາເມຣິກາ
ຕໍ່ການແຊກແຊງທາງທະຫານຂອງຣາດຊະອານາຈັກດັ່ງກ່າວເຂົ້າໃນສົງຄາມ ກາງ
ເມືອງຂອງເຢເມນ ແລະ ມາດຕະການນຶ່ງອີກ ທີ່ປະນາມການຂ້ານັກຂ່າວຊາວຊາ
ອຸດີທີ່ຕໍ່ຕ້ານລັດຖະບານປະເທດດັ່ງກ່າວ.
ພາຍຫລັງການໂຕ້ວາທີກັນຢ່າງເລິກເຊິ່ງເປັນເວລາຫລາຍຊົ່ງໂມງ, ສະພາທີ່ນຳພາໂດຍ
ພັກຣີພັບບລິກັນ ກໍໄດ້ລົງຄະແນນສຽງໂດຍຜົນອອກມາກໍຄື 56 ຕໍ່ 41 ສຽງເຫັນດີນຳມະຕິສະບັບທຳອິດນີ້. ບໍ່ດົນພໍເທົ່າໃດຕໍ່ຈາກນັ້ນ ສະພາດັ່ງກ່າວກໍໄດ້ຮັບຮອງເອົາມະຕິສະບັບທີສອງໂດຍການລົງຄະແນນສຽງອັນດຽວ. ຢູ່ໃນທັງສອງກໍລະນີ ສະພາໄດ້ກະທຳການທີ່ແຕກຕ່າງໄປຈາກລັດຖະບານຂອງທ່ານທຣຳ ທີ່ໄດ້ກ່າວຄັດຄ້ານຢ່າງໜັກຕໍ່ການທີ່ຈະເຮັດໃຫ້ການຮ່ວມມື ລະຫວ່າງວໍຊິງຕັນ ກັບຣິຢາດ ທີ່ເປັນພັນທະມິດກັນມາ ເປັນເວລາດົນນານນັ້ນແຕກຫັກລົງ. ສະມາຊິກສະພາສູງເບີນີ ແຊນເດີສ໌ ທີ່ບໍ່ສັງກັດໃນພັກໃດ ຈາກລັດເວີມັນທ໌ ເວົ້າວ່າ "ເຢເມນ ບັດນີ້ ກຳລັງປະເຊີນໜ້າກັບໄພຫາຍະນະທາງດ້ານມະນຸດສະທຳ ທີ່ຮ້າຍແຮງທີ່ສຸດຢູ່ໃນໂລກ." ທ່ານກ່າວເພີ້ມອີກວ່າ "ສະຫະລັດໄດ້ເປັນພາຄີກັບຊາອຸດີ ຢູ່ໃນສົງຄາມອັນໜ້າສະຫຍອງຂັວນນີ້. ພວກເຮົາໄດ້ສະໜອງລະເບີດ, ໄດ້ເຕີມນ້ຳມັນໃສ່ເຮືອບິນທີ່ໄປຖິ້ມລະເບີດເຫລົ່ານັ້ນ ແລະໃຫ້ການຊ່ວຍເຫລືອທາງດ້ານສືບລັບ."
"ເດັກນ້ອຍ 85,000 ຄົນ (ຢູ່ໃນເຢເມນ) ອາຍຸຕ່ຳກວ່າ 5 ປີໄດ້ເສຍຊີວິດຍ້ອນຄວາມຫິວໂຫຍ ແລະພະຍາດ", ນັ້ນຄືຄຳເວົ້າຂອງທ່ານ ຄຣິສ ເມີຟີ (Chris Murphy) ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດຄອນເນັກຕິກັດ ຊຶ່ງທ່ານກ່າວເພີ້ມອີກວ່າ "ຫລັກຖານທັງໝົດ ລ້ວນແຕ່ຊີ້ໄປໃສ່ຄວາມຈິງທີ່ວ່າ ພວກຊາອຸດີ ກຳລັງໃຊ້ລູກລະເບີດຂອງພວກເຮົາ ທີ່ມີເຈດຕະນາຖິ້ມໃສ່ ພົນລະເຮືອນ ຫລືບໍ່ກໍຖິ້ມໃສ່ ໂຄງລ່າງພື້ນຖານຂອງພົນລະເຮືອນ."
ະມາຊິກສະພາສູງເບີນີ ແຊນເດີສ໌ ທີ່ບໍ່ສັງກັດໃນພັກໃດ ຈາກລັດເວີມັນທ໌ ໂດຍທີ່ມີ ທ່ານ ຄຣິສ ເມີຟີ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດຄອນເນັກຕິກັດ ຢືນຢູ່ຂ້າງຊ້າຍມື ກ່າວຢູ່ໃນກອງປະຊຸມຖະແຫລງຂ່າວ ໃນນະຄອນວໍຊິງຕັນໃນວັນທີ 13 ທັນວາ 2018
ສະມາຊິກສະພາສູງສັງກັດພັກຣີພັບບລິກັນ 7 ຄົນໄດ້ທຳການຮ່ວມກັບການນຳຂອງພັກເດໂມແຄຣັດທີ່ສາມັກຄີກັນນັ້ນ ເພື່ອໃຫ້ການສະໜັບສະໜຸນແກ່ມະຕິທີ່ກ່ຽວຂ້ອງກັບເຢເມນອັນທຳອິດ, ທີ່ຢືນຢັນວ່າ ອີງໃສ່ພາລະໜ້າທາງລັດຖະທຳມະນູນຂອງລັດຖະສະພາ ທີ່ຈະປະກາດສົງຄາມ ແລະໃຫ້ອະນຸມັດຕໍ່ການປະຕິບັດງານທາງທະຫານ. ຝ່າຍຕຸລາການຂອງສະຫະລັດບໍ່ໄດ້ອະນຸມັດໃຫ້ສະຫະລັດ ມີບົດບາດສະໜັບສະໜຸນ ການລະດົມຂອງຊາອຸດີ ອາຣາເບຍ ເພື່ອທຳການຕໍ່ສູ້ກັບພວກຫົວຮຸນແຮງຕ້ານເຢເມນ ທີ່ໄດ້ຮັບການໜຸນຫລັງຈາກອີຣ່ານ, ຊຶ່ງເປັນການຂັດແຍ້ງ ທີ່ພາໃຫ້ມີການຕາຍຂອງພົນລະເມືອງຢ່າງແຜ່ຫລາຍນັ້ນ. ແຕ່ວ່າ ບາງຄົນກໍຄັດຄ້ານວ່າ ຢູ່ໃນກໍລະນີນີ້, ການໃຊ້ຄຳເວົ້າວ່າ ໃຊ້ອຳນາດໃນການເຮັດສົງຄາມແມ່ນບໍ່ມີເຫດຜົນພຽງພໍ.
ເບິ່ງວີດິໂອກ່ຽວກັບຂ່າວນີ້
Your browser doesn’t support HTML5
US Senate Votes to End Backing for Saudi War Effort in Yemen
ທ່ານ Mitch McConnell ຈາກລັດ Kentucky ທີຮເປັນຜູ້ນຳພັກຣີພັບບລິກັນທີ່ມີສຽງສ່ວນຫລາຍໃນສະພາສູງນັ້ນກັບເວົ້າວ່າ "ສະຫະລັດບໍ່ໄດ້ມີສ່ວນກ່ຽວຂ້ອງກັບການເຮັດສົງຄາມ (ຢູ່ໃນເຢເມນ). ມັນບໍ່ໄດ້ຖິ້ມລະເບີດຢູ່ຫັ້ນ. ມັນບໍ່ໄດ້ແມ່ນກະທັ້ງເຕີມນໍ້າມັນ ຢູ່ເທິງອາກາດ (ໃຫ້ແກ່ເຮືອບິນຂອງຊາອຸດີ) ອີກ.
ໜັງສືພິມ Time ໄດ້ຍົກໃຫ້ທ່ານ ຄາຊອກກີ 'ເປັນບຸລຸດເດັ່ນປະຈຳປີນີ້'