ສະພາສູງສະຫະລັດໄດ້ໃຫ້ການອະນຸມັດເງິນໃນມູນຄ່າ 1 ພັນ 100 ລ້ານໂດລາເພື່ອຮັບ ມືກັບເຊື້ອໄວຣັສ Zika ຄືຫລຸດຈາກ ທີ່ລັດຖະບານທ່ານໂອບາມາ ຮ້ອງຂໍ ເປັນຈຳນວນຫຼວງຫຼາຍ ໃນມູນຄ່າ 1 ພັນ 900 ລ້ານໂດລາ ແຕ່ກໍສູງເກືອບວ່າສອງເທົ່າ ຂອງຈຳນວນ ທີ່ທາງສະພາຕ່ຳສະຫະລັດໄດ້ພິຈາລະນາ.
ການລົງຄະແນນສຽງ 68 ຕໍ່ 29 ໄດ້ມີຂຶ້ນຫລັງຈາກສະພາສູງທີ່ຢູ່ພາຍໃຕ້ການຄວບຄຸມ
ຂອງພັກຣີພັບບລີກັນ ປະຕິເສດຕໍ່ການຮ້ອງຂໍໂດຍເຕັມຂອງທຳນຽບຂາວ ທີ່ໄດ້ຍື່ນໄປ ໃນເດືອນກຸມພາ ໃນຂະນະທີ່ພວກເຈົ້າໜ້າທີ່ສາທາລະນະສຸກຂອງສະຫະລັດເຕືອນວ່າ ເຊື້ອໄວຣັສ Zika ອາດຈະແຜ່ລາມ ໄປຍັງບໍລິເວນສ່ວນໃຫຍ່ຂອງປະເທດ.
ເຊື້ອໄວຣັສ ທີ່ແຜ່ຜາຍໂດຍຍຸງດັ່ງກ່າວ ສາມາດສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ ພວກທາລົກທີ່ເກີດມາແບບບໍ່ສົມປະກອບແລະພົວພັນກັບໂຣກເສັ້ນປະສາດ.
ສະມາຊິກສະພາສູງ Patty Murray ຈາກລັດວໍຊິງຕັນ ຊຶ່ງເປັນຜູ້ຮ່ວມສະເໜີ ຮ່າງກົດ ໝາຍແບບປະນີປະນອມຂອງທັງສອງພັກ ກ່າວວ່າ ພວກເຮົາຈຳເປັນຕ້ອງໄດ້ຄວບຄຸມ ຍຸງທີ່ເປັນໂຕການແຜ່ເຊື້ອໄວຣັສ Zika ໃຫ້ດີກວ່າເກົ່າ ພວກເຮົາຕ້ອງໄດ້ປຸກລະດົມໃຫ້ ມີການຕື່ນຕົວ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ບັນດາຄອບຄົວທັງຫລາຍ ໄດ້ຮູ້ຈັກພະຍາດນີ້ ແລະເລັ່ງລັດໃນການພັດທະນາຢາວັກຊີນ.
ສະມາຊິກສະພາສູງ Patty Murray ກ່າວຕໍ່ພວກນັກຂ່າວ ກ່ຽວກັບ ການໃຫ້ເງິນ ສະໜັບສະໜຸນ ເພື່ອຕໍ່ຕ້ານ ເຊື້ອໄວຣັສ Zika
ນັບເປັນເວລາຫລາຍໆອາທິດມາແລ້ວ ທີ່ສະມາຊິກພັກຣີພັບບລີກັນຫຼາຍໆທ່ານ ຢືນຢັດ ວ່າ ພວກທ່ານຕ້ອງການຂໍ້ມູນເພີ້ມຕື່ມກ່ຽວກັບວ່າເງິນທີ່ໄດ້ຮັບນັ້ນຈະຖືກນຳໄປໃຊ້ຈ່າຍ ແບບໃດ. ນອກນັ້ນຈຳນວນນຶ່ງຍັງຮຽກຮ້ອງໃຫ້ຕັດໂຄງການອື່ນໆ ເພື່ອກວມເອົາຄ່າໃຊ້ ຈ່າຍໃນການຮັບມືກັບເຊື້ອໄວຣັສ Zika.
ສະມາຊິກສະພາສູງ John Cornyn ຈາກລັດເທັກຊັສ ກ່າວວ່າ ພວກເຮົາມາຮັບມືກັບ ໄພຂົ່ມຂູ່ນີ້ ໃນວິທີທີ່ມີຄວາມຮັບຜິດຊອບໃນດ້ານງົບປະມານ. ບໍ່ມີເຫດຜົນໃດໆທີ່ຈະເພີ້ມການຂາດດຸນງົບປະມານແລະໜີ້ສິນຕື່ມ.
ທ່ານ Cornyn ໄດ້ສະເໜີທາງເລືອກ ໂດຍໃຫ້ນຳເອົາເງິນຈາກໂຄງການປ້ອງກັນພະຍາດ ອື່ນໆທີ່ໄດ້ອະນຸມັດໄປແລ້ວ ມາໃຊ້ຈ່າຍໃນການຕໍ່ສູ້ກັບເຊື້ອໄວຣັສ Zika. ສະມາຊິກພັກ ເດໂມແຄຣັດໄດ້ຮວມຕົວກັນເອົາຊະນະຂໍ້ສະເໜີຂອງທ່ານ Cornyn ດ້ວຍການເຂົ້າຮ່ວມ ຂອງທ່ານ Marco Rubio ທີ່ສັງກັດພັກຣີພັບບລີກັນ.
Your browser doesn’t support HTML5
US Zika