ປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ ໄດ້ລົງນາມໃນຮ່າງກົດໝາຍ
ເພື່ອອະນຸຍາດ ໃຫ້ລັດຖະບານເປີດເຮັດວຽກຄືນໃໝ່ ເຮັດໃຫ້ການປິດ
ລັດຖະບານບາງສ່ວນເປັນເວລາ 3 ມື້ ສິ້ນສຸດລົງ ອັນເປັນເນື່ອງມາຈາກການ
ບໍ່ລົງຮອຍກັນລະຫວ່າງສອງພັກການເມືອງ ກ່ຽວກັບບັນຫາຄົນເຂົ້າເມືອງ.
ໃນແລງວັນຈັນວານນີ້ ບັນດາສະມາຊິກສະພາຕ່ຳ ໄດ້ລົງຄະແນນສຽງ ເພື່ອຮັບ
ຜ່ານ ຮ່າງກົດໝາຍ ທີ່ທາງສະພາສູງໄດ້ຮັບຮອງເອົາກ່ອນໜ້ານັ້ນ.
ອັນທີ່ເອີ້ນວ່າ ການອະນຸມັດການໃຊ້ຈ່າຍຊົ່ວຄາວ ຫຼື continue resolution
ແມ່ນຈະໃຫ້ທຶນລັດຖະບານ ເຮັດວຽກ ໄປຈົນເຖິງວັນທີ 8 ກຸມພາ ເພື່ອໃຫ້ເວລາແກ່ລັດຖະສະພາບັນລຸການຕົກລົງໄລະຍະຍາວກ່ຽວກັບງົບປະມານ.
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ເຊີຣ໌ຣັອດ ບຣາວນ໌ (Sherrod
Brown) ຈາກລັດໂອຮາຍໂອ ກ່າວຕໍ່ພວກນັກຂ່າວວ່າ “ມັນເປັນຂ່າວດີສຳຫຼັບ
ປະເທດ.”
ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານນາງຊູແຊນ ໂຄລລີນ ຈາກ
ລັດເມນ ໄດ້ກ່າວວ່າ “ມື້ນີ້ ແມ່ນມື້ແຫ່ງການສະເຫຼີມສະຫຼອງ. ເວລາໃດລັດຖະ
ບານປິດລົງນັ້ນ ມັນສະ ແດງເຖິງຄວາມລົ້ມແຫຼວໃນການປົກຄອງ.”
ປະທານາທິບໍດີ ດໍໂນລ໌ ທຣຳ ໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ອ່ານໂດຍ
ທ່ານນາງຊາຣາ ຮັກກາບີ ແຊນເດີສ໌ ໂຄສົກຂອງທຳນຽບຂາວວ່າ “ຂ້າພະເຈົ້າ
ດີໃຈທີ່ພັກເດໂມແຄຣັດໃນລັດຖະສະພາ ໄດ້ຮູ້ສຶກຕົວແລະເວລານີ້ ເຕັມໃຈ
ທີ່ຈະໃຫ້ທຶນສະໜັບສະໜຸນ ຕໍ່ພວກທະຫານທີ່ຍິ່ງໃຫຍ່, ເຈົ້າໜ້າທີ່ລາດຕະເວນ
ຊາຍແດນ, ພວກພະນັກງານຮັບມືກັບເຫດການສຸກເສີນ.”
ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ທ່ານນາງຊູແຊນ ໂຄລລີນ ຈາກລັດເມນ ກ່າວຕໍ່ພວກນັກຂ່າວ ຮ່ວມກັບສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈີນ ຊາຮີນ (Jeanne Shaheen) ຈາກລັດ ນິວ ແຮມເຊຍ, ສະມາຊິກສະພາສູງສັງກັດພັກ ເດໂມແຄຣັດ ທ່ານທິມ ເຄນ (Tim Kaine) ຈາກລັດ ເວີຈີເນຍ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ໄຮດີ ໄຮຄຣັບ (Heidi Heitkamp) ຈາກລັດ ເນວາດາ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານໂຈ ແມນຈິນ (Joe Manchin) ຈາກລັດແວັຕ ເວີຈີເນຍ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານນາງ ວິນຊີ ກຣາແຮມ (Lindsey Graham) ຈາກລັດຄາໂລຣາຍນາ, ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານນາງ ເອມີ ກໂລບູຈາ (Amy Klobuchar) ຈາກລັດມີນີໂຊຕາ ແລະສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານເຈັຟ ເຟລກ (Jeff Flake) ຈາກລັດອາຣີໂຊນາ, ພາກັນດີໃຈສະຫຼອງ ຫຼັງຈາກທີ່ ລັດຖະບານເປີດເຮັດວຽກ ຄືນໃໝ່ ທີ່ໄດ້ຖືກປິດລັດຖະບານບາງສ່ວນ ເປັນເວລາ 3 ມື້ ສິ້ນສຸດລົງ ທີ່ລັດຖະສະພາ, 22 ມັງກອນ2018.
ທ່ານທຣຳ ໄດ້ຂຽນລົງໃນທວິດເຕີ ໃນເວລາຕໍ່ມາວ່າ “ຫຼັງຈາກໄຊຊະນະຢ່າງໃຫຍ່
ຫຼວງສຳຫຼັບພັກຣີພັບບລີກັນແລ້ວ” ທ່ານຕ້ອງການ ຢາກໃຫ້ “ທຸກໆຄົນໄດ້ຮັບ
ໄດ້ຮັບໄຊຊະນະຢ່າງໃຫຍ່ຫຼວງ” ກ່ຽວກັບເລື່ອງນີ້.
ທ່ານໄດ້ກ່າວຕື່ມອີກວ່າ “ຄວນຈະສາມາດໄປຮອດທີ່ນັ້ນ ພົບທ່ານຢູ່ໃນໂຕະ
ເຈລະຈາ!”
ທຳນຽບຂາວ ໄດ້ໂຕ້ຖຽງວ່າ ພັກເດໂມແຄຣັດໄດ້ “ຍອມ” ຫຼັງຈາກທີ່ທ່ານທຣຳ
ໄດ້ປະຕິເສດ ທີ່ຈະເຈລະຈາກັບພວກເຂົາເຈົ້າ ໃນເລື່ອງນະໂຍບາຍຄົນເຂົ້າເມືອງ
ຈົນກວ່າວ່າ ລັດຖະບານຈະເປີດຄືນອີກ. ພັກເດໂມແຄຣັດ ແມ່ນຍຶດໝັ້ນໃນຄຳໜັ້ນ
ສັນຍາທີ່ວ່າຕົນຈະໃຫ້ການປົກປ້ອງຄຸ້ມຄອງແກ່ພວກໜຸ່ມນ້ອມປະມານ 7 ແສນຄົນ
ທີ່ຖືກນຳເຂົ້າມາຍັງສະ ຫະລັດ ແບບຜິດກົດໝາຍ ຕອນທີ່ຍັງເປັນເດັກນ້ອຍຢູ່ນັ້ນ.
ກ່ອນໜ້ານີ້ ຜູ້ນຳສຽງສ່ວນຫຼາຍຂອງພັກຣີພັບບລີກັນໃນສະພາສູງ ທ່ານມິຈ໌ ແມັກຄໍແນລ
(Mitch McConnell) ຈາກລັດເຄນທັກກີ ໄດ້ໃຫ້ການຄ້ຳປະກັນ ແກ່ພັກເດໂມແຄຣັດ
ວ່າ ສະພາສູງຈະນຳເອົາເລື່ອງຄົນເຂົ້າເມືອງຂຶ້ນມາສົນທະນາ ຊຶ່ງຮວມທັງພວກໜຸ່ມນ້ອຍ
ທີ່ຖືກນຳເຂົ້າມາຍັງສະຫະ ລັດແບບຜິດກົດໝາຍ ຕອນທີ່ເປັນເດັກນ້ອຍຢູ່ນັ້ນ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ຜູ້ນຳສຽງສ່ວນນ້ອຍ ສະມາຊິກສະພາສູງ ສັງກັດພັເດໂມແຄຣັດ ທ່ານ ຊັກ ຊູມເມີຣ໌ (Chuck Schumer) ຈາກລັດ ນິວຢອກ ເດີນອອກຈາກກອງປະຊຸມສະເພາະພັກເດໂມແຄຣັດ ວັນທີ 3 ຂອງການປິດລົງຂອງລັດຖະບານ, 22 ມັງກອນ 2018.