ສະພາສູງ ສຫລ ຮັບຮອງເອົາ ຜູ້ທີ່ຖືກແຕ່ງຕັ້ງ ເປັນຫົວໜ້າ ອົງການຄຸ້ມຄອງ ສິ່ງແວດລ້ອມ

ຜູ້ທີ່ຖືກສະເໜີແຕ່ງຕັ້ງ ເປັນຫົວໜ້າອົງການ EPA ທ່ານ Scott Pruitt ຫົວໜ້າພະແນກຍຸຕິທຳ ລັດ Oklahoma ໃຫ້ການຢູ່ທີ່ ລັດຖະສະພາສະຫະລັດ.

ສະພາ​ສູງ​ສະຫະລັດ​ ໄດ້​ຮັບຮອງ​ເອົາບຸກຄົນ​ທີ່​ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ແຕ່​ງຕັ້ງ​ໃຫ້ ​ເປັນ​ຫົວໜ້າ​ອົງການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມຫຼື EPA ​ໂດຍ​ເອົາ​ຊະນະ​ການຄັດຄ້ານຂອງ​ພວກ​ນັກ​ເຄື່ອນ​ໄຫວ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ທີ່​ມີ​ຄວາມ​ເປັນ​ຫ່ວງ​ວ່າ ຜູ້ກ່ຽວອາດ​ຈະ​ຍົກ​ເລີກ​ການຈັດຕັ້ງປະຕິບັດ​ກ່ຽວ​ກັບ​ລະບຽບ​ການຂອງ​ອົງການ​ດັ່ງກ່າວ.

ທ່ານ Scott Pruitt ຖືກ​ຮັບຮອງ​ເອົາ ສ່ວນ​ໃຫຍ່​ແລ້ວ​ ແມ່ນຕາມ​ເສັ້ນສາຍ​ຂອງ​ພັກ ດ້ວຍ​ຄະ​ແນນ​ສຽງ 52 ຕໍ່ 46. ມີ​ພຽງ​ແຕ່​ສະມາຊິກ​ສະພາ​ສູງ​ຂອງ​ພັກ​ຣີພັບ​ບລີກັນ​ພຽງຄົນ​ດຽວ ຄື​ທ່ານ​ນາງ Susan Collins ​ເທົ່າ​ນັ້ນ ທີ່​ລົງ​ຄະ​ແນນ​ສຽງ​ຄັດຄ້ານ ​ໃນ​ຂະນະ​ທີ່​ສະມາຊິກ​ຂອງ​ພັກ​ເດ​ໂມ​ແຄຣັດ 2 ຄົນ ຈາກ​ລັດ​ທີ່​ຜະລິດ​ພະລັງ​ງານ ຄື​ທ່ານ Joe Manchin ຈາກ​ລັດ West Virginia ​ແລະ ທ່ານ​ນາງ Heidi Heitkamp ຈາກ​ລັດ North Dakota ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມນຳ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ສຸກ​ວານ​ນີ້ ມີ​ຂຶ້ນຫລັງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ​ໄດ້​ຈັດການ​ຖະ​ແຫຼງຕະຫລອດ​ຄືນ ​ທີ່​ສະພາ​ສູງ ຕໍ່ຕ້ານ​ການ​ຮັບຮອງ​ເອົາ ທ່ານ Pruitt.

ກ່ອນ​ໜ້ານີ້ ທ່ານ Pruitt ​ເຄີຍ​ກຳ​ຕຳ​ແໜ່​ງ ຫົວໜ້າ​ພະ​ແນ​ກຍຸຕິ​ທຳຂອງ​ລັດ Oklahoma ​ແລະ​ທ່ານ​ໄດ້​ຍື່ນຫລື​ບໍ່​ກໍ​ເຂົ້າຮ່ວມການ​ຟ້ອງ​ຮ້ອງ​ອົງການ EPA ສິບ​ກວ່າ​ເທື່ອ. ທ່ານ​ໄດ້​ທ້າ​ທາຍ​ສິດ​ອຳນາດ​ຂອງ​ອົງການ​ດັ່ງກ່າວ ທີ່​ໄດ້​ຈັດ​ລະລຽບ​ກ່ຽວ​ກັບ​ການ​ປ່ອຍ​ແກັສຄາບ​ອນ ຈາກ​ໂຮງ​ໄຟຟ້າ​ຕ່າງໆ ຕະຫລອດ​ທັງ​ມົນລະ​ພິດ​ອື່ນໆ​ອີກ​ດ້ວຍ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ໄດ້​ເລີ້ມການ​ປຸກລະດົມ​ ທາງ​ສື່​ມວນ​ຊົນ ​ເພື່ອ​ຂັດ​ຂວາງ​ການ​ຮັບຮອງ​ເອົາ​ທ່ານ Pruitt ​ໂດຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ທ່ານ Pruitt ຈະ​ສ້າງ​ຄວາມ​ກ້າຫານ​ໃຫ້​ແກ່​ລັດຖະບານ. ທ່ານ Pruitt ກ່າວ​ວ່າ ທ່ານ​ຈະ​ປະຕິ​ຮູບ ແລະ​ປັບປຸງ​ອົງການ EPA ​ໃຫ້ທັນ​ສະ​ໄໝ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

US Congress EPA